Select your language

ໃນຕອນເຊົ້າວັນທີ 6 ມີນາ 2024 ຜ່ານມານີ້, ຫ້ອງການຄຸ້ມຄອງນັກສຶກສາ ໄດ້ຈັດພິທີຝຶກອົບຮົມ “ການໃຫ້ຄໍາປຶກສາ ແລະແນະແນວ” ໃຫ້ແກ່ຜູ້ໃຫ້ຄໍາປຶກສາ ແລະອາຈານປະຈໍາຫ້ອງປີທີ1 ທົ່ວ ມຊ. ໂດຍການເປັນປະທານກ່າວເປີດພິທີຂອງທ່ານ ເປິ້ນ ອິນທະນໍ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ), ເປັນວິທະຍາກອນໂດຍທ່ານ ຮສ. ນາງ ວົງແສງເດືອນ ປະຊາສຸກ ອະດີດຫົວໜ້າພາກວິຊາຈິດຕະວິທະຍາ ຄະນະສຶກສາສາດ, ເຂົ້າຮ່ວມມີ ທ່ານ ອຈ. ສີວອນ ຫອມປິ່ນແກ້ວ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມຊ, ມີບັນດາພະນັກງານ, ຄູ-ອາຈານຈາກ 13 ຄະນະວິຊາໃນທົ່ວ ມຊ. ເຂົ້າຮ່ວມ.

          ໃນພິທີ ທ່ານ ຮສ. ນາງ ວົງແສງເດືອນ ປະຊາສຸກ ໄດ້ຂຶ້ນບັນຍາຍຫົວຂໍ້ “ການໃຫ້ຄໍາປຶກສາ ແລະແນະແນວ” ເຊິ່ງຜູ້ເຂົ້າຮ່ວມຝຶກອົມຮົມຈະໄດ້ ຮັບຟັງເນື້ອໃນຄື ຄວາມຮູ້ພື້ນຖານກ່ຽວກັບຈິດຕະວິທະຍາສາດຂອງຄົນ, ພຶດຕິກຳ ແລະຄວາມແຕກຕ່າງລະຫວ່າງບຸກຄົນ, ບຸກກະລິກກະພາບ ແລະຄຸນທາດ, ທົດສອບທາງຈິດຕະວິທະຍາ, ສຸຂະພາບຈິດ ແລະຄວາມສໍາພັນໃນຄອບຄົວ ແລະການໃຫ້ຄໍາປຶກສາ. ເຊິ່ງຈຸດປະສົ່ງໃນການຝຶກອົບຮົມຄັ້ງນີ້ແມ່ນເືພ່ອ ໃຫ້ນັກສໍາມະນາກອນ ຮູ້ ແລະເຂົ້າໃຈກ່ຽວກັບຈິດຕະສາດ ແລະສຸຂະພາບຈິດຂອງຕົນໂດຍພື້ນຖານ, ຮູ້ວິເຄາະພຶດຕິກຳ ແລະຄວາມແຕກຕ່າງລະຫວ່າງບຸກຄົນ ໂດຍການໃຊ້ບັດທົດສອບຕ່າງໆທາງຈິດຕະວິທະຍາ, ສາມາດປັບປຸງບຸກຄະລິກກະພາບ ແລະການປັບຕົວໃຫ້ເຂົ້າກັບສັງຄົມ, ສາມາດນໍາໃຊ້ຄວາມຮູ້ທາງດ້ານຈິດຕະວິທິຍາ, ສຸຂະພາບຈິດ ແລະການໃຫ້ຄໍາປຶກສາເຂົ້າໃນການເຮັດວຽກງາານ ແລະດຳລົງຊີວິດໃນສັງຄົມຢ່າງມີຄວາມສຸກ.

ພາບບັນຍາກາດ