Select your language

ເນື່ອງໃນໂອກາດທີ່ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ  ແລະຄະນະ ໄດ້ເດີນທາງມາຢ້ຽມຢາມ ທາງລັດະກິດຢູ່ ສປປ ລາວ. ໃນລະຫວ່າງ ວັນທີ 27 ກຸມພາ ຫາ ວັນທີ 2 ມີນາ 2024; ໃນວັນທີ 1 ມີນາ 2024 ນີ້,   ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ແລະຄະນະໄດ້ຢ້ຽມຢາມ ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ), ໂດຍມີ ທ່ານ ຮສ. ປອ  ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ,   ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ. ພ້ອມດ້ວຍຄະນະ  ທ່ານ ເອກອັກຄະລັດຖະທູດລາວ ປະຈໍາ ຕີມໍ-ເລສເຕ, ຕີມໍ-ເລສເຕ ປະຈຳລາວ, ພ້ອມດ້ວຍພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາຮ່ວມຕ້ອນຮັບຢ່າງອົບອຸ່ນ ທີ່ສະໂມສອນ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ.

ໃນໂອກາດສໍາຄັນນີ້, ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ພະນະທ່ານ ໂຈເຊ ຣາໂມສ-ອໍຕາ, ປະທານາທະບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ, ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ມຊ ຄັ້ງນີ້, ເພື່ອ​ປາຖະກະຖາ​​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ຢູ່ ຕີມໍ-ເລສເຕ ພ້ອມທັງໄດ້ລາຍງານໂດຍຫຍໍ້ກ່ຽວກັບ ມຊ, ທ່ານກ່າວບາງຕອນວ່າ ມຊ ມີຊື່ຫຍໍ້ວ່າ "ມຊ" ເປັນມະຫາວິທະຍາໄລທີ່ມີການຮຽນ-ການສອນຫຼາຍສາຂາວິຊາ, ເຊິ່ງໄດ້ຮັບການ ສ້າງຕັ້ງຂຶ້ນໃນປີ 1996 ໂດຍການລວມເອົາ 3 ມະຫາວິທະຍາໄລ ແລະ7​ ວິທະຍາໄລ ແລະບັນດາສະຖາບັນການສຶກສາຊັ້ນສູງ ເຂົ້າເປັນ ມຊ; ມຊ. ໄດ້ຈັດຕັ້ງການຮຽນ-ການສອນພາຍໃຕ້ການຊີ້ນໍາຂອງກະຊວງສຶກສາທິການ ແລະ ກີລາ ໂດຍການອອກແບບຫຼັກສູດ, ການສະໜອງການສຶກສາ ແລະການບໍລິການວິຊາການໃຫ້ແກ່ສັງຄົມເພື່ອ​​ບັນລຸ​ວິ​ໄສ​ທັດ​ໃຫ້​ກາຍ​ເປັນ​ສູນ​ກາງ​ການ​ສຶກສາ ​ແລະການຄົ້ນ​ຄວ້າວິທະຍາສາດ, ທີ່ມີຄຸນະພາບ​ມາດຕະຖານ​ທຽບທັນກັບລະດັບ​ພາກ​ພື້ນ ​ແລະສາກົນ​.

ມຊ. ເປັນສະຖາບັນການສຶກສາຊັ້ນສູງແຫ່ງດຽວໃນ ສປປ ລາວ ທີ່ຖືກຮັບເຂົ້າເປັນສະມາຊິກຂອງເຄືອຂ່າຍມະຫາວິທະຍາໄລອາຊຽນ. ປັດຈຸບັນ, ມຊ. ປະກອບດ້ວຍ 13 ຄະນະວິຊາ ແລະ 2 ສະຖາບັນ ແລະ ມີ 11 ຫ້ອງການ; ມີການຈັດຕັ້ງການຮຽນ-ການສອນລວມທັງໝົດ 239 ສາຂາວິຊາ, ເຊິ່ງມີຫຼັກສູດເລີ່ມແຕ່ລະດັບ ອະນຸປະລິນຍາ, ປະລິນຍາຕີ ເຖິງ ປະລິນຍາເອກ. ໃນສົກສຶກສາ 2023-2024, ມຊ ມີພະນັກງານທັງໝົດ 1,704 ຄົນ ແລະນັກສຶກສາ 19,773 ຄົນ,ໃນນັ້ນມີນັກສຶກສາຕ່າງປະເທດ 800 ກວ່າຄົນ.

ມຊ.ໃຫ້ບຸລິມະສິດການຮ່ວມມືດ້ານວິຊາການກັບຕ່າງປະເທດເປັນໜຶ່ງໃນຍຸດທະສາດ ເພື່ອຍົກສູງຄຸນນະພາບການສະໜອງການສຶກສາ ແລະ ຜົນໄດ້ຮັບການຮຽນຮູ້ຂອງນັກສຶກສາ. ມາ​ຮອດ​ປັດຈຸ​ບັນ, ມຊ ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ວິຊາ​ການ​ 300 ກວ່າ ສະ​ຖາ​ບັນ​ການ​ສຶກສາ​ຊັ້ນ​ສູງ​ ໃນ 32 ປະ​ເທດທົ່ວໂລກ; ໂດຍສະເພາະ​ແມ່ນໃນຂົງເຂດ​​ອາຊີ ​ແລະເອີຣົບ. ການ​ຮ່ວມ​ມືຕ່າງປະເທດຂອງ ມຊ. ແມ່ນເນັ້ນ​ໃສ່ 5 ຂົງ​ເຂດ​ຄື: ການ​ແລກປ່ຽນນັກສຶກສາ ແລະອາຈານ, ການ​ຮ່ວມ​ມື​ຄົ້ນ​ຄວ້າວິທະຍາສາດ, ​ແລກປ່ຽນ​ສື່​ສິ່ງ​ພິມທາງ​ວິຊາ​ການ, ສົ່ງເສີມກິດຈະກໍາ​​ແລກປ່ຽນ​​ວິຊາ​ການ  ​ແລະວັດທະນະທຳ  ​ແລະຊ່ວຍເຫຼືອດ້ານທຶນ​ສຶກສາ​ເພື່ອພັດທະນາ​ຊັບພະຍາກອນ​ມະນຸດ.

ໃນວັນດຽວກັນ, ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ພ້ອມຄະນະ ຍັງໄດ້ຢ້ຽມຢາມ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ  ແລະໄດ້ຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ   ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ຕື່ມອີກ.

ພາບບັນຍາກາດ