Select your language

        ໃນວັນທີ 29 ກຸມພາ 2024 ຜ່ານມານີ້, ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີ Workshop ແລກປ່ຽນວິຊາການດ້ານການອອກແບບສະພາບແວດລ້ອມ ແລະຜັງເມືອງທີ່ອາຄານຫ້ອງຮຽນຮູ້ ຂອງຄະນະ, ໂດຍການເຂົ້າຮ່ວມຂອງທ່ານ ວິສິດ ສິງຫາລາດ ຮອງຄະນະບໍດີ ຄສປ ແລະທ່ານ ສຈ. ປອ. ອາກິຣາ ຄິມິໂມໂຕະ (Prof. Dr. Akira KISHIMOTO) ຫົວໜ້າພາກວິຊາສະຖາປັດຕະຍະກຳ ແລະອອກແບບສິ່ງແວດລ້ອມ ມະຫາວິທະຍາໄລສິລະປະທາມະ ປະເທດຍີ່ປຸ່ນ (Tama Art University), ມີທ່ານຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທີ່ຖືກຄັດເລືອກ ຈາກສອງມະຫາວິທະຍາໄລຈໍານວນ 25 ຄົນ ເຂົ້າຮ່ວມ.

ໂຄງການແລກປ່ຽນທາງດ້ານວິຊາການຂອງສອງມະຫາວິທະຍາໄລ ແມ່ນເລີ່ມມາແຕ່ປີ 2017 ເປັນຕົ້ນມາ, ເຊິ່ງໃນແຕ່ລະປີ ຈະຈັດການແລກປ່ຽນ 1 ຄັ້ງໃນໄລຍະເວລາ 1-2 ອາທິີດ ຢູ່ໃນເຂດຕົວເມືອງຕ່າງໆໃນປະເທດລາວ ເພື່ອໃຫ້ນັກສຶກສາທີ່ເຂົ້າຮ່ວມໄດ້ແລກປ່ຽນຮຽນຮູ້ການນຳໃຊ້ພາກທິດສະດີສູ່ການປະຕິບັດຕົວຈິງ, ຮຽນຮູ້ເຊິ່ງກັນ ແລະກັນ ກ່ຽວກັບສະພາບແວດລ້ອມ ແລະການດຳລົງຊີວິດຂອງຄົນລາວ ເພື່ອນຳມາວິເຄາະ ແລະຄົ້ນຫາວິທີໃນການວາງແຜນ-ອອກແບບ ທີ່ຢູ່ອາໄສ, ສະພາບແລດລ້ອມໃນການໃຊ້ຊີວິດປະຈຳວັນ, ການວາງແຜນເມືອງໃຫ້ແທດເໝາະກັບການດຳລົງຊີວິດຂອງປະຊາຊົນໃນແຕ່ລະເຂດ. ສຳລັບປີນີ້, ແມ່ນໄດ້ຈັດແລກປ່ຽນຂຶ້ນໃນຫົວຂໍ້: “ສຶກສາວິທີການດຳລົງຊີວິດຂອງຄົນລາວ ແລະການປະຍຸກການອອກແບບ ໃຫ້ເຂົ້າກັບຍຸກສະໄໝ” ເຊິ່ງໄດ້ລົງເກັບກຳຂໍ້ມູນຢູ່ທີ່ບ້ານຫາດສວນ ເມືອງທຸລະຄົມ ແຂວງວຽງຈັນ, ສວນສາທາລະນະເຈົ້າອານຸວົງ, ເຊັນເຕີພອຍສີຫອມ ແລະວັດໃນເຂດບໍລິເວນແຄມຂອງ ແຕ່ວັນທີ 22-28 ກຸມພາ; ຫຼັງຈາກນັ້ນ ກໍໄດ້ສັງລວມຂໍ້ມູນແລ້ວມາຈັດແບ່ງເປັນກຸ່ມເພື່ອແກ້ໄຂ ແລະປັບປຸງສະພາບແວດລ້ອມໃນແຕ່ລະບ່ອນ ເພື່ອນຳສະເໜີໃຫ້ອາຈານ. ພ້ອມນັ້ນ ໃນພິທີຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຶກສາທີ່ເຂົ້າຮ່ວມແລກປ່ຽນຄັ້ງນີ້ອີກດ້ວຍ.

ພາບບັນຍາກາດ