Select your language

ໃນວັນທີ 28 ກຸມພາ 2024 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຕໍ່ວຽກງານການເງິນທົ່ວປະເທດຂຶ້ນ ທີ່ຫ້ອງປະຊຸມສະຖມສອນໃຫຍ່ ມຊ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງ ສະຫາຍ ຮສ. ປອ. ອຸດົມ ພອນຄຳເພັງ ຄະນະປະຈຳພັກ ກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີຄະນະບໍລິຫານງານພັກ, ຄະນະພັກຮາກຖານ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ໃນພິທີ ສະຫາຍ ອຸດົມ ພອນຄຳເພັງ ໄດ້ກ່າວວ່າ: ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ຊຶ່ງມີເນື້ອໃນສຳຄັນຫຼາຍ ໂດຍສະເພາະຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມເອກະສານເສດຖະກິດເອກະລາດເປັນເຈົ້າຕົນເອງ ໝາຍເຖິງເສດຖະກິດຂອງປະເທດໜຶ່ງທີ່ມີຄວາມພະຍາຍາມອອກຈາກເສດຖະກິດເພິ່ງພາ ແລະ ເອື່ອຍອີງ ໃຫ້ກາຍເປັນເຈົ້າຕົນເອງຢ່າງໜັກແໜ້ນ. ໃນນັ້ນ, ຍັງໄດ້ຊີ້ໃຫ້ເຫັນບັນດາຈຸດອ່ອນ-ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຈຳນວນໜຶ່ງຕໍ່ຂະແໜງການເງິນຈະຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າໃຫ້ເປັນຮູບປະທຳ. ການເຜີຍແຜ່ຄັ້ງນີ້, ຈັດຂຶ້ນເພື່ອໃຫ້ຄະນະພັກໄດ້ຮັບຮູ້ເຊື່ອມຊຶມສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນເນື້ອໃນຈິດໃຈຊີ້ນໍາຂອງຂັ້ນເທິງ, ຊີ້ນໍາການຄົ້ນຄວ້າ ເພື່ອຜັນຂະຫຍາຍອອກເປັນແຜນງານ, ນະໂຍບາຍອັນລະອຽດກ່ຽວກັບວຽກງານການເງິນ, ເງິນຕາ ກໍຄືສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມແນວຄິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກໃຫ້ເປັນຮູບປະທຳໃນຕໍ່ໜ້າເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ເກີດປະໂຫຍດສູງສຸດ.

ພາບບັນຍາກາດ