Select your language

  • ຊື່ຫຼັກສູດ: ຫຼັກ​ສູດປະລິນຍາຕີການຄ້າ ສາຂາການຄ້າ
  • ຊື່ປະກາສະນີຍະບັດ: ປະລິນຍາຕີການຄ້າ ສາຂາການຄ້າ
  • ລະດັບ: ປະລິນຍາຕີ
  • ຄະນະວິຊາ : ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
  • ຜົນໄດ້ຮັບຈາກການ ຮຽນ ແລະ ອາຊີບທີ່ ຄາດວ່າຈະສາມາດ ປະກອບໄດ້: 5.1 ຜົນການຮຽນຮູ້ ພາຍຫຼັງສຳເລັດຫຼັກສູດສາຂາວິຊານີ້ແລ້ວນັກສຶກສາຈະມີຄວາມຮູ້ໃນ 4 ດ້ານ: ດ້ານຄວາມຮູ້: - ເລືອກເຟັ້ນ ທິດສະດີ ແລະ ຫຼັກການທາງດ້ານການຄ້າເຂົ້າໃນການປະກອບກິດຈະການໄດ້ຢ່າງຊໍານານ ເພື່ອໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນ - ອະທິບາຍ ນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບການຄ້າ ຢ່າງເປັນຮູບປະທໍາ ດ້ານການນຳໃຊ້: - ນຳ​ໃຊ້ ຄວາມຮູ້ ແລະ ທິດສະດີການຄ້າ ແລະ ການລົງທຶນເຂົ້າໃນການປະເມີນໃນການປະກອບກິດຈະການຢ່າງມີປະສິດທິພາບ - ດໍາເນີນ ການຄົ້ນຄວ້າດ້ານວິຊາການ ແບບປະລິມານ ແລະ ຄຸນນະພາບ ໃນຫົວຂໍ້ການຄ້າ ໄດ້ຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດໃນລະດັບທີ່ແນ່ນອນ. - ວິເຄາະ ບັນຫາທາງດ້ານການຄ້າຢ່າງມີຫຼັກການ ເພື່ອໃຫ້ສອດຄ່ອງກັບສະພາບແວດລ້ອມທີ່ມີການປ່ຽນແປງ ໃໝ່ແບບມືອາຊີບ ດ້ານທັກສະ: - ນຳ​ໃຊ້​ ເຕັກ​ໂນ​ໂລ​ຢີ​ຂໍ້ມູນຂ່າວ​ສານ​ ແລະ ພາສາຕ່າງປະເທດເຂົ້າໃນການສົ່ງເສີມການຄ້າແບບມືອາຊີບ - ດຳເນີນການ ຮຽນຮູ້ຕະຫຼອດຊີວິດ ແລະ ການເຮັດວຽກເປັນໜູ່ຄະນະໃນອົງການຈັດຕັ້ງຂອງລັດ ຫຼື ອົງການຈັດຕັ້ງອື່ນໆ ຢ່າງມີປະສິດທິພາບ ດ້ານທັກສະທາງສັງຄົມ: - ດໍາເນີນ ການໃຫ້ຄຳປຶກສາທາງດ້ານການຄ້າ ໃຫ້ແກ່ພາກລັດ ແລະ ເອກະຊົນ ຢ່າງມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ - ປະຕິບັດ ໜ້າທີ່ຢ່າງມີມະນຸດສຳພັນດີ, ປົກປັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. 5.2 ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ ພາຍຫຼັງຈົບຫຼັກສູດປະລິນຍາຕີການຄ້າ ສາຂາການຄ້າ ນັກສຶກສາສາມາດປະກອບອາຊີບໄດ້ດັ່ງນີ້: ສາມາດເຮັດວຽກຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງໄດ້ ສາມາດເຮັດວຽກກັບບໍລິສັດເອກະຊົນ ແລະ ອົງການສາກົນ ທີ່ຕິດພັນກັບການຄ້າໄດ້ ສາມາດເຮັດທຸລະກິດການຄ້າສ່ວນຕົວ, ບໍລິສັດນຳເຂົ້າ-ສົ່ງອອກ ແລະ ບໍລິສັດທີ່ປຶກສາທາງດ້ານການຄ້າໄດ້. ສາມາດເປັນທີ່ປືກສາທາງດ້ານວິຊາການກ່ຽວກັບການຄ້າໄດ້ຢ່າງມືອາຊີບ ແລະ ສາມາດໄປຍົກລະດັບປະລິນຍາໂທ ພາຍໃນ ແລະ ຕ່າງປະເທດໄດ້.
  • ຈຸດປະສົງຂອງຫຼັກສູດ: ຫຼັກສູດປະລິນຍາຕີການຄ້າ ສາຂາການຄ້າ ມີຈຸດປະສົງເພື່ອ ສ້າງບຸກຄະລະກອນໃຫ້ມີ: 1. ຄວາມຮູ້ເປັນເລີດທາງດ້ານການຄ້າ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຮັດວຽກກັບພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້. 2. ສາມາດນໍາໃຊ້ທິດສະດີ, ຫຼັກການທາງດ້ານການຄ້າ ເຂົ້າໃນການວິເຄາະນະໂຍບາຍການຄ້າ ແລະ ການເຊື່ອມໂຍງກັບພາກພື້ນ, ສາມາດເຮັດຄົ້ນຄວ້າ ບັນຫາທີ່ກ່ຽວຂ້ອງໄດ້ຢ່າງມີວິທະຍາສາດ ແລະ ສາມາດສືບຕໍ່ຮຽນຮູ້ໄດ້ຕະຫຼອດຊີວິດ. 3. ຈັນຍາບັນໃນການປະກອບກິດຈະການທາງດ້ານການຄ້າ ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມສູງ ແລະ ສາມາດຮຽນຮຽນຮູ້ໄດ້ຕະຫຼອດຊີວິດ.
  • ລາຍລະອຽດ ຂອງຫຼັກສູດ: https://drive.google.com/file/d/174Oq-KW72InCB6m7WIhfRr2dQeZjou5M/view?usp=sharing