ວາລະສານວິທະຍາສາດ
ວາລະສານວິທະຍາສາດ ສະບັບທີ 17, ເດືອນ ທັນວາ 2021
ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກໝາຍເຖິງການນຳໃຊ້ອິນເຕີເນັດເປັນຊ່ອງທາງການສື່ສານການຮຽນ-ການສອນໂດຍມີການກຳນົດກິດຈະກຳການຮຽນ ແລະ ການສອນທີ່ອອກແບບດ້ວຍວິທີສອນຫຼາຍຮູບແບບ ມີການນຳສະເໜີເນື້ອໃນບົດຮຽນແບບດີຈີໂທ (Digital) ການສື່ສານ ການພົວພັນ ແລະສົນທະນາແລກປ່ຽນບົດຮຽນນໍາກັນ ແລະການປະເມີນຜົນຜ່ານລະບົບເຄື່ອຂ່າຍຄອມພິວເຕີ ຫຼືໃນຫ້ອງຮຽນ.
ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກ ໃຊ້ການສື່ສານຜ່ານອິນເຕີເນັດລັກສະນະແບບອອນລາຍ (on line) ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກ ຖືກອອກແບບໃຫ້ມີຄວາມໃກ້ຄຽງກັບການສອນໃນຫ້ອງຮຽນປົກກະຕິ ໂດຍໃຊ້ໂປຣແກຣມ ລະບົບການຈັດການການຮຽນ-ການສອນ (Learning Management System: LMS) ເປັນໂປຣແກຣມສໍາຄັນເພື່ອຈໍາລອງວິທີການສອນຈາກການສອນແບບປົກກະຕິໃນຫ້ອງຮຽນມາໃຊ້ເຄື່ອງມືຕ່າງໆ ຂອງລະບົບຈັດການການຮຽນ-ການສອນ ເຊິ່ງອົງປະກອບຂອງລະບົບບໍລິຫານຈັດການການຮຽນ-ການສອນປະກອບດ້ວຍ ການເກັບຂໍ້ມູນພື້ນຖານຂອງຜູ້ຮຽນ, ສະຖິຕິການເຂົ້າຮຽນ, ການຮ່ວມກິດຈະກຳ, ການສື່ສານ ແລະ ສົນທະນາແລກປ່ຽນບົດຮຽນນໍາກັນ ລະຫວ່າງຄູສອນ ກັບຜູ້ຮຽນ ແລະ ຜູ້ຮຽນ ກັບຜູ້ຮຽນ ລວມໄປເຖິງການວັດ ແລະປະເມີນຜົນ.
ການຮຽນຜ່ານສື່ເອເລັກໂຕຣນິກ ຫຼື ພາສາອັງກິດຈະເອີ້ນວ່າ “ e-Learning ” ໄດ້ຖືກມານຳໃຊ້ໃນລະບົບການສຶກສາ ເພື່ອສະໜັບສະໜູນ ແລະເພີ່ມທາງເລືອກໃນການຮຽນຮູ້ຂອງຜູ້ຮຽນໃນສະຖາບັນການສຶກສາ ສາມາດເຂົ້າເຖິງຜູ້ຮຽນທີ່ຢູ່ຫ່າງໄກ ໂດຍບໍ່ຈຳກັດສະຖານທີ່ ແລະ ເວລາ (Anywhere-anytime learning) ແລະ ສະໜັບສະໜູນລະບົບການຮຽນຮູ້ທີ່ເນັ້ນໃສ່ຜູ້ຮຽນຮູ້ເປັນໃຈກາງ (Student-Centered Learning) ຜູ້ຮຽນສາມາດຄວບຄຸມ ການຮຽນຮູ້ໄດ້ດ້ວຍຕົນເອງ (Self-paced Learning) ການຮຽນຮູ້ໄດ້ດ້ວຍຕົນເອງໃນລະບົບຜ່ານສື່ເອເລັກໂຕຣນິກ ຈຶ່ງເປັນຊ່ອງທາງສຳຄັນທາງໜຶ່ງຂອງການຮຽນຮູ້ ຂອງທຸກຄົນໃນຍຸກນີ້; ການຮຽນ-ການສອນຜ່ານສື່ເອເລັກໂຕຣນິກ ຫຼື ການຮຽນ-ການສອນ ແບບອອນລາຍ (online) ຈັດເປັນການສຶກສາໃນລະບົບທາງໄກປະເພດໜຶ່ງໃນລະດັບການສຶກສາຊັ້ນສູງ.
ຫ້ອງການວິຊາການ ມຊ, ພະແນກການສຶກສາທາງໄກ ຮ່ວມມືກັບສູນໄອທີ ແລະ ບໍລິສັດພັດທະນາລາວ ແລະ ທີ່ປຶກສາຈໍາກັດຜູ້ດຽວ ໄດ້ພັດທະນາສື່ການຮຽນ-ການສອນໃນຮູບແບບ E-Learning ຂອງ 4 ລາຍວິຊາລວມຄື: ວິຊາລາວສຶກສາ 1 (LS1), ວິຊາລາວສຶກສາ 2 (LS2), ວິຊາຈິດຕະວິທະຍາທົ່ວໄປ (PY) ແລະ ວິຊາການເມືອງ (PO) ສໍາລັບນັກສຶກສາ ປີທີ1 ໃນສົກສຶກສາ 2021-2022.
ກ. ສົກສຶກສາ 2021-2022 ໄດ້ຈັດການຮຽນ-ການສອນ ໃນຮູບແບບ E-Learning ໃຫ້ຄະນະວິຊາຕ່າງໆ 2 ວິຊາພື້ນຖານຄຶ: ວິຊາລາວສຶກສາ 1 (LS1) ແລະ ວິຊາຈິດຕະວິທະຍາທົ່ວໄປ (PY).
ຂ. ສົກສຶກສາ 2022-2023 ຈະໄດ້ຈັດການຮຽນ-ການສອນ 4 ລາຍວິຊາພື້ນຖານຄື: ວິຊາລາວສຶກສາ 1 (LS1), ວິຊາລາວສຶກສາ 2 (LS2), ວິຊາຈິດຕະວິທະຍາທົ່ວໄປ (PY) ແລະ ວິຊາການເມືອງ (PO).
ໃນຕໍ່ໜ້າ ຈະຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຜະລິດສື່ການຮຽນ-ການສອນໃນຮູບແບບ E-Learning ໃນສາຂາວິຊາລວມຂອງຄະນະວິຊາຕ່າງໆຕື່ມອີກ.
ລິ້ງ : https://nuol-slms.laodevhub.com/
ໝາຍເຫດ: ມຊ ຈະມີຄູ່ມືການຈັດຕັ້ງການຮຽນ-ການສອນຜ່ານສື່ເອເລັກໂຕຣນິກ ເຊິ່ງສ້າງຂຶ້ນມາໃນປີ 2021.
ສະພາມະຫາວິທະຍາໄລແຫ່ງຊາດ
ສະພາມະຫາວິທະຍາໄລແຫ່ງຊາດ (ເອີ້ນຊື່ຫຍໍ້ວ່າ “ສພມຊ.”) ສ້າງຕັ້ງຂຶ້ນຕາມດຳລັດສະບັບເລກທີ 50/ນຍ, ລົງວັນທີ 09 ມິຖຸນາ 1995
ສະພາມະຫາວິທະຍາໄລແຫ່ງຊາດມີພາລະບົດບາດ:
ທ່ານ ສຈ. ປອ. ບໍ່ແສງຄໍາ ວົງດາລາ
ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ
ທ່ານ ຮສ. ປອ. ນ. ສົມຈັນ ບຸນພັນມີ
4. ສະມາຊິກສະພາ ມຊ. ປະກອບມີ:
6. ເລຂານຸການ ສພມຊ. ທີ່ມາຈາກຫ້ອງການການສຶກສາຫຼັງປະລິນຍາຕີ ມຊ.
ມະຫາວິທະຍາໄລແຫ່ງຊາດມີ 5 ວິທະຍາເຂດດັ່ງນີ້:
1. ວິທະຍາເຂດດົງໂດກ
2. ວິທະຍາເຂດໂສກປ່າຫຼວງ
3. ວິທະຍາເຂດນາບົງ
4. ວິທະຍາເຂດດອນນົກຂຸ້ມ
5. ວິທະຍາເຂດຕາດທອງ
ມະຫາວິທະຍາໄລແຫ່ງຊາດ(ມຊ) ມີກາໝາຍເປັນຂອງຕົນເອງ ໂດຍແມ່ນສະພາ ມຊ ເປັນຜູ້ຮັບຮອງ ແລະອະນຸມັດ; ກາໝາຍຂອງ ມຊ ໃຊ້ສັນຍະລັກຮູບທາດຫຼວງເປັນສີຄໍາ ໝາຍເຖິງສັນຍະລັກທາງດ້ານວັດທະນະທໍາຂອງຊາດລາວ, ແອວມີກີບດອກບົວອ້ອມຮອບທີ່ພົ້ນເດັ່ນມີ 3 ກີບ ໝາຍເຖິງປັນຍາ, ຄວາມສາມາດ ແລະ ຄຸນນະທໍາ. ຢູ່ຈອມທາດມີແສງສະຫວ່າງແຫ່ງການສຶກສາ, ແທ່ນຮອງຮັບແມ່ນປຶ້ມ ຊຶ່ງໝາຍເຖິງ ຄັງຄວາມຮູ້, ມີໂຕອັກສອນຫຍໍ້ຢູ່ເຄິ່ງກາງວ່າ ມຊ ໝາຍເຖິງ ມະຫາວິທະຍາໄລແຫ່ງຊາດ. ສອງຟາກຂ້າງມີໃບໄມ້ສີຂຽວຊຶ່ງໝາຍເຖິງ ຜົນສໍາເລັດຂອງການສຶກສາ, ຢູ່ລຸ່ມສຸດຂອງກາໝາຍມີໂບສີແດງ ຂຽນດ້ວຍຕົວໜັງສືສີຂາວວ່າ ມະຫາວິທະຍາໄລແຫ່ງຊາດ.
ສ່ວນກາໝາຍຂອງຄະນະວິຊາ, ຫ້ອງການ, ສະຖາບັນ, ສູນ ແລະຫໍສະໝຸດກາງແມ່ນ ໃຫ້ໃຊ້ກາໝາຍແບບດຽວກັນກັບກາໝາຍຂອງ ມຊ ແຕ່ມີການ ປັບປ່ຽນຕົວອັກສອນຫຍໍ້ໄປຕາມຊື່ຂອງແຕ່ລະພາກສ່ວນ.
The symposium on The Role of HRD in Country Development, and Expectation for Japan’s Contribution was held on Feb 4, 2026, at the National University of Laos (NUOL), with an opening remark by Prof. Dexanourath Seneduangdeth, the President of NUOL, who mentioned that: The Government of Japan...
In 27th to 29th Aug 2025, the National University of Laos, or NUOL, had hosted the Second General Meeting of REAL Project (Reforming higher education in Laos); participants were from four universities include University of Souphanouvong, University of Savannakhet, University of Champasak, and the...