ການຮ່ວມມືພາຍໃນ
ການຮ່ວມມືພາຍໃນ
ການຮ່ວມມືພາຍໃນ
ການຮ່ວມມືສາກົນ
ຂໍ້ຕົກລົງ
ວ່າດ້ວຍຊັບສິນທາງປັນຍາ ຂອງມະຫາວິທະຍາໄລແຫ່ງຊາດ
- ອີງຕາມ ກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ເລກທີ 322/ປປທ, ນະຄອນຫຼວງວຽງຈັນ, ລົງວັນທີ 25 ທັນວາ 2017;
- ອີງຕາມ ດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງມະຫາວິທະຍາໄລ ແຫ່ງຊາດ ເລກທີ 071/ນຍ,
ລົງວັນທີ 16 ມີນາ 2009;
- ອີງຕາມ ກອງປະຊຸມຮັບຮອງນິຕິກໍາຊັບສິນທາງປັນຍາຂອງມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 28-30/3/2018 ທີ່
ໂຮງແຮມໂຊກບຸນມາ ເມືອງປາກຊັນ, ແຂວງບໍລິຄໍາໄຊ;
- ອີງຕາມ ການສະເໜີຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ເລກທີ144/ຫຄບ, ລົງວັນທີ 4/6/2018.
ອະທິການບໍດີມະຫາວິທະຍາໄລແຫ່ງຊາດຈຶ່ງຕົກລົງ:
ໝວດທີ 1.
ບົດບັນຍັດທົ່ວໄປ
ມາດຕາ 01 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ວາງອອກເພື່ອກໍານົດຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການສົ່ງເສີມ ການປະດິດສ້າງ, ການປະດິດຄິດແຕ່ງຂອງບຸກຄະລາກອນມະຫາວິທະຍາໄລແຫ່ງຊາດ, ເພື່ອຄຸ້ມຄອງ ແລະປົກປ້ອງຊັບສິນທາງປັນຍາຂອງມະຫາວິທະຍາໄລແຫ່ງຊາດ (ມຊ).
ມາດຕາ 02 ຄວາມໝາຍ
ຊັບສິນທາງປັນຍາຂອງ ມຊ ແມ່ນຜົນງານທີ່ໄດ້ມາຈາກສະຕິປັນຍາຂອງບຸກຄະລາກອນ ມຊ ລວມທັງ ຜົນງານທາງດ້ານສະຕິປັນຍາຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນໆທີ່ສ້າງຜົນງານຮ່ວມກັບ ມຊ.
ມາດຕາ 03 ການອະທິບາຍຄໍາສັບ
ຄໍາສັບທີ່ໃຊ້ ໃນຂໍ້ຕົກລົງສະບັບນີ້ມີດັ່ງນີ້:
11. ພັນພືດ ໝາຍເຖິງ ກຸ່ມຂອງພືດ ທີ່ມີລັກສະນະທາງພຶກສາຊາດຢ່າງດຽວກັນ ແລະຍັງບໍ່ທັນຮູ້ຈັກກັນ, ທົ່ວໄປ
ຊຶ່ງສາມາດກໍານົດຄຸນລັກສະນະຕ່າງໆທີ່ເປັນຜົນມາຈາກປະເພດພັນທຸກໍາໃດໜຶ່ງ ຫຼື ຫຼາຍປະເພດພັນທຸກໍາຮ່ວມກັນ,
ມີຄວາມເເຕກຕ່າງຈາກກຸ່ມອື່ນໃນພືດຊະນິດດຽວກັນຢ່າງໜ້ອຍໜຶ່ງຄຸນລັກສະນະ, ມີຄວາມສະໝໍ່າສະເໝີ ເເລະມີຄວາມຄົງຕົວໃນເວລາ
ນໍາໄປຂະຫຍາຍພັນ
ໂດຍບໍ່ຄໍານຶງວ່າຈະຄົບຕາມເງື່ອນໄຂສໍາລັບການໃຫ້ສິດການປົກປ້ອງກຸ່ມຂອງພືດດັ່ງກ່າວໃຫ້ແກ່ນັກປະສົມພັນກໍຕາມ;
ການສະແດງ, ການບັນທຶກສຽງ, ລາຍການກະຈາຍສຽງ-ແຜ່ພາບ ຫຼື ລາຍການຜ່ານສັນຍານດາວທຽມທີ່ເຂົ້າລະຫັດ ຫຼື ບໍ່ເຂົ້າລະຫັດ;
ມາດຕາ 04 ນະໂຍບາຍຂອງ ມຊ ກ່ຽວກັບຊັບສິນທາງປັນຍາ
ນະໂຍບາຍ ກ່ຽວກັບຊັບສິນທາງປັນຍາ ຂອງ ມຊ ມີດັ່ງນີ້:
ມາດຕາ 05 ຫຼັກການລວມ ກ່ຽວກັບ ຊັບສິນທາງປັນຍາ ຂອງ ມຊ
ຫຼັກການລວມ ກ່ຽວກັບ ຊັບສິນທາງປັນຍາ ຂອງ ມຊ ມີ ດັ່ງນີ້:
1, ການຮັບຮູ້, ປົກປ້ອງ ແລະຮັບປະກັນຄວາມຍຸຕິທໍາຕໍ່ເຈົ້າຂອງຊັບສິນທາງປັນຍາ ທີ່ຂຶ້ນກັບ ມຊ;
2, ທຸກການສະແຫວງຫາຜົນປະໂຫຍດ ຈາກຊັບສິນທາງປັນຍາຂອງບຸກຄະລາກອນ ຫຼື ການຈັດຕັ້ງຕ່າງໆ
ຂອງ ມຊ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງສິດ.
ມາດຕາ 06 ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ ນໍາໃຊ້ກັບບຸກຄະລາກອນ ຫຼື ການຈັດຕັ້ງຕ່າງໆຂອງ ມຊ ຫຼື ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນປະເທດ ແລະຕ່າງປະເທດທີ່ກ່ຽວຂ້ອງກັບຊັບສິນທາງປັນຍາຂອງ ມຊ.
ໝວດທີ 2
ຊັບສິນທາງປັນຍາ
ມາດຕາ 07 ໂຄງປະກອບຂອງຊັບສິນທາງປັນຍາ
ຊັບສິນທາງປັນຍາ ປະກອບດ້ວຍ:
ໝວດທີ 3
ການໄດ້ຮັບສິດ ແລະການນໍາໃຊ້ຊັບສິນທາງປັນຍາ
ມາດຕາ 08 ເຈົ້າຂອງກໍາມະສິດ ໃນຊັບສິນທາງປັນຍາ
ພາຍຫຼັງໄດ້ຮັບການຈົດທະບຽນຊັບສິນທາງປັນຍາຢ່າງຖືກຕ້ອງຕາມກົດໝາຍແລ້ວ ມຊ ຈະກາຍເປັນເຈົ້າ ຂອງກໍາມະສິດໃນຊັບສິນທາງປັນຍາທີ່ໄດ້ຈົດທະບຽນດັ່ງກ່າວນັ້ນຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາ ແຫ່ງ ສປປລາວ; ລິຂະສິດ ແລະສິດກ່ຽວຂ້ອງກັບລິຂະສິດ ຈະໄດ້ຮັບການປົກປ້ອງໂດຍທັນທີ ພາຍຫຼັງທີ່ບຸກຄະລາກອນ ຫຼື ອົງການຈັດຕັ້ງທີ່ຂຶ້ນກັບ ມຊ ໄດ້ມີການປະດິດຄິດແຕ່ງຜົນງານທາງດ້ານສິລະປະກໍາ ແລະ ວັນນະກໍາ ລວມທັງ ຜົນງານທາງດ້ານວິທະຍາສາດ; ມຊ ຈະເປັນເຈົ້າຂອງກໍາມະສິດ ໃນຊັບສິນທາງປັນຍາ ທີ່ເກີດມາຈາກ ບຸກຄົນ, ການຈັດຕັ້ງ ທີ່ຄົ້ນຄິດປະດິດສ້າງ ຫຼື ປະດິດຄິດແຕ່ງຜົນງານຂຶ້ນມາ ພາຍໃຕ້ເງື່ອນໄຂໃດໜຶ່ງດັ່ງນີ້:
ມຊ ຈະເປັນເຈົ້າຂອງກໍາມະສິດ ໃນຊັບສິນທາງປັນຍາ ທີ່ເກີດມາຈາກ ບຸກຄົນ, ການຈັດຕັ້ງ ທີ່ຄົ້ນຄິດ ປະດິດສ້າງ ຫຼື ປະດິດຄິດແຕ່ງຜົນງານຂຶ້ນມາ ພາຍໃຕ້ສັນຍາແຮງງານ ກັບ ມຊ; ມຊ ຈະເປັນເຈົ້າຂອງກໍາມະສິດ ເຄື່ອງໝາຍການຄ້າ ຫຼື ເຄື່ອງໝາາຍບໍລິການຂອງທຸກໆ ຄະນະວິຊາ, ສະຖາບັນ, ສູນ ແລະ ໜ່ວຍງານອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ມຊ;
ມຊ ຈະເປັນເຈົ້າຂອງກໍາມະສິດຮ່ວມ ໃນຊັບສິນທາງປັນຍາ ທີ່ເກີດມາຈາກການຮ່ວມມືຕົວຈິງ ກັບບຸກຄົນ ຫຼື ການຈັດຕັ້ງ ທີ່ຄົ້ນຄິດປະດິດສ້າງ ຫຼື ປະດິດຄິດແຕ່ງຜົນງານທາງດ້ານຊັບສິນທາງປັນຍາຂຶ້ນມາ.
ມາດຕາ 09 ເຄື່ອງໝາຍການຄ້າ, ເຄື່ອງໝາຍບໍລິການ ແລະຊື່ຜະລິດຕະພັນ ຂອງ ມຊ
ເຄື່ອງໝາຍການຄ້າ, ເຄື່ອງໝາຍບໍລິການ ແລະຊື່ການຄ້າຕ່າງໆ ຕ້ອງໃຫ້ມີສ່ວນປະກອບດັ່ງນີ້້
ມາດຕາ 10 ການໃຫ້ເຊົ່າສິດນໍາໃຊ້ ຫຼື ໂອນກໍາມະສິດ ຊັບສິນທາງປັນຍາ
ມາດຕາ 11 ການນໍາໃຊ້ ຊັບສິນທາງປັນຍາ ຂອງ ມຊ
ມຊ ຫຼື ອົງການຈັດຕັ້ງທີ່ຂຶ້ນກັບ ພ້ອມກັນກັບ ເຈົ້າຂອງຜົນງານທີ່ສ້າງຜົນງານທາງດ້ານຊັບສິນທາງປັນຍາ ຕ້ອງຮ່ວມກັນຊອກຫາວິທີການນໍາໃຊ້ຊັບສິນທາງປັນຍາໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ມຊ ຕ້ອງສ້າງ ເງື່ອນໄຂສະດວກຕ່າງໆ ເພື່ອໃຫ້ເຈົ້າຂອງຜົນງານທາງດ້ານຊັບສິນທາງປັນຍາ ສາມາດພັດທະນາ ຫຼື ຫັນຊັບສິນທາງປັນຍາຂອງຕົນໃຫ້ເປັນທຶນ.
ມາດຕາ 12 ການແບ່ງປັນຜົນປະໂຫຍດ ທີ່ໄດ້ມາຈາກຊັບສິນທາງປັນຍາ
ອີງຕາມແຕ່ລະປະເພດຂອງຊັບສິນທາງປັນຍາ ໃນເວລາທີ່ຫັນຊັບສິນທາງປັນຍາໃຫ້ເປັນທຶນ ຫຼື ນໍາເອົາຊັບສິນທາງປັນຍາເຂົ້າສູ່ຂະບວນການທາງການຄ້າ ແມ່ນຈະໄດ້ຮັບຄ່າແຮງງານ ຫຼື ຄ່າຕອບແທນ ທີ່ໝາະສົມ ຫຼັງຈາກທີ່ຫັກຄ່າໃຊ້ຈ່າຍທີ່ຈໍາເປັນອອກດັ່ງນີ້:
ໝວດທີ 4
ການຄຸ້ມຄອງຊັບສິນທາງປັນຍາ ຂອງ ມຊ
ມາດຕາ 13 ການຄຸ້ມຄອງຊັບສິນທາງປັນຍາ
ອົງການຈັດຕັ້ງ ທີ່ຮັບຜິດຊອບຄຸ້ມຄອງ ແລະບໍລິຫານຊັບສິນທາງປັນຍາ ຂອງ ມຊ ແມ່ນອົງການຈັດຕັ້ງ ຫຼື ຂະແໜງການ ທີ່ໄດ້ຮັບການສ້າງຕັ້ງ ແລະມອບໝາຍໜ້າທີ່ຮັບຜິດຊອບຈາກອະທິການບໍດີ ມຊ. ສໍາລັບບຸກຄະລາກອນ ທີ່ຮັບຜິດຊອບຄຸ້ມຄອງ ແລະບໍລິຫານຊັບສິນທາງປັນຍາ ຂອງ ມຊ ແມ່ນບຸກຄົນທີ່ໄດ້ຮັບການແຕ່ງຕັ້ງຈາກ ອະທິການບໍດີ ມຊ.
ມາດຕາ 14 ໜ້າທີ່ຂອງພາກສ່ວນຄຸ້ມຄອງຊັບສິນທາງປັນຍາ
ມາດຕາ 15 ຄວາມຮັບຜິດຊອບຂອງຜູ້ບໍລິຫານ ທີ່ຮັບຜິດຊອບຄຸ້ມຄອງ ແລະບໍລິຫານຊັບສິນທາງປັນຍາ
ຫຼັງຈາກທີ່ ອະທິການບໍດີ ມຊ ໄດ້ຕົກລົງສ້າງຕັ້ງອົງການຈັດຕັ້ງ ຫຼື ຂະແໜງການ ທີ່ຮັບຜິດຊອບຄຸ້ມຄອງ ແລະ ບໍລິຫານຊັບສິນທາງປັນຍາ ສໍາເລັດແລ້ວ ແມ່ນມອບໃຫ້ ອົງການຈັດຕັ້ງ ຫຼື ຂະແໜງການ ທີ່ໄດ້ຮັບການສ້າງຕັ້ງຂຶ້ນມາ ເປັນຜູ້ກໍານົດພາລະບົດບາດ, ສິດ ແລະໜ້າທີ່ຄວາມຮັບຜິດຊອບຂອງຕົນໄວ້ໃນລະບຽບການຕ່າງຫາກ.
ມາດຕາ 16 ການຈົດທະບຽນ ຊັບສິນທາງປັນຍາ
ມຊ ຈະເປັນຜູ້ຍື່ນຄໍາຮ້ອງຂໍຈົດທະບຽນຊັບສິນທາງປັນຍາຂອງຕົນຕໍ່ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາ.
ມາດຕາ 17 ຄວາມຮັບຜິດຊອບຄຸ້ມຄອງຊັບສິນທາງປັນຍາ ຂອງມະຫາວິທະຍາໄລແຫ່ງຊາດ
ມຊ ມີສິດນໍາໃຊ້ມາດຕະການຕ່າງໆ ຕໍ່ຜູ້ລະເມີດຊັບສິນທາງປັນຍາທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະກົດໝາຍອື່ນໆທີ່ກ່ຽວຂ້ອງ.
ໝວດທີ 5
ບົດບັນຍັດສຸດທ້າຍ
ມາດຕາ 18 ການຜັນຂະຫຍາຍ
ມອບໃຫ້ຫ້ອງການທີ່ກ່ຽວຂ້ອງຈັດຕັ້ງຄະນະກໍາມະການຄົ້ນຄວ້າ, ກໍານົດກົງຈັກການຈັດຕັ້ງ ແລະປະກອບບຸກຄະລາກອນໃນການເຄື່ອນໄຫວວຽກງານຊັບສິນທາງປັນຍາໃຫ້ໄດ້ຮັບຜົນດີ.
ມາດຕາ 19 ການຈັດຕັ້ງປະຕິບັດ
ບັນດາຫ້ອງການ, ຄະນະວິຊາ, ສະຖາບັນ, ໂຮງໝໍ ມຊ, ສູນ ແລະໂຮງຮຽນ ທີ່ຂຶ້ນກັບ ມຊ ຈົ່ງ ຮັບຮູ້ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 20 ຜົນສັກສິດຂອງຂໍ້ຕົກລົງ
ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະເຄື່ອນໄຫວ ຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ
- ອີງຕາມ ດໍາລັດນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 017/ນຍ,
ລົງວັນທີ 16 ມີນາ 2009;
- ອີງຕາມ ການຄົ້ນຄວ້າ ແລະສະເໜີຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດຈຶ່ງຕົກລົງ:
ໝວດທີ I
ບົດບັນຍັດທົ່ວໄປ
ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກໍານົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ການຄຸ້ມຄອງພະນັກງານ ແລະລະບອບແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງດ້ານນິຕິກໍາໃຫ້ການຈັດຕັ້ງ ແລະການເຄື່ອນໄຫວ ຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ໃນການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະແຜນຍຸດທະສາດຂອງມະຫາວິທະຍາໄລແຫ່ງຊາດ (ມຊ).
ມາດຕາ 2. ທີ່ຕັ້ງ ແລະພາລະບົດບາດ
ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ(ຂຽນຫຍໍ້ວ່າ ຫຄບ) ເປັນຫ້ອງການໜຶ່ງຂອງ ມຊ ມີຖານະເທົ່າຫ້ອງການອື່ນໆທີ່ຂຶ້ນກັບ ມຊ, ເຊິ່ງມີພາລະບົດບາດດໍາເນີນການຄົ້ນຄວ້າວິທະຍາສາດ, ດໍາເນີນການສອນ ແລະເຝິກອົບຮົມ, ເປັນເສນາທິການໃຫ້ອະທິການບໍດີ ມຊ ໃນວຽກງານການຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະວາລະສານ, ວຽກງານການບໍລິການວິຊາການ, ວຽກງານການຄຸ້ມຄອງຊັບສິນທາງປັນຍາ, ວຽກງານແຜນການ - ການຮ່ວມມື ກ່ຽວກັບການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ, ຊີ້ນໍາ ແລະຄຸ້ມຄອງວຽກງານສູນຄົ້ນຄວ້າກ່ຽວກັບຈີນ, ວຽກງານສູນຄວາມເປັນເລີດທາງດ້ານສິ່ງແວດລ້ອມ ແລະສູນຄົ້ນຄວ້າອື່ນໆຂອງ ມຊ.
ໝວດທີ II
ໜ້າທີ່ ແລະຂອບເຂດສິດ
ມາດຕາ 3 ຫນ້າທີ່
-ຄົ້ນຄວ້ານະໂຍບາຍ, ຍຸດທະສາດ ແລະແຜນການກ່ຽວກັບຄົ້ນຄວ້າວິທະຍາສາດຂອງ ມຊ ແຕ່ລະໄລຍະໃຫ້ຂັ້ນເທິງອະນຸມັດ;
ສວຍງບຍ- ຊອກທຶນມາສະໜັບສະໜູນໂຄງການຄົ້ນຄວ້າວິທະຍາສາດຂອງ ມຊ;
- ຄຸ້ມຄອງຕິດຕາມ ແລະປະເມີນການດໍາເນີນໂຄງການຄົ້ນຄວ້າວິທະຍາສາດທຸກໆໂຄງການໃນ ມຊ;
- ພັດທະນາຄວາມສາມາດ ທາງດ້ານການຄົ້ນຄວ້າວິທະຍາສາດມີຄຸນນະພາບ ຂອງ ມຊ;
- ຂະຫຍາຍການຄົ້ນຄວ້າວິທະຍາສາດພື້ນຖານ ແລະການຄົ້ນຄວ້ານໍາໃຊ້ດ້ວຍການຮ່ວມມືກັບພາກສ່ວນວິສາຫະກິດ ແລະ ອົງການຕ່າງໆທັງພາຍໃນ ແລະຕ່າງປະເທດ;
- ພັດທະນາກົນໄກ ເພື່ອກະຕຸກຊຸກຍູ້ ແລະສະໜັບສະໜູນການຄົ້ນຄວ້າວິທະຍາສາດ;
- ຈັດສັນທຶນ ເພື່ອສະໜັບສະໜູນການຄົ້ນຄວ້າວິທະຍາສາດ;
- ການຈັດບູລິມະສິດຂົງເຂດໃນການຄົ້ນຄວ້າໃຫ້ສອດຄ່ອງກັບແຜນພັດທະນາ;
- ສ້າງສະພາບແວດລ້ອມດ້ານນິຕິກໍາ ສໍາລັບການຄົ້ນຄວ້າວິທະຍາສາດ;
- ຄັດເລືອກບົດຄົ້ນຄວ້າວິທະຍາທີ່ດີມີປະໂຫຍດລົງວາລະສານວິທະຍາສາດ ມຊ ແລະເກັບຄ່າທໍານຽມ;
- ພັດທະນາວາລະສານໃຫ້ມີຄວາມທັນສະໄໝ ແລະໄດ້ມາດຕະຖານສາກົນ.
- ຄົ້ນຄວ້ານະໂຍບາຍ ແລະແຜນການບໍລິການວິຊາການຂອງ ມຊ ແຕ່ລະໄລຍະໃຫ້ຂັ້ນເທິງອະນຸມັດ;
- ສົ່ງເສີມ, ຄຸ້ມຄອງຕິດຕາມ ແລະປະເມີນການບໍລິການວິຊາການ ຂອງ ມຊ;
- ເຜີຍແຜ່ວຽກງານການບໍລິການວິຊາການ ມຊ;
- ເກັບກໍາ ແລະສ້າງຖານຂໍ້ມູນນັກວິຊາການ ມຊ ເພື່ອເປັນແຫຼ່ງຂໍ້ມູນໃຫ້ແກ່ການບໍລິການວິຊາການຕໍ່ສັງຄົມ
- ການຂຶ້ນແຜນງົບປະມານແຕ່ລະພະແນກໃນການຈັດປະຊຸມ, ສໍາມະນາ , ຝຶກອົບຮົມ ແລະທັດສະນະແລກປ່ຽນບົດຮຽນດ້ານວິຊາການກັບຕ່າງປະເທດ;
- ການຂຶ້ນແຜນງົບປະມານການຈັດກອງປະຊຸມການເຜີຍແຜ່ຜົນການຄົ້ນຄວ້າລະດັບມຊ, ລະດັບປະເທດ ແລະລະດັບສາກົນ;
- ການຂຶ້ນແຜນງົບປະມານຈັດງານບຸນວິທະຍາສາດ ມຊ ປະຈໍາປີ;
- ການຂຶ້ນແຜນງົບປະມານຈັດພິມວາລະສານວິທະຍາສາດ ມຊ ປະຈໍາປີ ແລະການຄຸ້ມຄອງວາລະສານ, ການວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ;
- ຕິດຕາມປະເມີນຜົນວຽກງານການຄົ້ນຄວ້າວິທະຍາສາດຂອງລັດ ໃຫ້ໄປຕາມທິດທາງການພັດທະນາການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະທ່າອຽງຂອງສາກົນ; ການປະສານງານ, ຮ່ວມມືກັບບັນດາກະຊວງ, ສະຖາບັນ, ໂຄງການ ທີ່ໃຫ້ການສະໜັບສະໜູນການ ຄົ້ນຄວ້າວິທະຍາສາດແກ່ ມຊ;
- ສັງລວມຂໍ້ມູນ, ບັນດາແຜນງານ, ແຜນງົບປະມານແຕ່ລະພະແນກ, ສູນ ເພື່ອຂໍຂຶ້ນງົບກັບພາກສ່ວນກ່ຽວຂ້ອງ;
- ຮ່າງ MOU, MOA ຫຼື ສັນຍາ, ເພື່ອຮ່ວມກັບພາກສ່ວນຕ່າງໆ.
- ເພື່ອກໍານົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບການສົ່ງເສີມການປະດິດແຕ່ງຂອງບຸກ ຄະລາກອນ ມຊ;
- ຄຸ້ມຄອງ ແລະປົກປ້ອງຊັບສິນທາງປັນຍາຂອງ ມຊ;
- ປັບປຸງນິຕິກໍາ, ລະບຽບການຊັບສິນທາງປັນຍາ ຂອງ ມຊ;
- ສ້າງປຶ້ມຄູ່ມືເຜີຍແຜ່ກ່ຽວກັບຊັບສິນທາງປັນຍາ;
- ໃຫ້ຄໍາປຶກສາກ່ຽວກັບວຽກງານຊັບສິນທາງປັນຍາ.
- ເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ.
- ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດຖະບານ ທັງສອງປະເທດ, ເພື່ອ ການສົ່ງເສີມ ແລະ ພັດທະນາສາຍພົວພັນ ແລະການຮ່ວມມືລະຫວ່າງສອງຊາດ ລາວ-ຈີນ ໃຫ້ກ້ວາງຂວາງ ແລະເລິກເຊິ່ງ;
- ເພື່ອພັດທະນາ, ແລກປ່ຽນ, ຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງມະຫາວິທະຍາໄລແຫ່ງຊາດ ກັບບັນດາມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າຕ່າງໆ ຂອງ ສປ ຈີນ ທີ່ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກັບມະຫາວິທະຍາໄລແຫ່ງຊາດ;
- ຈັດກອງປະຊຸມວິຊາການ ແລະການບັນຍາຍພິເສດເພື່ອສົ່ງເສີມການຮ່ວມມື ລະຫວ່າງຊ່ຽວຊານ, ນັກວິຊາການ ແລະນັກຄົ້ນຄວ້າທັງສອງຝ່າຍ;
- ເພື່ອຊີ້ນໍາ, ຄຸ້ມຄອງ, ຕິດຕາມ ແລະປະເມີນບັນດາໂຄງການຮ່ວມມື ລາວ-ຈີນ ໃຫ້ໄດ້ຮັບໝາກຜົນ ແລະມີປະສິດທິພາບສູງ ຕາມຄວາມຄາດໝາຍຂອງລັດຖະບານຂອງທັງສອງຝ່າຍລາວ - ຈີນ.
- ໃຫ້ຄໍາປຶກສາ ແລະສະໜອງຂໍ້ມູນການເຄື່ອນໄຫວ ແລະເຫດການທີ່ພົ້ນເດັ່ນແກ່ສັງຄົມ.
- ສູນກາງຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການດ້ານສິ່ງແວດລ້ອມ ແລະນະວັດຕະກໍາສີຂຽວ ທີ່ນໍາໜ້າໃນປະເທດ;
- ອໍານວຍຄວາມສະດວກເຄື່ອງມືວິເຄາະຂັ້ນພື້ນຖານ, ຂັ້ນສູງ ແລະຊີວະໂມກູນ ໃນການຄົ້ນຄວ້າທາງດ້ານກາຍະພາບ, ເຄມີ ແລະຊີວະພາບຂອງສິ່ງແວດລ້ອມ;
- ໃຫ້ການບໍລິການວິເຄາະທາດພິດ, ຢາປາບສັດຕູພືດ, ສານອາຫານ, ສານເຕີມແຕ່ງອາຫານ, ສານພິດຈາກເຊື້ອລາ ແລະ ທາດອື່ນໆ;
- ໃຫ້ການຢັ້ງຢືນຄຸນນະພາບຜະລິດຕະພັນກະສິກໍາ;
- ຄົ້ນຄວ້າ ແລະພັດທະນາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມເຊັ່ນ: ຢາປາບສັດຕູພືດຊີວະພາບ, ຜະລິດຕະພັນບໍາບັດນໍ້າເສຍ, ປຸ໋ຍຊີວະພາບ, ຜະລິດຕະພັນຈາກທໍາມະຊາດ ແລະອື່ນໆ;
- ໃຫ້ຄໍາປຶກສາດ້ານສິ່ງແວດລ້ອມໃຫ້ອົງກອນທັງພາກລັດ, ເອກະຊົນ ແລະສັງຄົມ;
- ສ້າງນັກສຶກສາລະດັບປະລິນຍາໂທ ແລະປະລິນຍາເອກໃນຮູບແບບການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ແລະ ສົ່ງເສີມນັກສຶກສາປະລິນຍາຕີ ທີ່ມີພອນສະຫວັນ ໃຫ້ເປັນນັກຄົ້ນຄວ້າ;
- ພົວພັນຮ່ວມມືກັບອົງກອນຄົ້ນຄວ້າ ທັງພາຍໃນ ແລະຕ່າງປະເທດ ຕາມການແນະນໍາ ແລະເຫັນດີຂັ້ນເທິງ, ມີສິດມີສິດຕາມການມອບຫມາຍຂອງຫົວຫນ້າຫ້ອງການ.
ມາດຕາ 4 ຂອບເຂດສິດ
ແລະ ງານບຸນວິທະຍາສາດປະຈໍາປີ ໂດຍຜ່ານການເຫັນດີຂອງອະທິການບໍດີ;
ໝວດທີ III
ໂຄງປະກອບການຈັດຕັ້ງ
ມາດຕາ 5 ໂຄງປະກອບກົງຈັກ
ໂຄງຮ່າງການຈັດຕັ້ງ ຂອງ ຫ້ອງການຄົ້ນຄວ້າວິທະຍາສາດແລະບໍລິການວິຊາການ ປະກອບດ້ວຍ 4 ພະແນກ 02 ສູນຄື:
ມາດຕາ 6 ໂຄງປະກອບບຸກຄະລາກອນ
ຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການປະກອບມີ ຄະນະບໍລິຫານຂັ້ນຕ່າງໆດັ່ງນີ້:
- ຫົວໜ້າາຫ້ອງການ 01 ທ່ານ, ຮອງຫົວຫນ້າຫ້ອງການ ຈໍານວນໜຶ່ງ (ສູງສຸດບໍ່ເກີນ 04 ທ່ານ) ໂດຍອີງຕາມຄວາມຕ້ອງການຂອງວຽກງານ;
- ຫົວໜ້າາພະແນກ ຈໍານວນ 64 ທ່ານ, ຮອງພະແນກ ຈໍານວນ 08 ທ່ານ, ຜູ້ອໍານວຍການສູນ ຈໍານວນ 02 ທ່ານ ແລະ ຮອງອໍານວຍການສູນ ຈໍານວນ 64 ທ່ານ.
ໝວດທີ IV
ໜ້າທີ່ ແລະ ຂອບເຂດສິດຂອງ ຄະນະບໍລິຫານຂັ້ນຕ່າງໆ
ມາດຕາ 7 ຫນ້າທີ່ ແລະ ຂອບເຂດສິດຂອງຫົວຫນ້າຫ້ອງການ
ຫົວໜ້າຫ້ອງການ ນອກຈາກມີໜ້າທີ່ລະບຸໃນມາດຕາ 4 ແລ້ວ ຍັງມີໜ້າທີ່ດັ່ງນີ້:
- ຊີ້ນໍາ, ຄົ້ນຄວ້າ ແລະ ຜັນຂະຫຍາຍແຜນຍຸດທະສາດຂອງ ມຊ ແລະຂອງລັດຖະບານກ່ຽວກັບວຽກງານຄົ້ນຄວ້າ ແລະ ບໍລິການວິຊາການໃຫ້ໄປສູ່ພາກປະຕິບັດ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຫ້ອງການ;
- ເຕົ້າໂຮມທຸກໆຊັບພະຍາກອນ ພາຍໃຕ້ການຄຸ້ມຄອງຂອງຫ້ອງການ ເພື່ອປະຕິບັດແຜນວຽກ ໃຫ້ມີປະສິດທິພາບ;
- ຕິດຕາມ, ສະຫຼຸບ ແລະລາຍງານວຽກ ໃຫ້ຂັ້ນເທິງຢ່າງເປັນປະຈໍາ.
- ມີໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.
- ມີສິດເປັນຕົວແທນຂອງຫ້ອງການ ຫຼື ມຊ ຕາມການເຫັນດີຂອງຂັ້ນເທິງ.
- ມີສິດສະເໜີປະກອບບຸກຄະລາກອນ ແລະໃຊ້ຊັບພະຍາກອນພາຍໃຕ້ການຄຸ້ມຄອງຂອງຫ້ອງການ
ເພື່ອປະຕິບັດວຽກງານຂອງຫ້ອງການໃຫ້ມີປະສິດຕິພາບ.
- ມີສິດສະເໜີການປະເມີນຜົນງານຂອງບຸກຄະລາກອນພາຍໃຕ້ ການຄຸ້ມຄອງຂອງຫ້ອງ;
- ມີສິດອື່ນໆຕາມການເຫັນດີຂອງຂັ້ນເທິງ.
ມາດຕາ 8 ຫນ້າທີ່ ແລະ ຂອບເຂດສິດຂອງຮອງຫົວຫນ້າຫ້ອງການ.
ຮອງຫົວຫນ້າຫ້ອງການມີຫນ້າທີ່ ແລະ ສິດຕາມການມອບຫມາຍ ແລະ ເຫັນດີຂອງຫົວຫນ້າຫ້ອງການ ແລະ ຕ້ອງລາຍງານໃຫ້ຫົວຫນ້າຫ້ອງການຢ່າງເປັນປະຈໍາ ແລະ ທັນການ.
ມາດຕາ 9 ໜ້າາທີ່ ແລະຂອບເຂດຂອງພະແນກຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະວາລະສານ
ພະແນກຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະວາລະສານ ມີໜ້າທີ່ເປັນເສນາທິການໃຫ້ຄະນະຫ້ອງການ ໃນການສ້າງແຜນການ, ສ້າງປຶ້ມຄູ່ມື, ເພື່ອສົ່ງເສີມ, ຄຸ້ມຄອງ, ຕິດຕາມ ແລະປະເມີນການຄົ້ນຄວ້າວິທະຍາສາດຂອງ ມຊ , ສັງລວມຂໍ້ມູນ ແລະວາລະສານຈາກຜົນຂອງການຄົ້ນຄວ້າວິທະຍາສາດ ມຊ ເພື່ອຕີພິມ, ມີສິດຕາມການມອບໝາຍຂອງຫົວໜ້າຫ້ອງການ.
ມາດຕາ 10 ໜ້າທີ່ ແລະຂອບເຂດສິດຂອງພະແນກບໍລິການວິຊາການ.
ພະແນກບໍລິການວິຊາການ ມີໜ້າທີ່ເປັນເສນາທິການໃຫ້ຄະນະຫ້ອງການໃນການສ້າງແຜນການ, ສ້າງປຶ້ມຄູ່ມືສົ່ງເສີມ ແລະຄຸ້ມຄອງການບໍລິການວິຊາການ ມຊ ແລະມີສິດຕາມການມອບໝາຍຂອງຫົວໜ້າຫ້ອງການ.
ມາດຕາ 11 ໜ້າທີ່ ແລະຂອບເຂດສິດຂອງພະແນກແຜນການ ແລະ ການຮ່ວມມື.
ພະແນກແຜນການ ແລະການຮ່ວມມືມີໜ້າທີ່ເປັນເສນາທິການໃຫ້ຄະນະຫ້ອງການໃນການສ້າງແຜນການ, ການສັງລວມແຜນແຕ່ລະພາກສ່ວນ, ວຽກງານເລຂານຸການ, ການຮີບໂຮມ, ສະໜອງຂໍ້ມູນຂ່າວສານດ້ານການຄົ້ນຄວ້າວິທະຍາສາດ, ການຈັດກອງປະຊຸມຕ່າງໆ, ງານບຸນວິທະຍາສາດ ມຊ ແລະການປະສານງານຮ່ວມມືກັບບັນດາພາກສ່ວນຕ່າງໆ ແລະມີສິດຕາມການມອບໝາຍຂອງຫົວໜ້າຫ້ອງການ.
ມາດຕາ 12 ໜ້າທີ່ ແລະຂອບເຂດສິດຂອງພະແນກຄຸ້ມຄອງຊັບສິນທາງປັນຍາ
ພະແນກຄຸ້ມຄອງຊັບສິນທາງປັນຍາ ມີໜ້າທີ່ເປັນເສນາທິການໃຫ້ຄະນະຫ້ອງການໃນການສ້າງແຜນການ, ປື້ມຄູ່ມືເພື່ອສົ່ງເສີມ, ການປະດິດສ້າງ, ການປະດິດຄິດແຕ່ງຂອງບຸກຄະລາກອນ ມຊ, ເພື່ອຄຸ້ມຄອງ ແລະປົກປ້ອງຊັບສິນທາງປັນຍາຂອງ ມຊ ແລະມີສິດຕາມການມອບໝາຍຂອງຫົວໜ້າຫ້ອງການ.
ມາດຕາ 13 ໜ້າທີ່ ແລະຂອບເຂດສິດຂອງສູນຄົ້ນຄວ້າຈີນ
ສູນຄົ້ນຄວ້າຈີນ ແມ່ນໜ່ວຍງານໜຶ່ງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ຊຶ່ງເປັນເສນາທິການໃຫ້ແກ່ ຫົວຫນ້າຫ້ອງການ ແລະອະທິການບໍດີ ເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດ ຂອງ ມຊ, ເປັນສູນຄົ້ນຄວ້າຖອດຖອນບົດຮຽນ ຈາກ ສປ ຈີນ ເພື່ອການພັດທະນາ ສປປ ລາວ. ສູນຄົ້ນຄວ້າຈີນຈະຄົ້ນຄວ້າໃນທຸກຂົງເຂດ, ເປັນຕົ້ນດ້ານການເມືອງ-ການປົກຄອງ, ວັດທະນະ ທໍາ-ສັງຄົມ, ເສດຖະກິດ, ວິທະຍາສາດ ແລະເຕັກໂນໂລຊີ, ພາລະໜ້າທີ່ ເຕົ້າໂຮມນັກຄົ້ນຄວ້າ ເພື່ອດໍາເນີນການຄົ້ນຄວ້າຕາມບູລິມະສິດຂອງການຄົ້ນຄວ້າແຕ່ລະໄລຍະ, ຂຶ້ນງົບປະມານແກ່ນັກຄົ້ນຄວ້າ, ຄຸ້ມຄອງໂຄງການຄົ້ນຄວ້າທີໄດ້ອະນຸມັດໄປ, ເຜີຍແຜ່ຜົນການຄົ້ນຄວ້າໃນຮູບແບບຕ່າງໆ, ນອກຈາກນີ້ ຍັງມີໜ້າທີ່ພົວພັນກັບສະຖາບັນຄົ້ນຄວ້າຂອງຈີນ ແລະໃຫ້ຄໍາປຶກສາຕ່າງໆ ຕາມຄໍາເຫັນດີຂອງອະທິການບໍດີ ມຊ ແລະ ມີ ສິດຕາມການມອບໝາຍຂອງຫົວໜ້າຫ້ອງການ.
ມາດຕາ 14 ໜ້າທີ່ ແລະຂອບເຂດສິດຂອງສູນດີເລີດທາງດ້ານສິ່ງແວດລ້ອມ
ສູນດີເລີດທາງດ້ານສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ເປັນສູນກາງຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການດ້ານສິ່ງແວດລ້ອມ ແລະນະວັດຕະກໍາສີຂຽວ ທີ່ນໍາໜ້າໃນປະເທດ. ມີຂອບເຂດສິດ:
- ປະຕິບັດແຜນຍຸດທະສາດ ແລະແຜນດໍາເນີນງານຂອງ ມຊ ຕາມຄໍາເຫັນດີຂອງຂັ້ນເທິງ ຫົວໜ້າຫ້ອງການ ແລະ ອະທິການບໍດີ(ຄະນະຊີ້ນໍາ), ສ້າງ ແລະປະຕິບັດແຜນຍຸດທະສາດ ແລະແຜນດໍາເນີນງານຂອງສູນ, ກໍານົດໜ້າວຽກແຕ່ລະຕໍາແໜ່ງງານຂອງສູນ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບພະນັກງານຂອງສູນ, ເຮັດການຄົ້ນຄວ້າໃນວຽກງານຕ່າງໆທີ່ກ່ຽວຂ້ອງ, ສິດສອນ/ຝຶກອົບຮົມທາງດ້ານວິຊາການ, ສະໜອງຂໍ້ມູນການຄົ້ນຄວ້າໃຫ້ແກ່ມະຫາວິທະຍາໄລ ແລະສະຖາບັນຕ່າງໆຕາມການແນະນໍາ-ເຫັນດີຂອງຂັ້ນເທິງ(ຄະນະ ຊີ້ນໍາ); ສ້າງ ແລະພັດທະນານັກຄົ້ນຄວ້າ, ຄົ້ນຄວ້າຫາແຫຼ່ງທຶນໃນການພັດທະນາວຽກງານຂອງສູນ, ພົວພັນຮ່ວມມືທາງດ້ານວິຊາການກັບບັນດາບຸກຄົນ, ຫ້ອງການ, ສູນ, ສະຖາບັນ, ມະຫາວິທະຍາໄລ ທີ່ກ່ຽວຂ້ອງທັງພາຍໃນ ແລະຕ່າງປະເທດ, ພາກສ່ວນຕ່າງໆກະຊວງທີ່ກ່ຽວຂ້ອງ ຕາມຄໍາແນະນໍາ ແລະ ເຫັນດີຂອງຂັ້ນເທິງ (ຄະນະຊີ້ນໍາ), ມີສິດເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງຕາມຄໍາເຊື້ອເຊີນ, ມີສິດສະເໜີບົດຄົ້ນຄວ້າ, ມີສິດເລືອກ ນັກຄົ້ນຄວ້າ ແລະນັກສຶກສາໄປຍົກລະດັບ, ຝຶກອົບຮົມ ແລະຮ່ວມກອງປະຊຸມ ທັງຢູ່ພາຍໃນ ແລະຕ່າງປະເທດ ຕາມຄໍາເຫັນດີຂອງຂັ້ນເທິງ (ຄະນະຊີ້ນໍາ). ມີຫນ້າທີ່: ອໍານວຍຄວາມສະດວກເຄື່ອງມືວິເຄາະຂັ້ນພື້ນຖານ, ຂັ້ນສູງ ແລະ ຊີວະໂມກູນ ໃນການຄົ້ນຄວ້າທາງດ້ານກາຍະພາບ, ເຄມີ ແລະຊີວະພາບຂອງສິ່ງແວດລ້ອມ, ໃຫ້ການບໍລິການວິເຄາະທາດພິດ, ຢາປາບສັດຕູພືດ, ສານອາຫານ, ສານເຕີມແຕ່ງອາຫານ, ສານຜິດຈາກເຊື້ອລາ ແລະທາດອື່ນໆ, ໃຫ້ການຢັ້ງຢືນຄຸນນະພາບຜະລິດຕະພັນກະສິກໍາ, ຄົ້ນຄວ້າ ແລະພັດທະນາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເຊັ່ນ: ຢາປາບສັດຕູພືດຊີວະພາບ, ຜະລິດຕະພັນບໍາບັດນ້ໍາເສຍ, ປຸ໋ຍຊີວະພາບ, ຜະລິດຕະພັນຈາກທໍາມະຊາດ ແລະອື່ນໆ, ໃຫ້ຄໍາປຶກສາດ້ານສິ່ງແວດລ້ອມໃຫ້ອົງກອນທັງພາກລັດ, ເອກະຊົນ ແລະສັງຄົມ, ສ້າງນັກສຶກສາລະດັບປະລິນຍາໂທ ແລະປະລິນຍາເອກໃນຮູບແບບການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ແລະສົ່ງເສີມນັກສຶກສາປະລິນຍາຕີ ທີ່ມີພອນສະຫວັນໃຫ້ເປັນນັກຄົ້ນຄວ້າ, ພົວພັນຮ່ວມມືກັບອົງກອນຄົ້ນຄວ້າທັງພາຍໃນ ແລະຕ່າງປະເທດຕາມການແນະນໍາ ແລະເຫັນດີຂັ້ນເທິງ, ມີສິດມີສິດຕາມການມອບໝາຍຂອງຫົວໜ້າຫ້ອງການ.
ໝວດທີ V
ຖານະທາງການເງິນ, ການຂຶ້ນງົບປະມານ, ການບັນຊີ ແລະການກວດກາ
ມາດຕາ 15 ຖານະທາງການເງິນ
ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການມີຖານະການເງິນຂຶ້ນກັບຫ້ອງການແຜນການ ແລະການເງິນ ມຊ ເປັນຫົວໜ່ວຍງົບປະມານປະຈໍາປີຂອງລັດ ທີ່ມະຫາວິທະຍາໄລແຫ່ງຊາດຈັດສັນໃຫ້ ແລະມຄອງບໍລິຫານງົບປະມານຕາມລະບຽບການເງິນຂອງ ລັດຖະບານ ກໍຄືຕາມລະບຽບການເງິນຂອງ ມຊ.
ມາດຕາ 16 ງົບປະມານ
ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ມີແຫຼ່ງລາຍຮັບ ດັ່ງຕໍ່ໄປນີ້:
ວິທະຍາສາດ, ການຊ່ວຍເຫຼືອລ້າ, ຈາກການບໍລິຈາກຂອງບຸກຄົນ, ຫົວໜ່ວຍການຜະລິດ, ບໍລິສັດ ຫຼື ອົງ
ການຈັດຕັ້ງຕ່າງໆ ທັງພາຍໃນ ແລະຕ່າງປະເທດ;
ມາດຕາ 17 ການບັນຊີ ແລະ ກວດກາ
ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍງົບປະມານ ແລະລະບຽບການກວດສອບບັນຊີ-ການເງິນແຫ່ງລັດ ແລະຕາມລະບຽບການຄຸ້ມຄອງບັນຊີ-ການເງິນຂອງ ມຊ.
ໝວດທີ VI
ລະບອບວິທີເຮັດວຽກ ແລະການພົວພັນປະສານງານ
ມາດຕາ 18 ລະບອບວິທີເຮັດວຽກ
ມາດຕາ 19 ການພົວພັນປະສານງານ
ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການປະສານສົມທົບກັບຄະນະວິຊາ, ສະຖາບັນຄົ້ນຄວ້າໃນເຄືອຂ່າຍ ແລະຂະແໜງການອື່ນໆທີ່ກ່ຽວຂ້ອງຕາມການເຫັນດີຂອງຂັ້ນເທິງ.
ໝວດທີ VII
ການຕິດຕາມ, ປະເມີນຜົນ ແລະການກວດກາ
ມາດຕາ 20 ການຕິດຕາມ
ທຸກໆ ການເຄື່ອນໄຫວວຽກງານຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ຕ້ອງມີການຕິດຕາມການປະຕິບັດວຽກງານຂອງແຕ່ລະພະແນກ, ສູນຕະຫຼອດຮອດການປະຕິບັດໜ້າທີ່ຂອງວຽກງານ ຂອງພະນັກງານແຕ່ລະຄົນ.
ມາດຕາ 21 ການປະເມີນຜົນ
ທຸກໆການເຄື່ອນໄຫວວຽກງານຕ້ອງມີການສະຫຼຸບຕີລາຄາ, ປະເມີນຄວາມສໍາເລັດຂອງການປະຕິບັດ ແຜນການປະຈໍາອາທິດ, ເດືອນ, ສາມເດືອນ ແລະປະຈໍາປີ.
ມາດຕາ 22 ການກວດກາ
ທຸກໆການເຄື່ອນໄຫວວຽກງານຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການຕ້ອງມີ ການກວດກາຢ່າງເປັນປົກກະຕິ ແລະກວດກາສະເພາະກິດ, ຖ້າເຫັນວ່າມີການລະເມີດລະບຽບກົດໝາຍ, ແບບແຜນວິທີເຮັດວຽກ ແລະ ບັນດາຂໍ້ກໍານົດຕ່າງໆ ຂອງມະຫາວິທະຍາໄລແຫ່ງຊາດ.
ໝວດທີ VIII
ບົດບັນຍັດສຸດທ້າຍ
ມາດຕາ 23 ກາປະທັບ
ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ມີກາປະທັບຂອງຕົນເພື່ອຮັບໃຊ້ວຽກງານ ລັດຖະການ.
ມາດຕາ 24 ການຜັນຂະຫຍາຍ
ເພື່ອຜັນຂະຫຍາຍຂໍ້ຕົກລົງສະບັບນີ້ໃຫ້ຫົວໜ້າາຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ແລະນໍາສະເໜີຂໍອະນຸມັດຈາກອະທິການບໍດີ ມຊ ໃນການກໍານົດໜ້າທີ່ຂອງໜ່ວຍງານ ແລະຕໍາແໜ່ງງານໃນຫ້ອງການ.
ມາດຕາ 25 ການຈັດຕັ້ງປະຕິບັດ
ໃຫ້ບັນດາກົມທີ່ສັງກັດໃນກະຊວງສຶກສາທິການ ແລະກິລາ, ມະຫາວິທະຍາໄລແຫ່ງຊາດ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 26 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂໍ້ຕົກລົງ ແລະລະບຽບການອື່ນທີ່ຂັດກັບຂໍ້ຕົກລົງສະບັບນີ້ລ້ວນແຕ່ຖືກລົບລ້າງ.
ບົົດຄົ້ນຄວ້າ/ນະວັດຕະກຳດີເດັ່ນ
The symposium on The Role of HRD in Country Development, and Expectation for Japan’s Contribution was held on Feb 4, 2026, at the National University of Laos (NUOL), with an opening remark by Prof. Dexanourath Seneduangdeth, the President of NUOL, who mentioned that: The Government of Japan...
In 27th to 29th Aug 2025, the National University of Laos, or NUOL, had hosted the Second General Meeting of REAL Project (Reforming higher education in Laos); participants were from four universities include University of Souphanouvong, University of Savannakhet, University of Champasak, and the...