ມະຫາວິທະຍາໄລແຫ່ງຊາດ (ມຊ) ມີຄວາມຍິນດີແຈ້ງການເປີດຮັບສະໝັກນັກສຶກສາເຂົ້າຮ່ວມໂຄງການແລກປ່ຽນນັກສຶກສາພາກລະດູຮ້ອນ (Global Summer School - GSS) ປະຈໍາປີ 2025 ທີ່ ສະຖາບັນສັບພະວິຊາຮຸມເບີ (Humber Polytechnic), ໂຕຣອນໂຕ, ປະເທດການາດາ, ໄລຍະວັນທີ 11 ກໍລະກົດ – 2 ສິງຫາ 2025. ໂຄງການດັ່ງກ່າວມີເປົ້າໝາຍສ້າງປະສົບການການຮຽນຮູ້ທາງວິຊາການ ແລະ ວັດທະນະທຳ ໃຫ້ແກ່ນັກສຶກສາ ແລະ ໂອກາດພົບປະກັບນັກສຶກສາຕ່າງປະເທດ ແລະ ຜູ້ຊ່ຽວຊານຈາກທົ່ວໂລກ ເພື່ອຮຽນຮູ້ປະສົບການເຊິ່ງກັນ ແລະ ກັນ ແລະ ຍົກລະດັບຄວາມສາມາດໃນການມີວຽກເຮັດງານທໍາ.
ຂ່າວດີ: ສໍາລັບນັກສຶກສາ ມຊ ສາມາດສະໝັກທຶນການສຶກສາເພື່ອເຂົ້າຮ່ວມໃນ GSS. ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມຕາມລີ້ງລຸ່ມນີ້.
ຄວາມເປັນມາຂອງສູນໄອທີ
ສູນເທັກໂນໂລຊີຂໍ້ມູນຂ່າວສານ ຫຼື ເອີ້ນຫຍໍ້ວ່າ ສູນໄອທີ ໄດ້ສ້າງຕັ້ງຂຶ້ນໃນເດືອນ ທັນວາ ປີ 2002, ໂດຍການແຍກອອກຈາກພະແນກແຜນການ ແລະ ຄຸ້ມຄອງຂໍ້ມູນ ຫ້ອງການສັງລວມ ຫຼື ຫ້ອງການມະຫາວິທະຍາໄລແຫ່ງຊາດໃນປັດຈຸບັນ; ເຊິ່ງເປັນເສນາທິການທາງດ້ານ ICT ແລະ ເທັກໂນໂລຊີ ສື່ການຮຽນ-ການສອນ ໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ(ມຊ) ໃຫ້ກ້າວທັນກະແສເທັກໂນໂລຊີ ການສື່ສານຂໍ້ມູນຂອງພາກພື້ນ ກໍຄືສາກົນ.
ນັບແຕ່ໄດ້ສ້າງຕັ້ງມາ ສູນໄອທີ ໄດ້ດຳເນີນວຽກງານທາງດ້ານ ICT ບໍ່ວ່າຈະເປັນວຽກໂຄ່ງລ່າງ, ເຄື່ອຂ່າຍ, ພັດທະນາຊັອບແວ ລວມເຖິງການໃຫ້ບໍລິການໃນດ້ານຕ່າງໆ, ເຊິ່ງ ໄດ້ແບ່ງອອກເປັນ 2 ໄລຍະດັ່ງນີ້:
ໄລຍະທີ1 (2002-2009).
ໃນໄລຍະນີ້ ແມ່ນໄລຍະເລີ່ມຕົ້ນຂອງສູນ ເຊິ່ງມີພະນັກງານທັງໝົດ 13 ຄົນ ພາຍໃຕ້ການບໍລິຫານຂອງ ທ່ານ ປອ. ບຸນທົງ ວົງໄຊຍາ ແລະ ທ່ານ ວິຊິນ ມຸ່ງສິນ, ໃນນັ້ນໄດ້ແບ່ງອອກເປັນ 2 ພະແນກຄື: ພະແນກພັດທະນາເຄື່ອຂ່າຍ ແລະ ພະແນກຂໍ້ມູນ ແລະມາດຖານ.
ໃນເວລາດຽວກັນ ກໍແມ່ນໄລຍະເລີ່ມຕົ້ນຂອງການພັດທະນາ ແລະຂະຫຍາຍລະບົບເຄື່ອຂ່າຍທາງດ້ານ ICT ທຸກວິທະຍາເຂດ ທົ່ວ ມຊ ໃຫ້ສາມາດເຊື່ອມຕໍ່ກັນໄດ້ ເພື່ອຄວາມສະດວກໃນການຕິດຕໍ່ພົວພັນໃນດ້ານຕ່າງໆ. ສູນໄອທີ ໄດ້ຮັບການຊ່ວຍເຫຼຶອລ້າຈາກໂຄງການ SIDA-Sarec ປະເທດສະວີເດັນ, ເຊິ່ງແມ່ນແຫຼ່ງທຶນຫຼັກໃນການພັດທະນາລະບົບ ICT ຂອງ ມຊ, ເຊິ່ງໂຄງການດັ່ງກ່າວແມ່ນໄດ້ເອົາພະນັກງານໄປເຝິກອົບຮົມທາງດ້ານ ICT ເຊັ່ນ: Backbone, Interactive-Space and Voice Over IP, NUOL-Internet Application Services .ແລະ ອື່ນໆ ເພື່ອໃຫ້ສາມາດຄຸ້ມຄອງລະບົບ ICT ຂອງ ມຊ ໄດ້. ນອກຈາກນີ້ ສູນໄອທີ ຍັງໄດ້ຮ່ວມມືກັບກະຊວງ, ອົງກອນ ແລະ ບໍລິສັດຕ່າງໆ ພາຍໃນປະເທດ ເພື່ອພັດທະນາທາງດ້ານ ICT ເຊັ່ນ: ສຳນັກງານນາຍົກລັດຖະມົນຕີ (STEA), ສູນຄົ້ນຄວ້າກະສິກຳ-ປ່າໄມ້ (NAFRI).
ໄລຍະທີ2 (2009-ປັດຈຸບັນ).
ໃນໄລຍະທີ 2 ນີ້ ສູນໄອທີ ມີພະນັກງານທັງ 15 ຄົນ ພາຍໃຕ້ການບໍລິຫານຂອງ ທ່ານ ປອ. ພອນແກ້ວ ຈັນທະມາລີ, ທ່ານ ຄຳພັນ ສິດທະວົງ ແລະ ທ່ານ ທອງສະໝຸດ ສູນທະວົງ, ເຊິ່ງສູນໄອທີ ມີທັງໝົດ 3 ພະແນກຄື: ພະແນກຈັດຕັ້ງສັງລວມ ແລະບໍລິການ, ພະແນກພັດທະນາຊັອບແວ ແລະ ພະແນກເຄື່ອຂ່າຍ ແລະການຈັດການລະບົບ.
1.1. ສູນເຕັກໂນໂລຊີ ຂໍ້ມູນຂ່າວສານ ເປັນກອງເສນາທິການ ໃຫ້ແກ່ອະທິການບໍດີ ໃນການພັດທະນາເຕັກໂນໂລຊີ ການສື່ສານຂໍ້ມູນ ແລະເຕັກໂນໂລຊີສື່ການຮຽນ-ການສອນ ໃຫ້ແກ່ ມຊ ໃຫ້ກ້າວທັນກະແສເຕັກໂນໂລຊີ ການສື່ສານຂໍ້ມູນຂອງພາກພື້ນກໍຄືສາກົນ.
1.2. ພັດທະນາສັບພະຍາກອນມະນຸດ ທາງດ້ານເທັກນິກວິທະຍາສາດຄອມພິວເຕີ ແລະ ເຕັກໂນໂລຊີ ການສື່ສານຂໍ້ມູນ ທັງພາຍໃນ ແລະພາຍນອກ ມຊ ດ້ວຍການຈັດເຝິກອົບຮົມ.
1.3. ພັດທະນາ, ຕິດຕັ້ງ, ບຳລຸງຮັກສາ ແລະຄຸ້ມຄອງລະບົບເຄື່ອຂ່າຍການສື່ສານຂໍ້ມູນ ພາຍໃນ ມຊ ແລະເຮັດໃຫ້ເຄື່ອຂ່າຍ ການສື່ສານຂໍ້ມູນທາງດ້ານການສຶກສາ ແລະການຄົ້ນຄວ້າວິທະຍາສາດຂອງ ມຊ ຕິດຈອດກັບພາກພື້ນ ແລະສາກົນ, ພັດທະນາ Application Software ເພື່ອຮັບໃຊ້ການບໍລິຫານການສຶກສາ.
1.4. ດຳເນີນການຄົ້ນຄວ້າວິທະຍາສາດທາງດ້ານເທັກນິກວິທະຍາສາດຄອມພິວເຕີ ແລະເຕັກໂນໂລຊີການສື່ສານຂໍ້ມູນ.
1.5 ດຳເນີນການບໍລິການວິຊາການທີ່ກ່ຽວຂ້ອງກັບການນຳໃຊ້ວິທະຍາສາດຄອມພິວເຕີ ແລະ ເທັກໂນໂລຊີການສື່ສານຂໍ້ມູນ.
ຂໍ້ມູນຕິດຕໍ່
ສູນເທັກໂນໂລຊີ-ຂໍ້ມູນຂ່າວສານ, ຫ້ອງ 107, ສຳນັກງານອະທິການບໍດີ, ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ
ຕູ້ໄປສະນີ 7322, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທລະສັບ: +856 21 740280
ແຟັກ: +856 21 770381
ອີເມລ:
ເວັບໄຊ: http://itc.nuol.edu.la
The symposium on The Role of HRD in Country Development, and Expectation for Japan’s Contribution was held on Feb 4, 2026, at the National University of Laos (NUOL), with an opening remark by Prof. Dexanourath Seneduangdeth, the President of NUOL, who mentioned that: The Government of Japan...
In 27th to 29th Aug 2025, the National University of Laos, or NUOL, had hosted the Second General Meeting of REAL Project (Reforming higher education in Laos); participants were from four universities include University of Souphanouvong, University of Savannakhet, University of Champasak, and the...