Select your language

Practices in Solidarity, Planning, Discipline, Ethics, Modernization, Cleanliness

Practices in Solidarity, Planning, Discipline, Ethics, Modernization, Cleanliness

ສະພາບລວມຂອງສູນ

          ສູນຄົ້ນຄວ້າຈີນ ມີຊື່ຫຍໍ້ວ່າ “ສຄຈ”, ເປັນອົງການວິຊາການຄົ້ນຄວ້າທາງວິທະຍາສາດ,   ມີຖານະທຽບເທົ່າຂັ້ນຫ້ອງການ, ສັງກັດໃນມະຫາວິທະຍາໄລແຫ່ງຊາດ(ມຊ); ເປັນເສນາທິການໃຫ້ແກ່ ອະທິການບໍດີ ເພື່ອ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ຂອງ ມຊ, ​ເປັນ​ສູນ​ຄົ້ນ​ຄວ້າຖອດ​ຖອນ​ບົດ​ຮຽນ ຈາກ ສ​ປ. ຈີນ ເພື່ອ​ການ​ພັດ​ທະ​ນາ​ ສ​ປ​ປ ລາວ. ສ​ຄ​ຈ ຈະ​ຄົ້ນ​ຄວ້າ​ໃນທຸກ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ດ້ານການ​ເມືອງ​-ການ​ປົກ​ຄອງ, ວັດ​ທະ​ນະ​ທຳ-ສັງ​ຄົມ, ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ.


ໜ້າທີ ແລະພາລະບົດບາດ

  1. ເຕົ້​າ​ໂຮມ​ນັກ​ຄົ້ນ​ຄວ້າ ເພື່ອ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຕາມ​ບູ​ລິ​ມະ​ສິດ​ຂອງ​ການ​ຄົ້ນ​ຄວ້າ​   ແຕ່​ລະ​ໄລ​ຍະ. 
  2. ຂຶ້ນ​ງົບ​ປະ​ມານ​ແກ່​ການ​ຄົ້ນ​ຄວ້າ. 
  3. ຄຸ້ມ​ຄອງ​ໂຄງ​ການ​ຄົ້ນ​ຄວ້າ​ທີ່​ໄດ້​ອະ​ນຸ​ມັດ​ໄປ.
  4. ເຜີຍ​ແຜ່​ຜົນ​ການ​ຄົ້ນ​ຄວ້າ​ໃນ​ຮູບ​ແບບ​ຕ່າງໆ.  

ນອກ​ຈາກນີ້ ຍັງ​ມີ​ໜ້າ​ທີ່​ພົວ​ພັນ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຂອງ​ຈີນ ຕາມ​ຄຳ​ເຫັນ​ດີ​ຂອງ​ອະ​ທິ​ການ​ບໍ​ດີ ມ​ຊ. ສ​ຄ​ຈ ມີພາລະບົດບາດ ສະໜອງຂໍ້ມູນ, ຜົນການຄົ້ນຄວ້າທີ່ຈໍາເປັນໃຫ້ແກ່ ມຊ  ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພັດທະນາ ຊັບພະຍາກອນມະນຸດ ແລະ ສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າວິທະຍາສາດ, ການຮ່ວມມື ດ້ານເສດຖະກິດ, ວັດທະນະທໍາ ແລະ ສັງຄົມ ລະຫວ່າງ ສປປ ລາວ ແລະ ສປ ຈີນ.


ຂໍ້ມູນຕິດຕໍ່:

 ເບີໂທ: 020 5433 3269

News & Events

The symposium on The Role of HRD in Country Development, and Expectation for Japan’s Contribution

The symposium on The Role of HRD in Country Development, and Expectation for Japan’s Contribution was held on Feb 4, 2026, at the National University of Laos (NUOL), with an opening remark by Prof. Dexanourath Seneduangdeth, the President of NUOL, who mentioned that: The Government of Japan...

the National University of Laos, or NUOL, had hosted the Second General Meeting of REAL Project

In 27th to 29th Aug 2025, the National University of Laos, or NUOL, had hosted the Second General Meeting of REAL Project (Reforming higher education in Laos); participants were from four universities include University of Souphanouvong, University of Savannakhet, University of Champasak, and the...