- Details
- Hits: 2008
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອເຂົ້າຮ່ວມກອງປະຊຸມ The 19th Global Development Conference ຊຶ່ງຈັດໂດຍ Global Development Network, New Delhi, India ໃນລະຫວ່າງວັນທີ 23 - 25 ຕຸລາ 2019 ທີ່ ເມືອງບອນ ປະເທດເຢຍລະມັນ. ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມກ່ຽວກັບງານ ແລະ ວິທີການລົງທະບຽນໄດ້ທີ່: www.gdn.int/conference2019 ຫຼື ສອບຖາມຜ່ານອິເມວ This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it., ກຳນົດການສົ່ງບົດແມ່ນບໍ່ໃຫ້ກາຍວັນທີ 30 ເມສາ 2019.
Call for Application: The 19th International Students Summit, Tokyo University of Agriculture, Japan
- Details
- Hits: 1795
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມະຫາວິທະຍາໄລກະເສດສາດໂຕກຽວ (Tokyo University of Agriculture) ຈະຈັດກອງປະຊຸມແລກປ່ຽນສໍາລັບນັກສຶກສານາໆຊາດຄັ້ງທີ 19 (The 19th International Students Summit) ໃນຫົວຂໍ້: Youth Transforming Thoughts on Sustainable Agriculture and Resource Management to Connect Local and Global Community, ໃນລະຫວ່າງວັນທີ 15 - 23 ກັນຍາ 2019 ທີ່ ປະເທດຍີ່ປຸ່ນ. ຈຸດປະສົງຂອງງານແມ່ນເພື່ອເປີດໂອກາດໃຫ້ນັກສຶກສາໄດ້ມີການແລກປ່ຽນກັນດ້ານກະສິກໍາແບບຍືນຍົງ, ວິທະຍາສາດອາຫານ, ການຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກເຂົ້າຮ່ວມງານດັ່ງກ່າວ ແມ່ນໃຫ້ເຂົ້າມາສໍາພາດຄັດເລືອກ ເວລາ 09: 30 ໂມງ, ວັນຈັນ ທີ 29 ເມສາ 2019 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລກະເສດສາດໂຕກຽວເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ຄະນະກະເສດສາດ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດທໍາມະຊາດ ຫຼື ຄະນະວິທະຍາສາດປ່າໄມ້ ມຊ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
- ມີຄວາມຮູ້ກ່ຽວກັບ ກະສິກໍາ, ວິທະຍາສາດອາຫານ, ສິ່ງແວດລ້ອມ, ວິທະຍາສາດ; ແລະ
- ມີຄວາມສາມາດເຮັດວຽກເປັນກຸ່ມ ແລະ ເຂົ້າຮ່ວມກິດຈະກໍາແລກປ່ຽນວັດທະນະທໍາໄດ້.
ໝາຍເຫດ: ນັກສຶກສາທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ຈະໄດ້ຮັບທຶນການສຶກສາເປັນຄ່າເດີນທາງໄປ-ກັບ, ຄ່າກິນຢູ່ພັກເຊົາ ແລະ ຄ່າເດີນທາງພາຍໃນປະເທດຍີ່ປຸ່ນ.
ຂໍ້ມູນເພີ່ມເຕີມປະສານ:
ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ, ໂທ: 020 5448 3131
- Details
- Hits: 1577
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ວິທະຍາໄລວິຊາຊີບທຸລະກິດສາກົນກວາງຊີ (Guangxi International Business Vocational College) ຈະຈັດກອງປະຊຸມແລກປ່ຽນວັດທະນະທຳຊາວໜຸ່ມ ແລະ ງານສະແດງວັດທະນະທຳອາຊຽນ ປະຈຳປີ 2019: 2019 ASEAN Cultural Festival & Youth Cultural Exchange Forum ໃນວັນທີ 21 ພຶດສະພາ 2019 ທີ່ ວິທະຍາໄລວິຊາຊີບທຸລະກິດສາກົນກວາງຊີ, ສປ ຈີນ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກເຂົ້າຮ່ວມງານດັ່ງກ່າວ ແມ່ນໃຫ້ເຂົ້າມາສໍາພາດຄັດເລືອກ ເວລາ 09: 30 ໂມງ, ວັນຈັນ ທີ 29 ເມສາ 2019 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງວິທະຍາໄລວິຊາຊີບທຸລະກິດສາກົນກວາງຊີເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
- ມີຄວາມຮູ້ດ້ານ ASEAN, AUN, AEC ແລະ Regional & Global Development; ແລະ
- ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ກິລາ.
ໝາຍເຫດ: ຜູ້ທີ່ຜ່ານການຄັດເລືອກແມ່ນຈະຖືກຍົກເວັ້ນຄ່າປີ້ຍົນໄປ-ກັບ ແລະ ຄ່າກິນຢູ່ພັກເຊົາໃນໄລຍະທີ່ເຂົ້າຮ່ວມງານ.
ຂໍ້ມູນເພີ່ມເຕີມ:
ຜູ້ປະສານງານ: ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ, ໂທ:021 770 720, 020 5448 3131
- Details
- Hits: 2690
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ສູນ SEAMEO BIOTROP ທີ່ ປະເທດອິນໂດເນເຊຍ ປະກາດເປີດຮັບສະໝັກພະນັກງານໃນຕຳແໜ່ງ SEAMEO BIOTROP Deputy Director for Programme.
vເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນພະນັກງານລັດ ທີ່ມີອາຍຸໃນລະຫວ່າງ 40–55 ປີ ແລະ ໄດ້ຮັບການເຫັນດີຈາກການຈັດຕັ້ງທີ່ຕົນສັງກັດຢູ່.
- ວຸດທິການສຶກສາຈົບປະລິນຍາເອກ ໃນສາຂາຊີວະວິທະຍາ ຫຼື ວິທະຍາສາດ.
- ສາມາດສື່ສານ ແລະ ຂຽນພາສາອັງກິດໄດ້ເປັນຢ່າງດີ.
- ມີປະສົບການເຮັດວຽກ ຢ່າງໜ້ອຍ 10 ປີ ກ່ຽວກັບການຄົ້ນຄວ້າ, ການສອນ ແລະ ການຈັດການໃນລະດັບພາກພື້ນ ແລະ ສາກົນ ແລະ ເຄີຍເຮັດວຽກກັບສະມາຄົມວິທະຍາສາດສາກົນ.
- ມີສຸຂະພາບແຂງແຮງດີ.
ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມ ແລະ ດາວໂຫຼດແບບຟອມສະໝັກໄດ້ທີ່: https://www.biotrop.org. ນຳສົ່ງລາຍຊື່ ພ້ອມປະກອບເອກະສານສະໝັກໃຫ້ຄົບຖ້ວນ (ໃສ່ຊອງ ຕິດຊື່, ທີ່ຢູ່, ເບີໂທຕິດຕໍ່ຢ່າງລະອຽດ) ມາຍັງຫ້ອງການພົວພັນຕ່າງປະເທດ ມຊ (ຫ້ອງ 103)ກ່ອນວັນທີ 12 ມິຖຸນາ 2019, ເພື່ອທີ່ຈະດຳເນີນການສົ່ງຕໍ່ໃຫ້ ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ດຳເນີນການໃນຂັ້ນຕໍ່ໄປ.
ພາກສ່ວນປະສານງານ: ຫ້ອງການພົວພັນຕ່າງປະເທດມຊ, ໂທລະສັບ: 021 770 720
More Articles ...
- Call for Application: ASEAN Data Science Explorers, ASEAN Foundation
- Call for Application: Inbound Internship and Activity Program 2019, King Mongkut’s University of Technology Thonburi, Thailand
- Call for Application: Master’s Degree Program, Aichi Government Scholarship, Aichi Prefectural University, Japan
- Call for Application: Enhancement Train the Trainer Programme Towards IR4.O, MTCP, Malaysia
- Call for Application: Short-Term Exchange Program for Fall Semester 2019, Kumamoto University, Japan
- Call for Application: The 12th Temasek Foundation International Leadership Enrichment and Regional Networking (TF Intl LEaRN) Programme, Nanyang Technological University, Singapore
- Call for Application: Advanced International Training Programme, Sweden & Nepal
- Call for Application: The Commemoration of Mine Awareness Day, Phnom Penh, Cambodia
- Call for Participation: SMU Global Summer Programme (GSP) 2019 – Asian Insights, Singapore Management University, Singapore
- Call for Application: Student Exchange Program in AY 2019/20, Tokyo University of Foreign Studies, Japan