Call for Application: Nagoya University Programme for Academic Exchange (NUPACE), 2017 – 2018, Japan
- Details
- Hits: 2390
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມສໍາພາດຄັດເລືອກໄປຮ່ວມໂຄງການແລກປ່ຽນການສຶກສາ Nagoya University Programme for Academic Exchange (NUPACE) ໃນລະຫວ່າງເດືອນ ຕຸລາ 2017 – ກຸມພາ 2018 ທີ່ ມະຫາວິທະຍາໄລນາໂກຢາ (Nagoya University) ປະເທດຍີ່ປຸ່ນ. ຈຸດປະສົງຂອງໂຄງການແມ່ນ ການສຶກສາວິທະຍາສາດ, ເຕັກໂນໂລຊີ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມຍີ່ປຸ່ນ. ຜູ້ທີ່ສົນໃຈສະໝັກໄປຮ່ວມໂຄງການດັ່ງກ່າວນີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດ ຫຼື ພາສາຍີ່ປຸ່ນໄດ້ໃນລະດັບດີ;
- ມີຄວາມສົນໃຈໃນດ້ານວິທະຍາສາດ, ເຕັກໂນໂລຊີ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມຍີ່ປຸ່ນ; ແລະ
- ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ກິລາ.
v ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/bXfFhqUzSWMsjhhv2
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ: https://drive.google.com/file/d/0B5gNlOvKVU0CLS1Za0JxTzFaU28/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ:23:00 ໂມງ ຂອງ ວັນທີ 23ກຸມພາ2017
- ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນສຸກ ທີ 24 ກຸມພາ 2017 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລນາໂກຢາ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
v ຂໍ້ມູນເພີ່ມເຕີມ:
- ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບການຍົກເວັ້ນຄ່າຮຽນ ແລະ ທຶນການສຶກສາ JASSO Scholarships ເຊິ່ງຈະເປັນການໃຊ້ຈ່າຍສໍາລັບຄ່າທີ່ພັກ, ອາຫານ ແລະ ອຸປະກອນທີ່ໃຊ້ເຂົ້າໃນການເຮັດກິດຈະກຳ.
- ນັກສຶກສາສາມາດເຂົ້າເບິ່ງຂໍ້ມູນກ່ຽວກັບມະຫາວິທະຍາໄລນາໂກຢາ:
http://nupace.iee.nagoya-u.ac.jp/en/
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it.
- Details
- Hits: 2685
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ສະໝັກເຂົ້າຮ່ວມສໍາພາດຄັດເລືອກໄປຮ່ວມໂຄງການແລກປ່ຽນການສຶກສາ ໃນລະຫວ່າງເດືອນ ຕຸລາ 2017 - ກັນຍາ 2018 ທີ່ ມະຫາວິທະຍາໄລກະເສດສາດ ແລະ ເຕັກໂນໂລຊີໂຕກຽວ (Tokyo University of Agriculture and Technology) ປະເທດຍີ່ປຸ່ນ. ຈຸດປະສົງຂອງໂຄງການແມ່ນສຶກສາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳໃໝ່ ແລະ ວັດທະນະທຳ-ສັງຄົມຍີ່ປຸ່ນ. ຜູ້ທີ່ສົນໃຈສະໝັກໄປຮ່ວມໂຄງການດັ່ງກ່າວນີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
- ມີຄວາມສົນໃຈໃນດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳໃໝ່ ແລະ ວັດທະນະທຳ-ສັງຄົມຍີ່ປຸ່ນ; ແລະ
- ນັກສຶກສາຕ້ອງມີຄວາມສາມາດດ້ານສິລະປະ ແລະ ວັດທະນະທຳ.
v ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/hXZFJMtj73YpqYxa2
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ: https://drive.google.com/file/d/0B5gNlOvKVU0CMDZtR3VfRlpweE0/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ:23:00 ໂມງ ຂອງ ວັນທີ 12 ກຸມພາ2017
- ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນຈັນ ທີ 13 ກຸມພາ 2017 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລກະເສດສາດ ແລະ ເຕັກໂນໂລຊີເປັນຜູ້ຄັດໃນຮອບຕໍ່ໄປ.
v ຂໍ້ມູນເພີ່ມເຕີມ:
- ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບການຍົກເວັ້ນຄ່າຮຽນ ແລະ ທຶນການສຶກສາ JASSO Scholarships ເຊິ່ງຈະເປັນການໃຊ້ຈ່າຍສໍາລັບຄ່າທີ່ພັກ, ອາຫານ ແລະ ອຸປະກອນທີ່ໃຊ້ເຂົ້າໃນການເຮັດກິດຈະກຳ.
- ນັກສຶກສາສາມາດເຂົ້າເບິ່ງຂໍ້ມູນກ່ຽວມະຫາວິທະຍາໄລກະເສດສາດ ແລະ ເຕັກໂນໂລຊີໂຕກຽວ:
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it.
- Details
- Hits: 2135
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ: ມະຫາວິທະຍາໄລຣາຊະພັດນະຄອນປະຖົມ ກໍາລັງເປິດຮັບນັກສຶກສາເຂົ້າຮ່ວມໂຄງການ Thai Culture and language Exchange Program ໃນລະຫວ່າງວັນທີ 19 ມີນາ - 07ເມສາ 2017 ທີ່ ມະຫາວິທະຍາໄລຣາຊະພັດນະຄອນປະຖົມ (Nakhon Pathom Rajabhat University) ປະເທດໄທ. ຈຸດປະສົງຂອງໂຄງການແມ່ນສຶກສາວັດທະນະທຳ ແລະ ພາສາໄທ ແລະ ທັດສະນະສຶກສາສະຖານທີ່ທ່ອງທ່ຽວຕ່າງໆຂອງປະເທດໄທ. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລ່ກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ມຊ ຮຽນ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາຍີ່ປຸ່ນ ຫຼື ພາສາອັງກິດໄດ້ໃນລະດັບດີ;
- ມີຄວາມສົນໃຈໃນວັດທະນະທຳ ແລະ ພາສາໄທ; ແລະ
- ນັກສຶກສາຕ້ອງສາມາດຮັບຜິດຊອບຄ່າເດີນທາງໄປ-ກັບ ແລະ ຄ່າອາຫານດ້ວຍຕົນເອງ.
v ຂັ້ນຕອນການສະໝັກ ແລະ ຄັດເລືອກ
1. ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/ByHKrGLHX0EHuJAf1
2. ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:
https://drive.google.com/file/d/0B-qGicuxyQubU1ROUExlUlY4c1U/view?usp=sharing
3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it.ພາຍໃນເວລາ:23:00 ໂມງ ຂອງ ວັນພຸດ ທີ 1ກຸມພາ 2017
4. ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນພະຫັດ ທີ 2 ກຸມພາ 2017 ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ
5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ຄະນະກໍາມະການຈັດໂຄງການ ທີ່ ປະເທດໄທ ເປັນຜູ້ຄັດໃນຮອບຕໍ່ໄປ.
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it.
- Details
- Hits: 2249
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມໂຄງການໄລຍະສັ້ນ: “Cool Japan Summer Program” ໃນລະຫວ່າງວັນທີ 21 ກໍລະກົດ - 02 ສິງຫາ 2017, ເຊິ່ງມີຈຸດປະສົງແລກປ່ຽນທາງດ້ານວິຊາການ, ທັດສະນະສຶກສາດ້ານວັດທະນະທຳ-ສັງຄົມ ແລະ ເຕັກໂນໂລຢີຂອງປະເທດຍີ່ປຸ່ນ, ແລະ ໂຄງການທີ 2 ແມ່ນ “Law in Japan Program” ມີ 2 ໄລຍະ: ວັນທີ 3 - 14 ກໍລະກົດ 2017 ແລະ 28 ກໍລະກົດ - 09 ສິງຫາ 2017 ເຊິ່ງມີຈຸດປະສົງແລກປ່ຽນວິຊາການ ແລະ ທັດສະນະສຶກສາດ້ານກົດໝາຍຂອງປະເທດຍີ່ປຸ່ນ ທີ່ມະຫາວິທະຍາໄລເມຈິ (Meiji University), ປະເທດຍີ່ປຸ່ນ. ຜູ້ທີ່ສົນໃຈສະໝັກເຂົ້າຮ່ວມໂຄງການດັ່ງກ່າວນີ້ແມ່ນສາມາດສຶກສາລາຍລະອຽດ ແລະ ສະໝັກຜ່ານທາງອອນລາຍໄດ້ທີ່:
1. Cool Japan Summer Program: http://www.meiji.ac.jp/cip/english/programs/cooljapan/index.html
2. Law in Japan Program: http://www.meiji.ac.jp/cip/english/programs/law/index.html
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport)ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
- ມີພອນສະຫວັນດ້ານສິລະປະວັດທະນະທໍາ; ແລະ
- ນັກສຶກສາຕ້ອງສາມາດຮັບຜິດຊອບຄ່າເດີນທາງໄປ-ກັບ, ຄ່າທີ່ພັກ ແລະ ຄ່າໃຊ້ຈາາຍອື່ນໆດ້ວຍຕົນເອງ.
ໝາຍເຫດ: ໝົດກໍານົດສະໝັກວັນທີ 28 ກຸມພາ 2017, ແລະ ຄະນະກໍາມະການຂອງມະຫາວິທະຍາໄລເມຈິຈະເປັນຜູ້ດຳເນີນການຄັດເລືອກ ແລະ ແຈ້ງຜົນການສະໝັກຜ່ານມະຫາວິທະຍາໄລແຫ່ງຊາດ ແລະ ນັກສຶກສາຕາມລໍາດັບ.
More Articles ...
- Call for Application: Japanese Language and Culture Program at Senshu University, Japan, AY 2017 (Self-Development Scholarship)
- Call for Application: 6th NIDA Summer Camp in Thailand, 12-21 June 2017
- Scholarship Opportunity: Call for Application - Master and Doctoral Degree Programmes under the Japanese Government Scholarship (MEXT), AY 2017
- Call for Application: Cultural Exchange and Study Tour Program in Japan, 13-23 March 2017
- Call for Application: Exchange Programme at Chonbuk National University, AY 2017/2018
- Call for Application: Exchange Program at University of the Ryukyus, Japan, Fall 2017
- Call for Application: Exchange Program at Saga University, Japan, Spring 2017
- Exchange Program at Kumamoto University, Japan, Spring 2016/2017
- Call for Application: Exchange Program at University of Tsukuba, Japan, Spring 2017
- Scholarship Opportunity: Open Call - Master and Doctoral Scolarship in Canada, 2017