- Details
- Hits: 2629
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາປີສຸດທ້າຍພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ສະຖານທູດປະເທດມາເລເຊຍ ປະຈໍາ ນະຄອນຫຼວງວຽງຈັນ, ສປປ ລາວ ກໍາລັງເປີດຮັບສະໝັກຜູ້ທີ່ສົນໃຈສຶກສາຕໍ່ລະດັບປະລິນຍາໂທ (Master Degree) ແລະ ປະລິນຍາເອກ (Doctoral Degree) ພາຍໃຕ້ທຶນການສຶກສາ Malaysian International Scholarship (MIS) ທີ່ ມະຫາວິທະຍາໄລ ພາຍໃນປະເທດມາເລເຊຍ. ພາຍໃຕ້ທຶນດັ່ງກ່າວນີ້ມີຫຼາຍສາຂາວິຊາເປີດໃຫ້ສະໝັກເຊັ່ນ: ວິທະຍາສາດ, ວິສະວະກໍາສາດ, ກະເສດສາດ, ການປະມົງ, ເສດຖະສາດ, ການເງິນອິດສະລາມ, ເຕັກໂນໂລຊີສື່ສານມວນຊົນ ແລະ ຂໍ້ມູນຂ່າວສານ, ເຕັກໂນໂລຊີຊີວະພາບ, ລະບົບຄວາມປອດໄພດ້ານຊີວະພາບ, ຄວາມປອດໄພດ້ານອາຫານ, ໂຄງສ້າງພື້ນຖານ, ວິທະຍາສາດສິ່ງແວດລ້ອມ ແລະ ວິທະຍາສາດສຸຂະພາບ. ຜູ້ທີ່ສົນໃຈສະໝັກເອົາທຶນດັ່ງກ່າວນີ້ແມ່ນສາມາດປະສານງານກັບຜູ້ປະສານງານທີ່ ສະຖານທູດປະເທດມາເລເຊຍ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານ Johan Rrief Jaafar, Second Secretary, ອິເມວ: This email address is being protected from spambots. You need JavaScript enabled to view it., ໂທ: 020 5558 3022, ແລະ ສະໝັກຜ່ານທາງອອນລາຍໄດ້ທີ່: https://biasiswa.mohe.gov.my/INTER/.
ໝາຍເຫດ: ກໍານົດປິດຮັບສະໝັກ ວັນສຸກ ທີ່ 31 ມີນາ 2017.
- Details
- Hits: 2663
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາປີສຸດທ້າຍພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ສະຖານທູດປະເທດບຣູໄນ ປະຈໍາ ນະຄອນຫຼວງວຽງຈັນ, ສປປ ລາວ ກໍາລັງເປີດຮັບສະໝັກຜູ້ທີ່ສົນໃຈສຶກສາຕໍ່ລະດັບປະລິນຍາໂທ (Master Degree) ໃນຫຼັກສູດ Master of Public Policy and Management (MPPM) Programme ທີ່ ສະຖາບັນນະໂຍບາຍສຶກສາ (Institute of Policy Studies) ໃນ ມະຫາວິທະຍາໄລບຣູໄນດາຣຸດສະລຳ (Universiti Brunei Darussalam), ປະເທດບຣູໄນ ເຊິ່ງຈະເລີ່ມເປີດການຮຽນ-ການສອນ ໃນວັນທີ 31 ກໍລະກົດ 2017. ຜູ້ທີ່ສົນໃຈສະໝັກຮຽນຫຼັກສູດດັ່ງກ່າວ ສາມາດດາວໂຫລດ ແລະ ສົ່ງແບບຟອມສະໝັກໄດ້ທີ່: http://apply.ubd.edu.bn/orbeon/uis-welcome/. ສຳລັບຂໍ້ມູນເພີ່ມເຕີມ ຜູ້ທີ່ສົນໃຈສາມາດປະສານງານກັບ ຜູ້ອຳນວຍການສະຖາບັນນະໂຍບາຍສຶກສາ ທ່ານ Dr. Mahani Haji Hamdan, ໂທ: +673-2463001 EXT 2361, ອິເມວ: This email address is being protected from spambots. You need JavaScript enabled to view it. .
ໝາຍເຫດ: ກໍານົດປິດຮັບສະໝັກ ວັນທີ 28 ກຸມພາ 2017.
- Details
- Hits: 2297
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ສະຖານທູດປະເທດອິນໂດເນເຊຍ ປະຈໍາ ນະຄອນຫຼວງວຽງຈັນ, ສປປ ລາວ, ກໍາລັງເປິດຮັບສະໝັກຜູ້ທີ່ສົນໃຈເຂົ້າຮຽນພາສາບາຮາຊາ ອິນໂດເນເຊຍ (Bahasa Indonesia Class Batch 8) ໃນລະຫວ່າງເດືອນ ມີນາ - ຕຸລາ 2017 ທີ່ ສະຖານທູດປະເທດອິນໂດເນເຊຍ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ການເຂົ້າຮຽນນີ້ແມ່ນບໍ່ໄດ້ເສຍຄ່າໃດໆ, ເຊິ່ງຜູ້ສົນໃຈສາມາດລົງທະບຽນຮຽນໄດ້ທີ່ ສະຖານທູດປະເທດອິນໂດເນເຊຍ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ໝາຍເຫດ: ກຳນົດປິດຮັບສະໝັກ ວັນທີ 28 ກຸມພາ 2017 ແລະ ຜູ້ສະໝັກແມ່ນໃຫ້ນໍາ ຮູບ 3x4 ຂອງຕົນ ຈຳນວນ 2ໃບ ໄປນໍາເພື່ອປະກອບການສະໝັກ.
- Details
- Hits: 2199
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນ ມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມການແຂ່ງຂັນການແປພາສາຍີ່ປຸ່ນ ພາຍໃຕ້ໂຄງການ The Japanese Literature Publishing Project (JLPP) Translation Competition ຄັ້ງທີ 3 ເຊິ່ງຈະຈັດຂຶ້ນໃນລະຫວ່າງເດືອນ ສິງຫາ 2017 - ມັງກອນ 2018 ທີ່ ປະເທດຍີ່ປຸ່ນ. ຈຸດປະສົງຂອງການແຂ່ງຂັນແມ່ນ ການແປບົດນະວະນິຍາຍ, ບົດວິຈານ ແລະ ບົດຄວາມຈາກພາສາຍີ່ປຸ່ນໄປເປັນພາສາອັງກິດ ຫຼື ພາສາຝຣັ່ງ. ຜູ້ຊະນະເລີດອັນດັບທີ 1 ແລະ 2 ຈະໄດ້ຮັບລາງວັນຈາກໂຄງການ, ໃບຢັ້ງຢືນ, ເຂົ້າຮ່ວມກອງປະຊຸມວິຊາການ ແລະ ເຂົ້າຮ່ວມການຝຶກອົບຮົມນັກແປ ອີກດ້ວຍ. ຜູ້ທີ່ສົນໃຈສະໝັກເຂົ້າຮ່ວມການແຂ່ງຂັນດັ່ງກ່າວນີ້ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ດາວໂຫລດແບບຟອມສະໝັກໄດ້ທີ່: www.jlpp.go.jp
ໝາຍເຫດ: ໄລຍະເວລາຂອງການສະໝັກແມ່ນເລີ່ມແຕ່ວັນທີ 01 ມິຖຸນາ - 31 ກໍລະກົດ 2017
More Articles ...
- Call for Application: Nagoya University Programme for Academic Exchange (NUPACE), 2017 – 2018, Japan
- Call for application: Exchange Program in Tokyo University of Agriculture and Technology, Oct 2017 – Sep 2018, Japan
- Call for Application: Thai Culture and Language Exchange Programme, 19 March - 7 April 2017, Thailand
- Call for Application: Summer Programs at Meiji University, Japan, (Self-Development Scholarship)
- Call for Application: Japanese Language and Culture Program at Senshu University, Japan, AY 2017 (Self-Development Scholarship)
- Call for Application: 6th NIDA Summer Camp in Thailand, 12-21 June 2017
- Scholarship Opportunity: Call for Application - Master and Doctoral Degree Programmes under the Japanese Government Scholarship (MEXT), AY 2017
- Call for Application: Cultural Exchange and Study Tour Program in Japan, 13-23 March 2017
- Call for Application: Exchange Programme at Chonbuk National University, AY 2017/2018
- Call for Application: Exchange Program at University of the Ryukyus, Japan, Fall 2017