- Details
- Hits: 2101
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລນະເຣສວນ (Naresuan University) ຈະໄດ້ຈັດກອງປະຊຸມນາໆຊາດ 1st Luangprabang-Indochina-Mawlamyine Economic Corridor (LIMEC) Academic International Conference, ຊຶ່ງຈຸດປະສົງແມ່ນແລກປ່ຽນແນວຄວາມຄິດດ້ານການແກ້ໄຂບັນຫາສິ່ງແວດລ້ອມ, ເສດຖະກິດ ແລະ ສັງຄົມ. ກອງປະຊຸມດັ່ງກ່າວນີ້ຈະໄດ້ຈັດຂຶ້ນລະຫວ່າງວັນທີ 2 – 6 ເມສາ 2017 ທີ່ ມະຫາວິທະຍາໄລນະເຣສວນ, ປະເທດໄທ. ຜູ້ທີ່ສົນໃຈສະໝັກເຂົ້າຮ່ວມສາມາດລົງທະບຽນໄດ້ທີ່: http://limac.slsc.nu.ac.th/ ແລະ ໃຫ້ຄະນະວິຊາຂອງທ່ານເຮັດໜັງສືນໍາສົ່ງ ເຖິງ ຫ້ອງການພົວພັນຕ່າງປະເທດ ມຊ ເພື່ອສົ່ງຕໍ່ໃຫ້ກັບສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ ໃນການດໍາເນີນການຂັ້ນຕໍ່ໄປ.
ໝາຍເຫດ:
- ກໍານົດສົ່ງລາຍຊື່ເຖິງຫ້ອງການພົວພັນຕ່າງປະເທດ ມຊ ບໍ່ໃຫ້ກາຍ ວັນພຸດ ທີ 15 ມີນາ 2017.
- ໃນການເຂົ້າຮ່ວມກອງປະຊຸມ ທາງມະຫາວິທະຍາໄລນະເຣສວນ ຈະຮັບຜິດຊອບຄ່າໃຊ້ຈ່າຍສໍາລັບທີ່ພັກ ແລະ ອາຫານ, ແຕ່ຜູ້ທີ່ເຂົ້າຮ່ວມກອງປະຊຸມຈະຕ້ອງຮັບຜິດຊອບຄ່າເດີນທາງໄປ-ກັບ ດ້ວຍຕົນເອງ.
- ສອບຖາມຂໍ້ມູນເພີ່ມເຕີມປະສານ: ທ່ານ ສອນສຸລິລັນ (020 2213 2686) ແລະ ທ່ານ ກິຫວ່າງ (020 5644 4597), ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ, ສປປ ລາວ.
- Details
- Hits: 2736
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລນັນຢາງເຕັກໂນໂລຊີ ຮ່ວມກັບ ມຸນນິທິເທັມມະເສກ ໄດ້ໃຫ້ທຶນແລກປ່ຽນການສຶກສາເຊິ່ງໄປຮຽນໄລຍະ 1 ພາກຮຽນ ເລີ່ມແຕ່ເດືອນ ກໍລະກົດ - ທັນວາ 2017 ທີ່ ມະຫາວິທະຍາໄລນັນຢາງເຕັກໂນໂລຊີ (Nanyang Technological University) ພາຍໃຕ້ທຶນຂອງ The Temasek Foundation International Leadership Enrichment and Regional Networking Programme (TFI-LEaRN). ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນໄປຮຽນແລກປ່ຽນການສຶກສາດັ່ງກ່າວນີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:
ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ.
- ຕ້ອງມີໜັງສືເດີນທາງທີ່ບໍ່ທັນໝົດອາຍຸ.
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
- ມີຄວາມຮູ້ດ້ານ ASEAN, AUN, AEC ແລະ Regional & Global Development.
- ມີພອນສະຫວັນດ້ານສິລະປະ - ວັດທະນະທໍາ ແລະ ກິລາ.
ຂັ້ນຕອນການສະໝັກ:
- ລົງທະບຽນເຂົ້າສໍາພາດ: https://goo.gl/forms/t4eZPcKC00GxbWUI2
- ດາວໂຫຼດແບບຟອມເຂົ້າສຳພາດ: https://drive.google.com/file/d/0B5gNlOvKVU0CZnBmekU2OURyUlE/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. , ພາຍໃນວັນທີ 6 ມີນາ 2017
- ເຂົ້າສໍາພາດ ເວລາ 09: 00 ໂມງ, ວັນອັງຄານ ທີ 7 ມີນາ 2017 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ.
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລນັນຢາງເຕັກໂນໂລຊີເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ:
- ລາຍລະອຽດກ່ຽວກັບມະຫາວິທະຍາໄລ: http://www.ntu.edu.sg/tflearn
- ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ:021 770 720, 020 5571 3535
ເມວ:This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it.
- Details
- Hits: 2340
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລແຫ່ງຊາດເຊອຸນ ໄດ້ຈັດໂຄງການແລກປ່ຽນການສຶກສາໄລຍະ 1 ພາກຮຽນ ເລີ່ມແຕ່ເດືອນ ກັນຍາ - ທັນວາ 2017 ທີ່ ມະຫາວິທະຍາໄລແຫ່ງຊາດເຊອຸນ (Seoul National University), ປະເທດເກົາຫຼີ, ຊຶ່ງພາຍໃຕ້ທຶນການສຶກສາ Korean Government Scholarships.ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລກປ່ຽນ ການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
ເງື່ອນໄຂຜູ້ສະໝັກ
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ.
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
- ສາມາດເວົ້າ ແລະ ຂຽນພາສາອັງກິດ ຫຼື ພາສາເກົາຫຼີໄດ້ໃນລະດັບດີ.
- ມີຄວາມຮູ້ກ່ຽວກັບ ASEAN, Laos-Korea Relations and Cooperation.
- ມີພອນສະຫວັນດ້ານສິລະປະ - ວັດທະນະທໍາ ແລະ ກິລາ.
ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/k3Z51uJ3oqpmbMhA3
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ: https://drive.google.com/file/d/0B5gNlOvKVU0CR04wMVF4OGNsS28/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ 23: 00 ໂມງ ຂອງວັນທີ 16 ມີນາ 2017.
- ສໍາພາດຄັດເລືອກ ເວລາ 09: 00 ໂມງ, ວັນສຸກ ທີ 17ມີນາ 2017 ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລແຫ່ງຊາດເຊອຸນເປັນຜູ້ຄັດໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ:
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it.
- Details
- Hits: 2228
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາປີສຸດທ້າຍ ຊາບວ່າ ສະຖາບັນເຕັກໂນໂລຊີແຫ່ງຊາດຄຸໂມະ ກໍາລັງເປິດຮັບສະໝັກຜູ້ສົນໃຈສຶກສາຕໍ່ລະດັບປະລິນຍາໂທ (Master Degree) ແລະ ປະລິນຍາເອກ (Doctoral Degree) ພາຍໃຕ້ທຶນການສຶກສາ 2017 Korean Government Scholarship Program (KGSP) for Graduate Program ທີ່ ສະຖາບັນເຕັກໂນໂລຊີແຫ່ງຊາດຄຸໂມ(Kumoh National Institute of Technology), ປະເທດເກົາຫຼີ. ຜູ້ທີ່ສົນໃຈສະໝັກເອົາທຶນດັ່ງກ່າວນີ້ແມ່ນສາມາດເຂົ້າເບິ່ງລາຍລະອຽດກ່ຽວກັບສະຖາບັນໄດ້ທີ່: http://eng.kumoh.ac.kr/e_new/ ແລະ ລາຍລະອຽດທຶນການສຶກສາ ແລະ ແບບຟອມສະໝັກໄດ້ທີ່: https://drive.google.com/drive/folders/0B5gNlOvKVU0CTjFlUy1RZDlONmc?usp=sharing .
- ຂັ້ນຕອນການສະໝັກ: ຜູ້ທີ່ສົນໃຈສາມາດສະໝັກເອົາທຶນດັ່ງກ່າວນີ້ໄດ້ 2 ວິທີຄື:
- ສະໝັກໂດຍກົງກັບສະຖາບັນເຕັກໂນໂລຊີແຫ່ງຊາດຄຸໂມະ ທີ່ ປະເທດເກົາຫຼີ, ເຊິ່ງຜູ້ສະໝັກຕ້ອງສົ່ງແບບຟອມສະໝັກເຖິງສະຖາບັນບໍ່ໃຫ້ກາຍວັນທີ: 26 ມີນາ 2017.
- ສະໝັກຜ່ານສະຖານທູດປະເທດເກົາຫຼີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ເຊິ່ງຜູ້ສະໝັກສາມາດປະສານໂດຍກົງກັບສະຖານທູດກ່ຽວກກັບລາຍລະອຽດຂັ້ນຕອນການສະໝັກ ແລະ ວັນປິດຮັບສະໝັກ.
More Articles ...
- Call for application: Master and Doctoral Degree, Malaysian International Scholarship (MIS), 2017 – 2018, Malaysia
- Call for application: Master Degree, Universiti Brunei Darussalam, 2017-2018, Brunei Darussalam
- Call for application: Bahasa Indonesia Class Batch 8, March – October 2017, Embassy of Indonesia in Vientiane, Lao PDR
- Call for application: The 3rd Japanese Literature Publishing Project (JLPP) Translation Competition, August 2017 – January 2018, Japan
- Call for Application: Nagoya University Programme for Academic Exchange (NUPACE), 2017 – 2018, Japan
- Call for application: Exchange Program in Tokyo University of Agriculture and Technology, Oct 2017 – Sep 2018, Japan
- Call for Application: Thai Culture and Language Exchange Programme, 19 March - 7 April 2017, Thailand
- Call for Application: Summer Programs at Meiji University, Japan, (Self-Development Scholarship)
- Call for Application: Japanese Language and Culture Program at Senshu University, Japan, AY 2017 (Self-Development Scholarship)
- Call for Application: 6th NIDA Summer Camp in Thailand, 12-21 June 2017