- Details
- Hits: 2279
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງການມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ ມະຫາວິທະຍາໄລເຕກຽວ ຈະຈັດໂຄງການແລກປ່ຽນການສຶກສາລະດັບປະລິນຍາຕີ ເປັນໄລຍະເວລາ 2 ປີ ເຊິ່ງນັກສຶກສາສາມາດໄດ້ຮັບໃບປະກາດຈາກ ມະຫາວິທະຍາໄລເຕກຽວ (Teikyo University) ພາຍຫຼັງຮຽນຈົບ. ນັກສຶກສາແລກປ່ຽນແມ່ນຈະເລີ່ມເຂົ້າຮຽນໃນເດືອນ ກັນຍາ 2017 ທີ່ ມະຫາວິທະຍາໄລເຕກຽວ, ປະເທດຍີ່ປຸ່ນ, ສົກຮຽນ 2017-2018. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນເຂົ້າຮ່ວມໂຄງການແລກປ່ຽນການສຶກສານີ້ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ລຸ່ມນີ້:
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດ ຫຼື ພາສາຍີ່ປຸ່ນໄດ້ໃນລະດັບດີ;
- ຕ້ອງມີຄວາມຮູ້ທາງດ້ານ General Economy, Econometrics, Mathematics ແລະ Japanese Culture; ແລະ
- ນັກສຶກສາຕ້ອງມີສຸຂະພາບແຂງແຮງທັງຮ່າງກາຍ ແລະ ຈິດໃຈ.
v ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດ: https://goo.gl/forms/G6kw3fSc7LDHNpmh1
- ດາວໂຫຼດແບບຟອມເຂົ້າສໍາພາດ https://drive.google.com/file/d/0B5gNlOvKVU0CMzJkV0h5ZjN0ZkU/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. , ພາຍໃນວັນທີ 30ມີນາ 2017.
- ເຂົ້າສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນສຸກ ທີ 31 ມີນາ 2017ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ.
- ຜູ້ທີ່ຜ່ານການສໍາພາດຄັດເລືອກ ຈະໄດ້ເຂົ້າເສັງຄວາມຮູ້ທົ່ວໄປດ້ານ ພາສາອັງກິດ, ເສດຖະສາດ, ແລະ ຄະນິດສາດ. ຫຼັງຈາກນັ້ນ, ມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກຂອງຜູ້ທີ່ຜ່ານການຄັດເລືອກໄປໃຫ້ທາງ ມະຫາວິທະຍາໄລເຕກຽວ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
v ຂໍ້ມູນເພີ່ມເຕີມ:
- ສອບຖາມຂໍ້ມູນເພີ່ມເຕີມປະສານ:
ອຈ. ອຳເຄັງ ເພັງລາສີ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ:021 770 720, 020 2225 5291
ເມວ:This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it.
- Details
- Hits: 3276
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງການມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ສະຖາບັນວິຊາຊີບງີອານ ຮ່ວມກັບ ມຸນນິທິເທັມມະເສກ ຈະຈັດໂຄງການແລກປ່ຽນການສຶກສາໄລຍະສັ້ນ ແລະ ໃຫ້ທຶນການສຶກສາແກ່ນັກສຶກສາ ມະຫາວິທະຍໄລແຫ່ງຊາດ ເພື່ອໄປເຂົ້າຮ່ວມກິດຈະກໍາແລກປ່ຽນການສຶກສາ ແລະ ວັດທະນະທໍາ ທີ່ ສະຖາບັນວິຊາຊີບງີອານ (Ngee Ann Polytechnic), ປະເທດສິງກະໂປ, ໃນລະຫວ່າງວັນທີ 9 – 29 ກໍລະກົດ 2017 ພາຍໃຕ້ທຶນຂອງ Temasek Foundation International Specialists’ Community Action and Leadership Exchange Programme (TF-SCALE). ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນເຂົ້າຮ່ວມໂຄງການແລກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ລຸ່ມນີ້:
ເງື່ອນໄຂຜູ້ສະໝັກ
- ຕ້ອງເປັນນັກສຶກສາ ປີ 1, 2, 3 ແລະ ມີຜົນການຮຽນດີເກຼດສະເລ່ຍ 3.00 ຂຶ້ນໄປ,
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ,
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ,
- ມີຄວາມຮູ້ດ້ານ ASEAN, AUN, AEC ແລະ Regional & Global Development,
- ມີພອນສະຫວັນດ້ານສິລະປະ - ວັດທະນະທໍາ ແລະ ກິລາ,
- ມີມະນຸດສໍາພັນ ແລະ ທັກສະການສື່ສານດີ, ແລະ
- ມີຄວາມຫ້າວຫັນໃນການເຂົ້າຮ່ວມກິດຈະກໍາ ແລະ ເຮັດວຽກເປັນກຸ່ມ.
ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດ: https://goo.gl/forms/17kjaqYZkrTBBcmP2
- ດາວໂຫຼດແບບຟອມເຂົ້າສໍາພາດ: https://drive.google.com/file/d/0B5gNlOvKVU0CczdHdk9wVWdVX00/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. , ພາຍໃນວັນທີ 20 ມີນາ 2017
- ເຂົ້າສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນອັງຄານ ທີ 21 ມີນາ 2017 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ.
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ສະຖາບັນວິຊາຊີບງີອານ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
v ທຶນການສຶກສາ ແລະ ຄ່າໃຊ້ຈາ່ຍທີ່ທາງໂຄງການຮັບຜິດຊອບ
- ຄ່າເດີນທາງໄປ-ກັບ (ລາວ-ສິງກະໂປ-ລາວ).
- ຄ່າອາຫານ ແລະ ທີ່ພັກ.
- ຄ່າອຸປະກອນການຮຽນ ແລະ ການເຂົ້າຮ່ວມກິດຈະກໍາທັດສະນະສຶກສາຕ່າງໆ.
ຂໍ້ມູນເພີ່ມເຕີມ:
- ລາຍລະອຽດກ່ຽວກັບສະຖາບັນ: http://www.np.edu.sg/Pages/default.aspx#loaded
- ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 2225 5291, 020 5571 3535
ເມວ:This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it.
- Details
- Hits: 2860
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລສະຕີໂຊວະ ຈະຈັດໂຄງການແລກປ່ຽນການສຶກສາລະດູຮອ້ນສໍາລັບນັກສຶກສາຍິງ (Showa Women’s University - SWU Summer International Program) ລະຫວ່າງ 20 ມິຖຸນາ - 10 ກໍລະກົດ 2017 ທີ່ ປະເທດຍີ່ປຸ່ນ. ພາຍໃຕ້ໂຄງການດັ່ງກ່າວນີ້ ນັກສຶກສາຈະໄດ້ແລກປ່ຽນກ່ຽວກັບ ບົດບາດຍິງ-ຊາຍ, ປະຫວັດສາດ, ການພັດທະນາ, ພາສາ, ວັດທະນະທໍາ ແລະ ອາຫານຍີ່ປຸ່ນ. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນເຂົ້າຮ່ວມໂຄງການແລກປ່ຽນການສຶກສານີ້ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ລຸ່ມນີ້:
ເງື່ອນໄຂຜູ້ສະໝັກ:
- ເປັນນັກສຶກສາເພດຍິງ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ.
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
- ມີຄວາມຮູ້ກ່ຽວອາຊຽນ, ປະເທດຍີ່ປຸ່ນ ແລະ ການຮ່ວມມືລະຫວ່າງ ປະເທດລາວ-ຍີ່ປຸ່ນ.
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
- ມີພອນສະຫວັນດ້ານສິລະປະ - ວັດທະນະທໍາ ແລະ ກິລາ.
- ມີສຸຂະພາບແຂງແຮງດີ.
ຂັ້ນຕອນການສະໝັກ:
- ລົງທະບຽນເຂົ້າສໍາພາດ: https://goo.gl/forms/OsPHBlGbBnBNbm503
- ດາວໂຫຼດແບບຟອມເຂົ້າສໍາພາດ: https://drive.google.com/file/d/0B5gNlOvKVU0CR2dPSWpkT1pkcHM/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. , ພາຍໃນວັນທີ 16 ມີນາ 2017
- ເຂົ້າສໍາພາດ: ເວລາ 09: 00 ໂມງ, ວັນສຸກ ທີ 17 ມີນາ 2017 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ.
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລສະຕີໂຊວະ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ:
- ລາຍລະອຽດກ່ຽວກັບມະຫາວິທະຍາໄລ: http://en.swu.ac.jp/
- ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 2225 5291, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it.
- Details
- Hits: 2565
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລແຫ່ງຊາດສິງກະໂປ ຮ່ວມກັບ ມຸນນິທິເທັມມະເສກ ໄດ້ໃຫ້ທຶນແລກປ່ຽນການສຶກສາເຊິ່ງໄປຮຽນໄລຍະ 1 ພາກຮຽນ ເລີ່ມແຕ່ເດືອນ ສິງຫາ - ທັນວາ 2017 ທີ່ ມະຫາວິທະຍາໄລແຫ່ງຊາດສິງກະໂປ (National University of Singapore) ພາຍໃຕ້ທຶນຂອງ The Temasek Foundation International Leadership Enrichment and Regional Networking Programme (TFI-LEaRN). ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນໄປຮຽນແລກປ່ຽນການສຶກສາດັ່ງກ່າວນີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:
ເງື່ອນໄຂຜູ້ສະໝັກ:
1. ຕ້ອງເປັນນັກສຶກສາປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ.
2. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
3. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
4. ມີຄວາມຮູ້ດ້ານ ASEAN, AUN, AEC ແລະ Regional & Global Development.
5. ມີພອນສະຫວັນດ້ານສິລະປະ - ວັດທະນະທໍາ ແລະ ກິລາ.
ຂັ້ນຕອນການສະໝັກ:
1. ລົງທະບຽນເຂົ້າສໍາພາດ: https://goo.gl/forms/fBm8NE0Sfhni29kW2
2. ດາວໂຫຼດແບບຟອມເຂົ້າສຳພາດ:
https://drive.google.com/file/d/0B5gNlOvKVU0CYWhLV0FvdzZodnc/view?usp=sharing
3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. , ພາຍໃນວັນທີ 14 ມີນາ 2017
4. ເຂົ້າສໍາພາດ ເວລາ 09: 00 ໂມງ, ວັນພຸດ ທີ 15 ມີນາ 2017ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ.
5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລແຫ່ງຊາດສິງກະໂປ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ:
1. ລາຍລະອຽດກ່ຽວກັບມະຫາວິທະຍາໄລ: http://www.nus.edu.sg
2. ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 2225 5291, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it.
More Articles ...
- Call for Application: Participation in the 1st LIMEC Academic International Conference, Naresuan University, Thailand
- Call for Application: Exchange Program at Nanyang Technological University, July – December 2017 (AY 2017/2018), Singapore
- Call for Application: Seoul National University Exchange Program, Korea, Fall Semester AY 2016/2017
- Call for Application: Master and Doctoral Scholarships in Korea, 2017/2018
- Call for application: Master and Doctoral Degree, Malaysian International Scholarship (MIS), 2017 – 2018, Malaysia
- Call for application: Master Degree, Universiti Brunei Darussalam, 2017-2018, Brunei Darussalam
- Call for application: Bahasa Indonesia Class Batch 8, March – October 2017, Embassy of Indonesia in Vientiane, Lao PDR
- Call for application: The 3rd Japanese Literature Publishing Project (JLPP) Translation Competition, August 2017 – January 2018, Japan
- Call for Application: Nagoya University Programme for Academic Exchange (NUPACE), 2017 – 2018, Japan
- Call for application: Exchange Program in Tokyo University of Agriculture and Technology, Oct 2017 – Sep 2018, Japan