ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ: ມະຫາວິທະຍາໄລເຕັກໂນໂລຊີຣາດຊະມຸງຄຸນ ຣັດຕະນະໂກສິນ (Rajamangala University of Technology Rattanakosin), ປະເທດໄທ, ກໍາລັງເປິດຮັບສະໝັກນັກສຶກສາເຂົ້າຮ່ວມໂຄງການຕັ້ງຄາຍຊາວໜຸ່ມອາຊຽນຄັ້ງທີ 5 (5th ASEAN Youth Camp)ລະຫວ່າງວັນທີ 7-19 ທັນວາ 2016 ທີ່ ປະເທດໄທ. ຈຸດປະສົງຂອງງານແມ່ນແລກປ່ຽນດ້ານວັດທະນະທໍາກັບນັກສຶກສາຈາກປະເທດສະມາຊິກອາຊຽນ, ສຶກສາກ່ຽວກັບວັດທະນະທໍາ-ສັງຄົມ, ເສດຖະກິດອາຊຽນ ແລະ ທັດສະນະສຶກສາສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງປະເທດໄທ. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລ່ກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
ເງື່ອນໄຂຜູ້ສະໝັກ
- ຕ້ອງເປັນນັກສຶກສາ ມຊ ຮຽນ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ,
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ,
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ,
- ມີຄວາມຮູ້ກ່ຽວກັບ ASEAN, AEC, Economy, Culture and Language of ASEAN,
- ມີພອນສະຫວັນໃນການສະແດງສິລະປະເຊັ່ນ: ຟ້ອນ, ຮອງເພງ ຫຼື ການສະແດງອື່ນໆທີ່ສື່ເຖິງວັນທະນະທໍາລາວ,
- ມີຄວາມສາມາດຮັບຜິດຊອບຄ່າເດີນທາງໄປ-ກັບ ດວ້ຍຕົນເອງໄດ.
ຂັ້ນຕອນການສະໝັກ ແລະ ຄັດເລືອກ
1. ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/KnsspJGIQq1jvrhX2
2. ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:
https://drive.google.com/drive/folders/0B-qGicuxyQubTnhfSEhTRko3dUU?usp=sharing
3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ:23:00 ໂມງ ຂອງ ວັນທີ 19ຕຸລາ 2016
4. ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນພະຫັດທີ 20 ຕຸລາ 2016 ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ
5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ຄະນະກໍາມະການຈັດກອງປະຊຸມສໍາມະນາເປັນຜູ້ຄັດໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ:
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it.