ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ:ມະຫາວິທະຍາໄລແຫ່ງຊາດແລະສະຖາບັນການຕ່າງປະເທດກະຊວງການຕ່າງປະເທດຈະຮ່ວມມືກັນຈັດກອງປະຊຸມອາຊຽນແບບຈໍາລອງຄັ້ງທີ 2 (The 2nd Model ASEANMeeting)ໃນລະຫວ່າງວັນທີ 2-6 ຕຸລາ 2016 ທີ່ນະຄອນຫຼວງວຽງຈັນ, ສປປລາວ. ນັກສຶກສາຜູ້ທີ່ສົນໃຈສະໝັກເຂົ້າຮ່ວມກອງປະຊຸມຄັ້ງນີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້: 

ເງື່ອນໄຂຜູ້ສະໝັກ

1. ເປັນນັກສຶກສາປີ 2 ຂື້ນໄປແລະມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ,

2. ມີຄວາມຮູ້ແລະສົນໃຈກ່ຽວອາຊຽນແລະປະເທດຄູ່ເຈລະຈາຂອງອາຊຽນ,  

  • 3. ສາມາດເວົ້າ, ຂຽນແລະນໍາສະເໜີເປັນພາສາອັງກິດໄດ້ໃນລະດັບດີ,
  • 4. ຄວາມສາມາດດ້ານສິລະປະ-ວັດທະນະທໍາແລະສືສານກັບຄົນອື່ນໄດ້ເປັນຢ່າງດີ, ແລະ 
  •  

5. ມີສຸຂະພາບດີທັງຮ່າງກາຍແລະຈິດໃຈ.

ຂັ້ນຕອນການສະໝັກ ແລະ ຄັດເລືອກ

1. ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/F40xpbrclSoLDw6J2

2. ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:

https://drive.google.com/file/d/0B-qGicuxyQubUnVaX3ZJYUZzN2c/view?usp=sharing  

3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ:23:00 ໂມງ ຂອງ ວັນທີ 20ກັນຍາ 2016

4. ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນພຸດທີ 21 ກັນຍາ 2016ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ

5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ຄະນະກໍາມະການຈັດກອງປະຊຸມສໍາມະນາເປັນຜູ້ຄັດໃນຮອບຕໍ່ໄປ.

ຂໍ້ມູນເພີ່ມເຕີມ:

      ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ

              ຫ້ອງການພົວພັນຕ່າງປະເທດ, ມຊ

              ໂທ: 021 770 720, 020 5571 3535

              ເມວ: This email address is being protected from spambots. You need JavaScript enabled to view it.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.