ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ: ມະຫາວິທະຍາໄລກຽວໂຕ ຈະໄດ້ຈັດງານສໍາມະນາສໍາລັບນັກສຶກສາພາຍໃຕ້ຫົວຂໍ້ “Human Security Development and Energy Science” ໃນລະຫວ່າງວັນທີ 9-21ມັງກອນ 2017ທີ່ ມະຫາວິທະຍາໄລກຽວໂຕ(Kyoto University)ປະເທດຍີ່ປຸ່ນ. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລ່ກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
ເງື່ອນໄຂຜູ້ສະໝັກ
1. ນັກສຶກສາຮຽນປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ ຂື້ນໄປ,
2. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ ພາຍໃນ 6 ເດືອນ,
3. ສາມາດເວົ້າ, ຂຽນ ແລະ ປະກອບຄໍາເຫັນ ຫຼື ນໍາສະເໜີເປັນພາສາອັງກິດໄດ້ໃນລະດັບດີ.
4. ມີຄວາມຮູ້ ແລະ ສົນໃຈກ່ຽວກັບເສດຖະສາດ, ວິທະຍາສາດ, ສິ່ງແວດລ້ອມ ແລະ ການພັດທະນາ.
ຂັ້ນຕອນການສະໝັກ ແລະ ຄັດເລືອກ
1. ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/ydauCIm1UfM6e94e2
2. ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:
https://drive.google.com/file/d/0B-qGicuxyQubNFRBUndqSjJfZ2c/view?usp=sharing
3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ:23:00 ໂມງ ຂອງ ວັນທີ 1 ກັນຍາ 2016
4. ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນສຸກທີ 2 ກັນຍາ 2016ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ
5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ຄະນະກໍາມະການຈັດກອງປະຊຸມສໍາມະນາເປັນຜູ້ຄັດໃນຮອບຕໍ່ໄປ.
ທຶນການສຶກສາທີ່ທາງໂຄງການຮັບຜິດຊອບ
ນັກສຶກສາທີ່ຖືກຄັດເລືອກເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ຈະໄດ້ຮັບທຶນການສຶກສາຈາກ JASSO ແລະ ມະຫາວິທະຍາໄລກຽວໂຕຈະຮັບຜິດຊອບທີ່ພັກ.
ຂໍ້ມູນເພີ່ມເຕີມ:
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it.