ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ຜູ້ທີ່ສົນໃຈສະໝັກທຶນແລກປ່ຽນການສຶກສາ ເຂົ້າຮ່ວມຟັງການເຜີຍແຜ່ທຶນແລກປ່ຽນການສຶກສາ ແລະ ທຶນການສຶກສາອື່ນໆ ທີ່ ມະຫາວິທະຍາໄລສຸກຸບະ (University of Tsukuba) ປະເທດຍີ່ປຸ່ນ ສໍາລັບສົກປີ 2016-2017. ຜູ້ທີ່ຈະມາບັນຍາຍໃນຄັ້ງນີ້ແມ່ນ ຮສ.ປອ. ນາກາໂອະ ໂນະມຸລະ (Assoc. Prof. Dr. Nakao NOMURA) ເຊິ່ງທ່ານເປັນຜູ້ບໍລິຫານໂຄງການ Trans-ASEAN Global Agenda Education Program ທີ່ ຄະນະວິທະຍາສາດສິງແວດລ້ອມ, ມະຫາວິທະຍາໄລສຸກຸບະ, ປະເທດຍີ່ປຸ່ນ.

  • ເວລາ:                           14:30-16:00, ວັນພະຫັດ ທີ 23 ມິຖຸນາ 2016
  • ສະຖານທີ່:                      ຫ້ອງປະຊຸມຊັ້ນ2 ສະໂມສອນໃຫ່ຍ, ມະຫາວິທະຍາໄລແຫ່ງຊາດ
  • ລົງທະບຽນເຂົ້າຮ່ວມໄດ້ທີ່:      http://goo.gl/forms/l4aJS3zd2Or8IPuH3
  • ຂໍ້ມູນເພີ່ມເຕີມ:                 http://www.tsukuba.ac.jp/en/

ສົນໃຈສອບຖາມຂໍ້ມູນເພີ່ມເຕີມກ່ຽວການເຂົ້າຮ່ວມຟັງການເຜີຍແຜ່ຂໍ້ມູນທຶນການສຶກສາປະສານ:

ຫ້ອງການພົວພັນຕ່າງປະເທດ, ມຊ

ໂທ: 021 770​ 720

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.