ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດເພື່ອຊາບວ່າ:  ລັດຖະບານອິນເດຍໄດ້ໃຫ້ທຶນຝຶກອົບຮົມພາສາອັງກິດຜ່ານລະບົບອອນລາຍ ພາຍໃຕ້ໂຄງການ Technical and Economic Cooperation (e-ITEC) ສຳລັບສົກປີ 2020-2021 ໃນລະຫວ່າງວັນທີ 15 ກຸມພາ - 9 ເມສາ 2021 ຊຶ່ງປະກອບມີຫຼາກຫຼາຍສາຂາ. ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດ ເພີ່ມເຕີມ ແລະ ສະໝັກອອນລາຍໄດ້ທີ່: https://itecgoi.in/index.

ເງື່ອນໄຂຜູ້ສະໝັກ:

1.      ຕ້ອງເປັນພະນັກງານລັດ ແລະ ໄດ້ຮັບການເຫັນດີຈາກການຈັດຕັ້ງທີ່ຕົນສັງກັດ;

2.      ຈົບການສຶກສາລະດັບ ປ.ຕີ ແລະ ມີປະສົບການເຮັດວຽກ 5 ປີຂຶ້ນໄປ;

3.      ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ.

ສຳລັບຜູ້ທີ່ສະໝັກ, ພາຍຫຼັງສະໝັກອອນລາຍແລ້ວແມ່ນໃຫ້ມາແຈ້ງຊື່ທີ່ ຫ້ອງການພົວພັນຕ່າງປະເທດ ມຊ ເພື່ອທີ່ຈະດຳເນີນການແຈ້ງຕໍ່ໃຫ້ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຕິດຕາມໃນຂັ້ນຕໍ່ໄປ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.