ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມງານຕັ້ງຄ້າຍ The University of Jember 5th International Cultural Camp 2019 (UJICC 2019) ໃນລະຫວ່າງວັນທີ 16 - 31 ກໍລະກົດ 2019 ທີ່ ມະຫາວິທະຍາໄລເຈມເບີ (University of Jember), ປະເທດອິນໂດເນເຊຍ, ຊຶ່ງຈຸດປະສົງຂອງງານແມ່ນເພື່ອແລກປ່ຽນດ້ານພາສາ ແລະ ວັດທະນະທຳ ຜ່ານການເຮັດກິດຈະກຳຕ່າງໆ ແລະ ທັດສະນະສຶກສາ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ໄປສະເໜີຊື່ຂອງຕົນ ທີ່ ຫ້ອງການພົວພັນຕ່າງປະເທດ, ຫ້ອງ 103, ສຳນັກງານອະທິການບໍດີ, ມຊ ບໍ່ໃຫ້ກາຍວັນທີ 9 ພຶດສະພາ 2019.
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ມຊ ປີທີ 1 ຂຶ້ນໄປ.
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
- ມີສຸຂະພາບແຂງແຮງດີ.
- ນັກສຶກສາຕ້ອງສາມາດຮັບຜິດຊອບຄ່າປີ້ຍົນໄປ-ກັບດ້ວຍຕົນເອງ.
ໝາຍເຫດ: - ໃນການໄປເຂົ້າຮ່ວມງານດັ່ງກ່າວນີ້, ສຳລັບຄ່າກິນຢູ່ພັກເຊົາ ແລະ ຄ່າເຂົ້າຮ່ວມກິດຈະກຳຕ່າງໆ ແມ່ນຝ່າຍເຈົ້າພາບຈະເປັນຜູ້ຮັບຜິດຊອບ.
- ນັກສຶກສາທີ່ມາສະເໜີຊື່ແມ່ນໃຫ້ສຳເນົາບັດນັກສຶກສາ ແລະ ໜັງສືເດີນທາງຂອງຕົນມາພ້ອມ.
ຂໍ້ມູນເພີ່ມເຕີມ:
ສອບຖາມວິທີການປະກອບເອກະສານສະໝັກໄດ້ກັບ:
ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ ມຊ, ໂທ: 020 5448 3131