ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລແຫ່ງຊາດຊັງນາມ (Chungnam National University: CNU) ຈະຈັດຝຶກອົບຮົມ 2019 GKS for ASEAN Countries’ Science and Engineering ພາຍໃຕ້ຫົວຂໍ້: Animal Science & Biotechnology ໃນລະຫວ່າງວັນທີ 11 ກໍລະກົດ - 14 ສິງຫາ 2019 ທີ່ ມະຫາວິທະຍາໄລແຫ່ງຊາດຊັງນາມ, ສ.ເກົາຫຼີນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:

ເງື່ອນໄຂຜູ້ສະໝັກ:

  1. ຕ້ອງເປັນນັກສຶກສາ ມຊ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
  2. ຕ້ອງມີໜັງສືເດີນທາງ (Pssport) ທີ່ບໍ່ທັນໝົດອາຍຸ;
  3. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
  4. ມີຄວາມຮູ້ກ່ຽວກັບ Animal Science, Biotechnology, Engineering; ແລະ
  5. ມີຄວາມສາມາດເຮັດວຽກເປັນກຸ່ມ ແລະ ເຂົ້າຮ່ວມກິດຈະກໍາແລກປ່ຽນວັດທະນະທໍາໄດ້.

ຂັ້ນຕອນການສະໝັກ:

  1. ລົງທະບຽນເຂົ້າສໍາພາດ:https://forms.gle/pVNmpTFSETCXLVZE6
  2. ດາວໂຫຼດແບບຟອມເຂົ້າສຳພາດ:https://drive.google.com/file/d/1RycGHp9q-Xov3sgDs1OVvSdv6b7qsKfP/view?usp=sharing
  3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it.ພາຍໃນວັນທີ 5 ພຶດສະພາ 2019
  4. ເຂົ້າສໍາພາດ ເວລາ 09: 30 ໂມງ, ວັນຈັນ ທີ 6 ພຶດສະພາ 201 9ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີມຊ.
  5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງມະຫາວິທະຍາໄລແຫ່ງຊາດຊັງນາມ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.

ຂໍ້ມູນເພີ່ມເຕີມ:

  1. ລາຍລະອຽດກ່ຽວກັບມະຫາວິທະຍາໄລ:http://cnuint.cnu.ac.kr

ຜູ້ປະສານງານ: . ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດມຊ, ໂທ: 021 770 720, 020 5448 3131

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.