ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມະຫາວິທະຍາໄລກະເສດສາດໂຕກຽວ (Tokyo University of Agriculture) ຈະຈັດກອງປະຊຸມແລກປ່ຽນສໍາລັບນັກສຶກສານາໆຊາດຄັ້ງທີ 19 (The 19th International Students Summit) ໃນຫົວຂໍ້: Youth Transforming Thoughts on Sustainable Agriculture and Resource Management to Connect Local and Global Community, ໃນລະຫວ່າງວັນທີ 15 - 23 ກັນຍາ 2019 ທີ່ ປະເທດຍີ່ປຸ່ນ. ຈຸດປະສົງຂອງງານແມ່ນເພື່ອເປີດໂອກາດໃຫ້ນັກສຶກສາໄດ້ມີການແລກປ່ຽນກັນດ້ານກະສິກໍາແບບຍືນຍົງ, ວິທະຍາສາດອາຫານ, ການຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກເຂົ້າຮ່ວມງານດັ່ງກ່າວ ແມ່ນໃຫ້ເຂົ້າມາສໍາພາດຄັດເລືອກ ເວລາ 09: 30 ໂມງ, ວັນຈັນ ທີ 29 ເມສາ 2019 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລກະເສດສາດໂຕກຽວເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ຄະນະກະເສດສາດ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດທໍາມະຊາດ ຫຼື ຄະນະວິທະຍາສາດປ່າໄມ້ ມຊ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
- ມີຄວາມຮູ້ກ່ຽວກັບ ກະສິກໍາ, ວິທະຍາສາດອາຫານ, ສິ່ງແວດລ້ອມ, ວິທະຍາສາດ; ແລະ
- ມີຄວາມສາມາດເຮັດວຽກເປັນກຸ່ມ ແລະ ເຂົ້າຮ່ວມກິດຈະກໍາແລກປ່ຽນວັດທະນະທໍາໄດ້.
ໝາຍເຫດ: ນັກສຶກສາທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ຈະໄດ້ຮັບທຶນການສຶກສາເປັນຄ່າເດີນທາງໄປ-ກັບ, ຄ່າກິນຢູ່ພັກເຊົາ ແລະ ຄ່າເດີນທາງພາຍໃນປະເທດຍີ່ປຸ່ນ.
ຂໍ້ມູນເພີ່ມເຕີມປະສານ:
ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ, ໂທ: 020 5448 3131