ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ສະຫະພາບເອີຣົບ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ກຳລັງຈະຈັດງານການສຶກສາຊັ້ນສູງ ເອີຣົບ - ລາວ ປະຈຳປີ 2017 (Lao PDR - European Higher Education Exhibition and Information Event) ຊຶ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 31 ຕຸລາ - 1 ພະຈິກ 2017 ເວລາ 10:00 ໂມງ - 18:00 ໂມງ ທີ່ ໂຮງແຮມຄຣາວພາຊ່າ (Crowne Plaza Hotel), ນະຄອນຫຼວງວຽງຈັນ. ສະເພາະໃນວັນທີ 1 ພະຈິກ 2017 ເວລາ 13:30 ໂມງ – 18:00 ໂມງ ແມ່ນຈະມີກອງປະຊຸມ ໂດຍການເປັນປະທານຂອງ ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານເອກອັກຄະລາຊະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວຈຸດປະສົງຂອງງານ ແມ່ນເພື່ອເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມຮັບຟັງ, ສອບຖາມ ແລະສຶກສາຂໍ້ມູນກ່ຽວກັບ ທຶນການສຶກສາ ຢູ່ທີ່ບັນດາປະເທດສະມາຊິກເອີຣົບ ໂດຍສະເພາະ ແມ່ນທຶນການສຶກສາ Erasmus Plus Scholarships ແລະ ທຶນການສຶກສາອື່ນໆ. ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມງານ ແມ່ນສາມາດເຂົ້າຮ່ວມງານໄດ້ໂດຍບໍ່ເສຍຄ່າລົງທະບຽນໃດໆ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.