ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລລິວກິວ ຈະຈັດໂຄງການແລກປ່ຽນການສຶກສາ Short-Term Regular Exchange Program (STRP) for Spring 2018 ເຊິ່ງໄປຮຽນໄລຍະ 1 ສົກຮຽນ ເລີ່ມແຕ່ເດືອນ ເມສາ 2018 ທີ່ ມະຫາວິທະຍາໄລລິວກິວ (University of the Ryukyus) ປະເທດຍີ່ປຸ່ນ, ພາຍໃຕ້ທຶນການສຶກສາ JASSO Scholarship. ນັກສຶກສາຜູ້ທີ່ສົນໃຈສະໝັກແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
vເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2-3 ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ,
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ,
- ສາມາດເວົ້າ ແລະ ຂຽນພາສາອັງກິດ ຫຼື ພາສາຍີ່ປຸ່ນ ໄດ້ໃນລະດັບດີ,
- ມີຄວາມຮູ້ກ່ຽວກັບ Japanese Culture, ASEAN-Japan, Laos-Japan Cooperation, ແລະ
- ມີຄວາມສາມາດດ້ານສິລະປະ-ວັດທະນະທໍາ ແລະ ກິລາ.
vຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/6UTNgMgsUpXPsa522
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ: https://drive.google.com/file/d/0B5gNlOvKVU0CV2YtWG9LMGlSb0U/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ 17:00ໂມງ ຂອງ ວັນທີ 6 ພະຈິກ 2017
- ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນອັງຄານ ທີ 7 ພະຈິກ 2017 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລລິວກິວເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
vຂໍ້ມູນເພີ່ມເຕີມ:
- ນັກສຶກສາສາມາດເຂົ້າເບິ່ງຂໍ້ມູນກ່ຽວກັບມະຫາວິທະຍາໄລລິວກິວ ແລະ ໂຄງການແລກປ່ຽນນັກສຶກສາໄດ້ທີ່:
http://isu.u-ryukyu.ac.jp/future-students/applicant-guidelines-forms/?lang=en
2. ພາກສ່ວນປະສານງານ: ຫ້ອງການພົວພັນຕ່າງປະເທດ,ມຊ
ໂທ: 020 5448 3131
ເມວ:This email address is being protected from spambots. You need JavaScript enabled to view it.