ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກທຶນແລກປ່ຽນການສຶກສາ ລະດັບປະລິນຍາຕີ Academic Mobility Exchange for Undergraduate at Airlangga (AMERTA) ແລະ ລະດັບປະລິນຍາໂທ AMERTA for Master Program ເຊິ່ງຈະເລີ່ມໃນເດືອນ ກຸມພາ - ມິຖຸນາ 2018 ທີ່ ມະຫາວິທະຍາໄລແອລັງກາ (Universitas Airlangga), ປະເທດອິນໂດເນເຊຍ. ຜູ້ທີ່ສົນໃຈສະໝັກທຶນແລກປ່ຽນການສຶກສາດັ່ງກ່າວນີ້ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: www.international.unair.ac.id ຫຼື ປະສານງານກັບຜູ້ຮັບຜິດຊອບທຶນການສຶກສາຂອງ ມະຫາວິທະຍາໄລແອລັງກາ ໄດ້ໂດຍກົງຕາມທີ່ຢູ່ລຸ່ມນີ້:
ຜູ້ປະສານງານ: ທ່ານ Cicilia Deandra Maya Putri
ໂທ: + 6231 596 6864, ອິເມວ:This email address is being protected from spambots. You need JavaScript enabled to view it.
ມະຫາວິທະຍາໄລແອລັງກາ, ປະເທດອິນໂດເນເຊຍ
ໝາຍເຫດ: - ປິດຮັບສະໝັກພາຍໃນວັນທີ 15 ພະຈິກ 2017.
- ໃນການແລກປ່ຽນການສຶກສາດັ່ງກ່າວນີ້ ນັກສຶກສາຈະຖືກຍົກເວັ້ນຄ່າຮຽນ ແລະ ຈະໄດ້ຮັບເບ້ຍລ້ຽງຈຳນວນໜຶ່ງ.