ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ອົງການ DAAD ຮ່ວມກັບ ເຄືອຂ່າຍກອງປະຊຸມອະທິການບໍດີເຢຍລະມັນ (the German Rectors’ Conference: HRK), ສູນການສຶກສາຊັ້ນສູງ ທີ່ ປະເທດເຢຍລະມັນ (the Center for Higher Education: CHE) ແລະ ມະຫາວິທະຍາໄລວິທະຍາສາດປະຍຸກອົດສ໌ນາບຣຸກ (University of Applied Sciences Osnabruck)ຈະຈັດຝຶກອົບຮົມ ໃນຫົວຂໍ້: “ຫຼັກສູດສຳລັບຄະນະບໍດີສາກົນ (The International Dean’s Course for Southeast Asia 2018/19)” ເຊິ່ງແບ່ງເວລາອອກເປັນ 3 ໄລຍະຄື:
ໄລຍະທີ 1: ວັນທີ 25 ມິຖຸນາ - 6 ກໍລະກົດ 2018, ງານສຳມະນາ ທີ່ ປະເທດເຢຍລະມັນ
ໄລຍະທີ 2: ວັນທີ 6 – 8 ພະຈິກ 2018, ກອງປະຊຸມພາກປະຕິບັດການລະດັບກາງ ທີ່ ປະເທດຟິລິນປິນ
ໄລຍະທີ 3: ວັນທີ 4 – 7 ກຸມພາ 2019, ງານສຳມະນາ ທີ່ ປະເທດອິນໂດເນເຊຍ
ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: www.daad.de/dies/en ແລະ www.international-deans-course.org .
v ເງື່ອນໄຂຜູ້ສະໝັກ:
1. ຕ້ອງເປັນພະນັກງານ-ອາຈານທີ່ຢູ່ໃນຕຳແໜ່ງ ຄະນະບໍດີ (ທີ່ຖືກແຕ່ງຕັ້ງໃໝ່), ຮອງຄະນະບໍດີ ຫຼື ຫົວໜ້າພາກວິຊາ;
2. ຕ້ອງມີອາຍຸລະຫວ່າງ 40 ຫາ 50 ປີ;
3. ຕ້ອງມີທັກສະດ້ານພາສາອັງກິດໃນລະດັບດີເລີດ.
ໝາຍເຫດ: - ປິດຮັບສະໝັກວັນທີ 31 ຕຸລາ 2017.
- ຄ່າລົງທະບຽນເຂົ້າຮ່ວມງານແມ່ນ 600 ເອີໂຣ ຊຶ່ງຈະເປັນຄ່າໃຊ້ຈ່າຍໃນການບໍລິຫານການຝຶກອົບຮົມດັ່ງກ່າວ.
- ຜູ້ທີ່ໄດ້ຮັບການຄັດເລືອກໃຫ້ເຂົ້າຮ່ວມຝຶກອົບຮົມດັ່ງກ່າວ ຈະຖືກຍົກເວັ້ນ ຄ່າປີ້ຍົນໄປ-ກັບ ແລະ ຄ່າກິນຢູ່ພັກເຊົາ.