ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ ມະຫາວິທະຍາໄລກຽວຊູ (Kyushu University), ປະເທດຍີ່ປຸ່ນ ຮ່ວມກັບ ມະຫາວິທະຍາໄລມາລາຢາ (University of Malaya), ປະເທດມາເລເຊຍ ຈະຈັດໂຄງການແລກປ່ຽນການສຶກສາໄລຍະສັ້ນ ASEAN in Today’s World (AsTW) Program ໃນລະຫວ່າງວັນທີ 22 ກຸມພາ - 7 ມີນາ 2018 ທີ່ ມະຫາວິທະຍາໄລມາລາຢາ, ປະເທດມາເລເຊຍ; ຊຶ່ງຈຸດປະສົງຂອງງານແມ່ນ ເພື່ອຈັດຫຼັກສູດ ອາຊຽນສຶກສາ ແລະ ພາສາ-ວັດທະນະທຳອາຊີ (ASEAN Studies and Asian Language & Cultures courses). ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີສະໝັກໄດ້ທີ່: bit.ly/astw2018 ຫຼື ປະສານງານກັບ ທ່ານ ນາງ Noor Yusrina Hashim, ໂທ: +603 7967 7823/6921, ອິເມວ: ryThis email address is being protected from spambots. You need JavaScript enabled to view it. .

ໝາຍເຫດ: -   ປິດຮັບສະໝັກພາຍໃນວັນທີ 25ຕຸລາ 2017.

-     ຄ່າລົງທະບຽນແມ່ນ 1,400 ໂດລາສະຫະລັດ ຊຶ່ງຈະເປັນຄ່າໃຊ້ຈ່າຍສຳລັບ ຄ່າຮຽນ ແລະ ຄ່າກິນຢູ່ພັກເຊົາ ແຕ່ສຳລັບນັກສຶກສາຜູ້ທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມງານ ແມ່ນຈະຖືກຍົກເວັ້ນຄ່າລົງທະບຽນ; ສ່ວນຄ່າເດີນທາງໄປ-ກັບ ແມ່ນນັກສຶກສາຈະຕ້ອງຮັບຜິດຊອບເອງ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.