ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ ມະຫາວິທະຍາໄລໂຕໂຢ (Toyo University) ກຳລັງເປີດຮັບນັກສຶກສາສະໝັກທຶນແລກປ່ຽນການສຶກສາລະດັບປະລິນຍາຕີ ເຊິ່ງຈະເລີ່ມເຂົ້າຮຽນໃນເດືອນ ເມສາ 2018 ທີ່ ມະຫາວິທະຍາໄລໂຕໂຢ, ປະເທດຍີ່ປຸ່ນ; ຊຶ່ງຢູ່ພາຍໃຕ້ທຶນການສຶກສາ The Toyo Top Global Scholarships. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກທຶນແລກປ່ຽນການສຶກສາດັ່ງກ່າວນີ້ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: http://www.toyo.ac.jp/site/english-faculty/108208.html ຫຼື ປະສານງານກັບຫ້ອງການພົວພັນຕ່າງປະເທດ, ມະຫາວິທະຍາໄລໂຕໂຢ ຜ່ານອິເມວ: This email address is being protected from spambots. You need JavaScript enabled to view it.

ໝາຍເຫດ:   -   ປິດຮັບສະໝັກພາຍໃນວັນທີ ພະຈິກ 2017.

-       ຜູ້ທີ່ຜ່ານການຄັດເລືອກໃຫ້ໄດ້ຮັບທຶນການສຶກສາຈະໄດ້ຮັບເງິນເບ້ຍລ້ຽງຈຳນວນໜຶ່ງ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.