ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລກຸມະໂມໂຕ (Kumamoto University) ຈະຈັດໂຄງການແລກປ່ຽນການສຶກສາລະດັບປະລິນຍາຕີ ເຊິ່ງໄປຮຽນໄລຍະ 1 ພາກຮຽນ ເລີ່ມແຕ່ເດືອນ ເມສາ 2018 ທີ່ ມະຫາວິທະຍາໄລກຸມະໂມໂຕ, ປະເທດຍີ່ປຸ່ນ, ພາຍໃຕ້ທຶນການສຶກສາ JASSO Scholarships. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນແລກປ່ຽນການສຶກສານີ້ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
vເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (ທີ່ບໍ່ທັນໝົດອາຍຸ);
- ສາມາດເວົ້າ ແລະ ຂຽນພາສາອັງກິດ ຫຼື ພາສາຍີ່ປຸ່ນໄດ້ໃນລະດັບດີ;
- ຕ້ອງມີຄວາມຮູ້ ແລະ ຄວາມສົນໃຈດ້ານການຮ່ວມມືລາວ-ຍີ່ປຸນ;
- ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ກິລາ; ແລະ
- ມີສຸຂະພາບແຂງແຮງດີ.
vຂັ້ນຕອນການສະໝັກ ແລະ ຄັດເລືອກ
1.ລົງທະບຽນເຂົ້າສໍາພາດຄັດເລືອກ:https://goo.gl/forms/FshHGRnxRcN1Duz22
2.ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:
https://drive.google.com/file/d/0B5gNlOvKVU0CaU1vNTRfeUZFdG8/view?usp=sharing
3.ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ 17:00ໂມງ ຂອງວັນທີ 6 ພະຈິກ 2017
4. ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນອັງຄານ ທີ 7 ພະຈິກ 2017 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ
5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ຄະນະກໍາມະການຈັດກອງປະຊຸມສໍາມະນາເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
vຂໍ້ມູນເພີ່ມເຕີມປະສານ:
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 5448 3131; ເມວ: This email address is being protected from spambots. You need JavaScript enabled to view it.