ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ໂຄງການແລກປ່ຽນການສຶກສາສໍາລັບນັກສຶກສາໃນປະເທດສະມາຊິກອາຊຽນ ແລະ ເອີຣົບ (4th Batch of the SHARE Scholarships) ກໍາລັງເປີດຮັບສະໝັກນັກສຶກສາລະດັບປະລິນຍາຕີ ເພື່ອໄປຮຽນແລກປ່ຽນ ທີ່ ມະຫາວິທະຍາໄລຕ່າງໆໃນບັນດາປະເທດສະມາຊິກອາຊຽນ ແລະ ເອີຣົບ ເຊິ່ງເລີ່ມແຕ່ເດືອນ ທັນວາ 2017 - ສິງຫາ 2018, ພາຍໃຕ້ທຶນການສຶກສາ SHARE Project: Become Part ASEAN’s Future. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລ່ກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
v ເງື່ອນໄຂຜູ້ສະໝັກ:
- ເປັນນັກສຶກສາປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ,
- ມີຄວາມຮູ້ ແລະ ສົນໃຈກ່ຽວອາຊຽນ ແລະ ການແລກປ່ຽນການສຶກສາຢູ່ຕ່າງປະເທດ,
- ຕ້ອງມີໜັງສືເດີນທາງ (ທີ່ບໍ່ທັນໝົດອາຍຸພາຍໃນ 6 ເດືອນ),
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ,
- ມີຄວາມສາມາດດ້ານສິລະປະ-ວັດທະນະທໍາ ແລະ ສື່ສານກັບຄົນອື່ນໄດ້ເປັນຢ່າງດີ, ແລະ
- ມີສຸຂະພາບດີທັງຮ່າງກາຍ ແລະ ຈິດໃຈ.
v ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/07gwMJY2HOOTY1hk1
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ: https://drive.google.com/file/d/0B5gNlOvKVU0CemJ5MGIyVUZDV00/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ 17: 00 ໂມງ ຂອງ ວັນຈັນ ທີ 9 ຕຸລາ 2017
- ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນອັງຄານ ທີ 10 ຕຸລາ 2017 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ
- ຜູ້ທີ່ຜ່ານການສໍາພາດຄັດເລືອກ ມະຫາວິທະຍາໄລແຫ່ງຊາດຈະອອກໜັງສືຮັບຮອງໃຫ້ນັກສຶກສາ ເພື່ອປະສານ ແລະ ສະໝັກໄປຍັງມະຫາວິທະຍາໄລທີ່ຕົນເອງເລືອກທີ່ຈະໄປແລກປ່ຽນການສຶກສາ.
- ຫຼັງຈາກທີ່ນັກສຶກສາໄດ້ຮັບການຕອບຮັບຈາກມະຫາວິທະຍາໄລທີ່ຕົນເອງເລືອກແລ້ວ, ນັກສຶກສາຈະຕ້ອງສະໝັກຜ່ານທາງອອນລາຍກັບໂຄງການ The SHARE Scholarship Programme ທີ່https://share-asean.org/ເພື່ອຄັດເລືອກໃນການໃຫ້ທຶນແລກປ່ຽນການສຶກສາ.
v ເອກະສານທີ່ຕ້ອງສົ່ງໄປມະຫາວິທະຍາໄລທີ່ຈະໄປແລກປ່ຽນ
- ແບບຟອມສະໝັກຂອງມະຫາວິທະຍາໄລ (ນັກສຶກສາສາມາດປະສານກັບມະຫາວິທະຍາໄລໂດຍກົງ ຫຼື ສອບຖາມ ກັບຜູ້ປະສານງານ ທີ່ ຫ້ອງການພົວພັນຕ່າງປະເທດ, ມຊ) (University Application Form)
- ໜັງສືຮັບຮອງຈາກ ມຊ (ນັກສຶກສາຈະໄດ້ຮັບພາຍຫຼັງຜ່ານການສໍາພາດຄັດເລືອກ) (Letter of Endorsement)
- ຊີວະປະຫວັດຫຍໍ້ (Curriculum Vitae)
- ໃບຄະແນນ (Official Transcripts)
- ໜັງສືຜ່ານແດນ (Passport)
- ໃບຢັ້ງຢືນນັກສຶກສາ (Certificate of Enrollment or Attestation)
- ໜັງສືແນະນໍາ 2 ສະບັບ (2 Letters of Recommendation)
- ແຜນການຮຽນ (Study Plan)
- ໃບຄະແນນ ຫຼື ໃບຢັ້ງຢືນຄວາມສາມາດດ້ານພາສາອັງກິດ (ຖ້ານັກສຶກສາບໍ່ມີ ແມ່ນໃຫ້ຄະນະ ຫຼື ອາຈານສອນພາສາອັງກິດປະຈໍາຄະນະ ອອກໜັງສືຢັ້ງຢືນຄວາມສາມາດດາ້ນພາສາອັງກິດໃຫ້)(Certificate (s) of English Language Proficiency)
- ຖ້າມີ, ເອກະສານອື່ນໆ (ເຊັ່ນ: ໃບຍ້ອງຍໍ, ໃບຢັ້ງຢືນການຝຶກອົບຮົມ, ອາສາສະໝັກ, ...) (Other supporting documents)
v ຂໍ້ມູນກ່ຽວກັບທຶນການສຶກສາ:
- ຜູ້ທີ່ຜ່ານການຄັດເລືອກຈາກໂຄງການ The SHARE Scholarship Programme ຈະໄດ້ຮັບການຍົກເວັ້ນຄ່າຮຽນ (tuition fee) ແລະ ທຶນການສຶກສາເຊິ່ງປະກອບມີ:
- ຄ່າເດີນທາງໄປ-ກັບ (traveling allowance)
- ເງິນເບ້ຍລຽງ (living allowance)
- ເງິນຊ່ວຍເຫຼືອເບື້ອງຕົນເວລາໄປຮອດມະຫາວິທະຍາໄລ (settling-in allowance)
- ຄ່າວີຊ່າ (visa cost)
- ປະກັນສຸຂະພາບ (health insurance)
- ຄ່າອຸປະກອນການຮຽນ (study materials)
ໝາຍເຫດ: ນັກສຶກສາຈະຕ້ອງຮັບຜິດຊອບຄ່າດໍາເນີນເອກະສານພາຍໃນ ແລະ ສົ່ງເອກະສານໄປຍັງມະຫາວິທະຍາໄລທີ່ຈະໄປແລກປ່ຽນນັ້ນດວ້ຍຕົນເອງ.
- ນັກສຶກສາສາມາດເຂົ້າເບິ່ງຂໍ້ມູນກ່ຽວກັບ ໂຄງການ The SHARE Scholarship Programme ທີ່ https://share-asean.org/
- ລາຍລະອຽດຂອງຜູ້ປະສານງານແຕ່ລະມະຫາວິທະຍາໄລ: https://drive.google.com/file/d/0B5gNlOvKVU0CVVV5eDV5MzVTdzA/view?usp=sharing
ສອບຖາມຂໍ້ມູນເພີ່ມເຕີມທີ່:
ຫ້ອງການພົວພັນຕ່າງປະເທດ, ມຊ
ອຈ. ອໍາເຄັງ ເພັງລາສີ ຫຼື ອຈ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 2225 5291 or 020 5448 3131
ອີເມວ: This email address is being protected from spambots. You need JavaScript enabled to view it.