ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລແຫ່ງຊາດເຊອຸນ ຈະຈັດໂຄງການແລກປ່ຽນການສຶກສາໄລຍະ 1 ພາກຮຽນ ເຊິ່ງຈະເລີ່ມແຕ່ເດືອນ ມີນາ - ມິຖຸນາ 2018 ທີ່ ມະຫາວິທະຍາໄລແຫ່ງຊາດເຊອຸນ (Seoul National University), ປະເທດ ສ.ເກົາຫຼີ, ພາຍໃຕ້ທຶນການສຶກສາ Korean Government Scholarships. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລກປ່ຽນການສຶກສານີ້ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
ເງື່ອນໄຂຜູ້ສະໝັກ
- ຕ້ອງເປັນນັກສຶກສາ ປີ2 ຂຶ້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂຶ້ນໄປ.
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
- ມີຄວາມຮູ້ກ່ຽວກັບASEAN, Laos-Korea Relations and Cooperation.
- ມີພອນສະຫວັນດ້ານສິລະປະ - ວັດທະນະທໍາແລະ ກິລາ.
ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/h1Jg0wY28kyJjhkM2
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:https://drive.google.com/file/d/0B5gNlOvKVU0CMlFWLUdCNDAtU0k/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ 17: 00 ໂມງ ຂອງ ວັນທີ 18 ກັນຍາ 2017.
- ສໍາພາດຄັດເລືອກ ເວລາ 09: 00 ໂມງ, ວັນອັງຄານ ທີ 19 ກັນຍາ 2017 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລແຫ່ງຊາດເຊອຸນເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ:
- ຜູ້ປະສານງານ: ອຈ. ອຳເຄັງ ເພັງລາສີ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 2225 5291, 020 5448 3131
ເມວ: This email address is being protected from spambots. You need JavaScript enabled to view it.