ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ ເຄືອຂ່າຍມະຫາວິທະຍາໄລອາຊຽນ (ASEAN University Network) ຮ່ວມກັບ ມະຫາວິທະຍາໄລກຽວໂຕ (Kyoto University) ຈະໄດ້ຈັດງານສຳມະນາ ວ່າດ້ວຍການພັດທະນາຄວາມໝັ້ນຄົງຂອງມະນຸດ ແລະ ວິທະຍາສາດພະລັງງານ (Winter Seminar on Human Security Development and Energy Science) ໃນລະຫວ່າງວັນທີ 8 - 20 ມັງກອນ 2018 ທີ່ ມະຫາວິທະຍາໄລກຽວໂຕ, ປະເທດຍີ່ປຸ່ນ; ຊຶ່ງຈຸດປະສົງຫຼັກຂອງງານສຳມະນານີ້ ແມ່ນຈະເນັ້ນໃສ່ການພັດທະນາດ້ານພະລັງງານ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກເຂົ້າຮ່ວມງານສຳມະນາດັ່ງກ່າວ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມ ແລະ ລາຍລະອຽດວິທີການສະໝັກໄດ້ທີ່: www.energy.kyoto-u.ac.jp/english/seminar/index.html ຫຼື ສາມາດສອບຖາມຜ່ານອິເມວ: This email address is being protected from spambots. You need JavaScript enabled to view it..jp .
ໝາຍເຫດ: - ກໍານົດປິດຮັບສະໝັກ ວັນທີ 15 ກັນຍາ 2017.
- ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນ JASSO ເປັນເງິນຈຳນວນ 80,000 ເຢັນຕໍ່ຄົນ ເພື່ອໃຊ້ສຳລັບຄ່າໃຊ້ຈ່າຍຕ່າງໆໃນການເຂົ້າຮ່ວມງານ.