ພິທີສະເຫລີມສະຫລອງການສ້າງຕັ້ງສະຖາບັນຂົງຈືຄົບຮອບ 5 ປີ
ຕອນເຊົ້າວັນທີ 23 ຕຸລານີ້, ທີ່ສະໂມສອນໃຫ່ຍມະຫາວິທະຍາໄລແຫ່ງຊາດ , ນະຄອນຫລວງວຽງຈັນ ສະບັນຂົງຈືໄດ້ຈັດງານສະເຫລີມສະຫລອງການສ້າງຕັ້ງສະຖາບັນຂົງຈື ຄົບຮອບ 5 ປີ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຈ. ດຣ. ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ດຣ. ກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ຄຳຮຸ່ງ ແສນມະນີ ຜູ້ອຳນວຍການຂອງສະຖາບັນຂົງຈື (ຝ່າຍລາວ), ທ່ານ ຮສ.ນາງຫລີສ້ຽວ ຜູ້ອຳນວຍການຂອງສະຖາບັນຂົງຈື (ຝ່າຍຈີນ), ທ່ານ ກວນຮວາປິ່ງ ເອກອັກຄະລັດຖະທູດຈີນປະຈຳທີ່ ສປປ. ລາວ, ມີບັນດາພະນັກງານ, ຄູ-ອາຈານ, ແຂກທີ່ຖືກເຊີນ ແລະນັກສຶກສາເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.
ໃນພິທີດັ່ງກ່າວທ່ານ ສຈ. ດຣ. ສຸກກົງແສງ ໄຊຍະເລີດ, ໄດ້ກ່າວວ່າ: ຕະຫລອດໄລຍະ 5 ປີຜ່ານມາສະຖາບັນຂົງຈືໄດ້ປະກອບສ່ວນເຂົ້າໃນວຽກງານເຝິກອົບຮົມພາສາ ແລະວັດທະນະທຳຈີນ ໃຫ້ແກ່ຖັນແຖວພະນັກງານ, ຄູ-ອາຈານ, ທະຫານ, ຕຳຫລວດ ແລະພະສົງສຳມະເນນຕະຫລອດຮອດນັກສຶກສາລາວຜູ້ທີ່ມີຄວາມສົນໃຈຢາກຮຽນຮູ້ພາສາຈີນ ໃນນັ້ນ, ໄດ້ເປີດຊຸດເຝິກອົບຮົມພາສາຈີນ ໄດ້ 100 ຊຸດມີຈຳນວນຜູ້ເຂົ້າຮ່ວມເກືອບ 9 ພັນຄົນ. ນອກຈາກນັ້ນ, ສະຖາບັນຂົງຈືຍັງໄດ້ຈັດຕັ້ງການສອບເສັງທຽບລະດັບພາສາຈີນຫລື ເອີ້ນວ່າ: ເສັງ HSK ນຳອີກ ນັ້ນເປັນບັນຫາສຳຄັນທີ່ສຸດສຳລັບນັກສຶກສາທີ່ຈະໄປຮຽນຕໍ່ທີ່ ສປ. ຈີນ ນັບແຕ່ປະລິນຍາຕີ ເຖິງປະລິນຍາເອກພາຍຫລັງທີ່ໄດ້ຮັບອະນຸຍາດຈາກກະຊວງສຶກສາທິການຈີນ ແລະລາວມອບໃຫ້ສະຖາບັນຂົງຈື ເປັນສູນສອບເສັງ HSK ມີນັກສອບເສັງຈຳນວນຫລວງຫລາຍ ແລະມີການຈັດຕັ້ງສອບເສັງທັງໝົດ 13 ຮຸ່ນແລ້ວ, ມີນັກສອບເສັງເກືອບ 2 ພັນຄົນ ໃນຖານະເປັນອົງການຈັດຕັ້ງເຜີຍແຜ່ພາສາ ແລະວັດທະນະທຳຂອງຈີນ, ຫ້ອງການພາສາຈີນແຫ່ງຊາດຈີນຫລື Hanban ໄດ້ສ້າງສະຖາບັນຂົງຈືເກືອບ 500 ແຫ່ງຢູ່ຫລາຍກວ່າ 126 ປະເທດ ແລະເຂດແຄວ້ນ, ສະຖາບັນຂົງຈືແມ່ນມີມະຫາວິທະຍາໄລແຫ່ງຊາດລາວ ແລະມະຫາວິທະຍາໄລຊົນເຜົ່າກວາງຊີຮ່ວມກັນສ້າງຂຶ້ນ, ແມ່ນສະຖາບັນຂົງຈືແຫ່ງທີ 1 ຢູ່ໃນ ສປປ. ລາວ.
ສະນັ້ນ, ຈຶ່ງໄດ້ດຶງດູດນັກສຶກສາລາວນັບມື້ນັບຫລາຍຂຶ້ນ ເຂົ້າຮຽນພາສາຈີນ, ພ້ອມກັນນັ້ນ, ຄຽງຄູ່ກັບການແລກປ່ຽນດ້ານເສດຖະກິດ ແລະວັດທະນະທຳລະຫວ່າງ ຈີນ-ລາວ ນັບມື້ນັບມີການຂະຫຍາຍຕົວຂຶ້ນໄປເລື້ອຍໆສະຖາບັນຂົງຈື ເປັນພາກສ່ວນ 1 ທີ່ສຳຄັນໃນການສ້າງ ແລະພັດທະນາຊັບພະຍາກອນມະນຸດໃນຂົງເຂດການສຶກສາຂອງລາວເຮົາ.