ຮອງປະເທດປະເທດ ສສ. ຫວຽດນາມ ຢ້ຽມຢາມ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ ມຊ.
ເນື່ອງໃນໂອກາດທີ່ມາເຄື່ອນໄຫວວຽກງານ ແລະຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວວຽງຈັນ, ໃນຕອນເຊົ້າວັນທີ 16 ຕຸລາ 2015 ຜ່ານມານີ້, ພະນະ ທ່ານ ນາງ ຫງຽນ ທິ ຢວນ ຮອງປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ຂອງ ສສ. ຫວຽດນາມ ໄດ້ໃຫ້ກຽດລົງຢ້ຽມຢາມ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາ ວິທະຍາໄລ, ມະຫາວິທະຍາໄລແຫ່ງຊາດ. ໂດຍ ມີທ່ານ ຮສ. ລໍາໄມ ພິພັກຂະວົງ ຮອງອະທິການບໍດີ ມຊ, ທ່ານ ຮສ.ດຣ. ຄໍາພຸດ ພົມມະສອນ ຜູ້ອໍານວຍການໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາ ວິທະຍາໄລ ມະຫາວິທະຍາໄລແຫ່ງຊາດ, ບັນດາທ່ານ ຫົວໜ້າຫ້ອງການ, ຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ ແລະຕົວແທນນັກຮຽນ, ຊາວໜຸ່ມ-ເຍົາວະຊົນ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມ ມະຫາວິທະຍາໄລ, ມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດຕ້ອນຮັບ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ດຣ ຄໍາພຸດ ພົມມະສອນ ຜູ້ອໍານວຍການ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ, ມະຫາວິທະຍາໄລແຫ່ງຊາດ ໄດ້ຕາງໜ້າຄະນະນໍາ, ພະນັການ, ຄູ-ອາຈານ ແລະນັກຮຽນໂຮງຮຽນດັ່ງກ່າວ, ໄດ້ກ່າວຕ້ອນຮັບ ແລະລາຍງານສະພາບລວມໂດຍຫຍໍ້ ຂອງໂຮງຮຽນຕົນ ໃຫ້ພະນະທ່ານ ນາງ ຫງຽນ ທິ ຢວນ ຮອງປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະຄະນະໄດ້ຮັບຊາບ. ເຊິ່ງທ່ານໄດ້ກ່າວວ່າ: ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລແຫ່ງນີ້, ແມ່ນຂອງຂວັນ ຈາກ ປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຖືກ ສ້າງ ຕັ້ງຂຶ້ນ ໃນປີ 2006 ມອບໃຫ້ລັດຖະບານລາວ ຢ່າງເປັນທາງການ ໃນວັນທີ 6 ກຸມພາ ປີ 2007, ມູນຄ່າການກໍ່ສ້າງ ທັງໝົດ 46 ຕື້ ດົງ. ຈາກນັ້ນ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ມອບໃຫ້ ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ບໍລິຫານຄຸ້ມຄອງ ແລະນໍາໃຊ້ເຂົ້າໃນການຮຽນ-ການສອນ ຕາມຈຸດປະສົງຂອງລັດຖະບານທັງສອງປະເທດຄື: ກໍ່ສ້າງລູກຫລານປະຊາຊົນບັນດາເຜົ່າ, ທີ່ມີ ພອນສະຫວັນ ໄດ້ມີໂອກາດເຂົ້າຮໍ່າຮຽນສູງຂຶ້ນ ເພື່ອກັບຄືນໄປພັດທະນາທ້ອງຖິ່ນ ກໍຄືປະເທດຊາດ ໃຫ້ພັດທະນາດີຂຶ້ນເປັນກ້າວ.
ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ, ມະຫາວິທະຍາໄລແຫ່ງຊາດ ປະກອບດ້ວຍອາຄານ 7 ຫຼັງ ຄື: ອາຄານຫ້ອງຮຽນ ມັດທະຍົມຕົ້ນ 1 ຫຼັງ, ອາຄານຫ້ອງຮຽນມັດທະຍົມປາຍ 1 ຫຼັງ ລວມ ມີ 20 ຫ້ອງຮຽນ, ອາຄານຫ້ອງທົດລອງ 1 ຫຼັງ, ສະໂມສອນໃຫຍ່ 1 ຫຼັງ, ຫໍອາຫານ 1 ຫຼັງ ແລະຫໍພັກນັກຮຽນ 2 ຫຼັງ ແລະໄດ້ໄຂສົກຮຽນຄັ້ງປະຖົມມະເລີກ ໃນວັນທີ 5 ເມສາ 2007, ເຊິ່ງມີຄູ-ອາຈານ ຈໍານວນ 6 ທ່ານ ແລະນັກຮຽນ 40 ຄົນ; ປັດຈຸບັນມີ ຄູ-ອາຈານ ຈໍານວນ 58 ທ່ານ, ຍິງ 32 ທ່ານ, ໃນນີ້ມີອາຈານ ທີ່ເປັນຄົນຫວຽດນາມ 3 ທ່ານ ແລະຈໍານວນນັກຮຽນມີ 476 ຄົນ, ຍິງ 276 ຄົນ. ບັນດານັກຮຽນ ແມ່ນລ້ວນແລ້ວແຕ່ເປັນນັກຮຽນເກັ່ງ ທີ່ຜ່ານການສອບເສັງຄັດເລືອກຈາກຂອບເຂດທົ່ວປະເທດເພື່ອປະກອບເຂົ້າເປັນ ນັກຮຽນໂຮງຮຽນແຫ່ງນີ້. ການຮຽນ-ການສອນແມ່ນປະຕິບັດຕາມ ຫຼັກສູດການຮຽນ-ການສອນ ຂອງກະຊວງສຶກສາທິການ ແລະກິລາ ໂຮງຮຽນພອນສະຫວັນໄດ້ເອົາໃຈໃສ່ເປັນພິເສດ ໃນບາງວິຊາຮຽນຄື: ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ ແລະພາສາລາວ. ດ້ວຍການ ຊ່ວຍເຫຼືອຈາກລັດຖະບານ ສສ. ຫວຽດນາມ ເຊິ່ງແຕ່ລະປີໂຮງຮຽນໄດ້ຮັບຊ່ຽວຊານ ຫວຽດນາມ ມາຊ່ວຍເຫຼືອສິດສອນ ວິຊາທໍາມະຊາດ ແລະພາສາຫວຽດນາມເປັນປະຈໍາ. ບັນດານ້ອງນັກຮຽນລ້ວນແຕ່ຮັບຮູ້ ແລະເຂົ້າໃຈກ່ຽວກັບປະເທດຫວຽດນາມ ແລະພິເສດເຂົ້າໃຈ ມິດຕະພາບ ຄວາມສາມັກຄີ ແບບພິເສດ ແລະການຮ່ວມມືຢ່າງຮອບດ້ານລະຫວ່າງລາວ-ຫວຽດນາມ. ຜົນງານທີ່ພົ້ນເດັ່ນແມ່ນດ້ານການ ຮຽນ-ການສອນ ເຊິ່ງສະແດງອອກໃນແຕ່ລະສົກຮຽນ ນັກຮຽນຂອງໂຮງຮຽນພອນສະຫວັນ ແມ່ນໄດ້ເຂົ້າເສັງນັກຮຽນເກັ່ງລະດັບຊາດ, ເຊິ່ງຕິດອັນດັບ ທີ່ 1 ທີ 2 ຫາ ທີ 3, ພິເສດແມ່ນສົກຮຽນຜ່ານມາ ແມ່ນເສັງນັກຮຽນເກັ່ງ ລະດັບປະເທດ ໄດ້ອັນດັບ 1 ທັງ 4 ວິຊາ: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະເຄມີສາດ. ຜົນການສອບເສັງຈົບຊັ້ນ ມັດທະຍົມຕົ້ນ ຄັ້ງວັນທີ 16 ຫາ 18 /06/ 2015 ສອບເສັງໄດ້ 100%, ຜົນການສອບເສັງຈົບຊັ້ນ ມັດທະຍົມປາຍ ຄັ້ງວັນທີ 23/ ຫາ 26/06/2015 ສອບເສັງໄດ້ 100% ແລະຜົນການສອບເສັງເລື່ອນຊັ້ນໄດ້ 100%.
ໃນໂອກາດລົງຢ້ຽມຢາມໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ, ມະຫາວິທະຍາໄລແຫ່ງຊາດຄັ້ງນີ້, ພະນະທ່ານ ນາງ ຫງຽນ ທິຢວນ ຮອງປະທານປະເທດ ສາທາລະນະລັດ ສັງຄົມ ນິ ຍົມຫວຽດນາມ ໄດ້ໃຫ້ກຽດໂອ້ລົມ ຕໍ່ຄະນະອໍານວຍການ, ພະນັກງານ, ຄູ-ອາຈານ ແລະນັກຮຽນ ໂຮງຮຽນດັ່ງກ່າວ, ເຊິ່ງ ພະນະທ່ານ ໄດ້ກ່າວເຖິງສະພາບການພັດທະນາ ເສດຖະກິດ-ຄັງຄົມ ຂອງລາວ ໂດຍສະ ເພາະແມ່ນບັນຫາການ ລົບລ້າງຄວາມທຸກຍາກ, ການກະກຽມຄວາມພ້ອມເຂົ້າເປັນປະເທດ ສະມາຊິກ ປະຊາຄົມເສດຖະກິດອາຊຽນ ຂອງລາວ, ການສ້າງປະຖົມປັດໄຈໃຫ້ແກ່ການເຊື່ອມໂຍງ ກັບ ພາກພື້ນ ແລະສາກົນ. ດ້ານວຽກງານການສຶກສາ ຕ້ອງໄດ້ຍົກສູງຄຸນນະພາບ ຂອງຄູ-ອາຈານ, ທາງໂຮງຮຽນກໍຕ້ອງສິດສອນຄວາມຮູ້ ເຂົ້າສູ່ ແບບແຜນການດໍາລົງຊີວິດຕົວຈິງ ໃຫ້ນັກຮຽນກາຍເປັນພົນລະເມືອງດີ ຂອງໂລກ. ເພື່ອໃຫ້ເຂົາເຈົ້າ ເຂົ້າໃຈ ແລະຍົກສູງ ສາຍພົວພັນ ອັນຍິ່ງໃຫຍ່ ຂອງລາວ-ຫວຽດນາມ, ເຫັນໄດ້ຄຸນງາມ ຄວາມດີຂອງປະເທດ ໃນສະພາບການພາກພື້ນ ແລະສາກົນມີການຜັນແປ.