ກອງປະຊຸມສຳມະນາກ່ຽວກັບ ວິໄສທັດ ຮອດປີ 2030, ຍຸດທະສາດພັດທະນາການສຶກສາໄລຍະປີ ( 2016-2025) ແລະແຜນພັດທະນາ ໄລຍະ 5 ປີ ( 2016-2020 )

ໃນຕອນເຊົ້າວັນທີ 16 ຕຸລາ 2015 ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດ ກອງປະຊຸມສຳມະນາກ່ຽວກັບ ວິໄສທັດ ຮອບປີ 2030, ຍຸດທະສາດພັດທະນາການສຶກສາ ໄລຍະປີ ( 2016-2025) ແລະແຜນພັດທະນາ ໄລຍະ 5 ປີ ( 2016-2020) ຂຶ້ນທີ່ ໂຮງແຮມຄູນຊັບ1 ( ທ່າລາດ ) ເມືືອງແກ້ວອຸດົມ, ແຂວງວຽງຈັນ. ໂດຍການໃຫ້ກຽດ ເປັນປະທານຂອງທ່ານ ສຈ. ດຣ. ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ອະທິການບໍດີ ມຊ, ມີບັນດາຜູ້ຕາງໜ້າຈາກພາກສ່ວນຕ່າງໆ ພາຍໃນ ມຊ. ເຂົ້າຮ່ວມຈໍານວນ 44 ທ່ານ.
ໃນກອງປະຊຸມດັ່ງກ່າວ ແມ່ນໄດ້ມີການຈັດກຸ່ມຄົ້ນຄ້ວາແຕ່ລະແຜນຍຸດທະສາດ ໂດຍໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຄົ້ນຄ້ວາລະອຽດ ແລະປັບປຸງແຜນງານໂຄງການ ທີ່ກ່ຽວຂ້ອງໃຫ້ສົມບູນ. ກອງປະຊຸມ ແມ່ນໄດ້ດຳເນີນໄປເປັນເວລາ 3 ວັນເຕັມ( 16-18 ຕຸລາ 2015).