ພິທີມອບລາງວັນຮອນດາໃຫ້ແກ່ ນັກວິທະຍາສາດ ແລະວິສະວະກອນໜຸ່ມໃນ ສປປ. ລາວ (HONDA YES AWARD 2015 LAOS)
AYOoY19SA1hPjWJitM-fEkY8Qwf2JWtG1GuNop3bwiQCaaQXI1-D1-O5dbcbWXVJ1QorFAw1566-h613

AYOoY19SA1hPjWJitM-fEkY8Qwf2JWtG1GuNop3bwiQCaaQXI1-D1-O5dbcbWXVJ1QorFAw1566-h613

            ໃນຕອນບ່າຍວັນທີ 14 ຕຸລາ 2015 ນີ້, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຮ່ວມກັບ ຄະນະວິສະວະກຳສາດ ມຊ ແລະມູນນິທິຮອນດາ ໄດ້ຈັດພິ ທີມອບລາງວັນຮອນດາໃຫ້ແກ່ ນັກວິທະຍາສາດ ແລະວິສະວະກອນໜຸ່ມ ໃນ ສປປ. ລາວ ປີ 2015 ຂຶ້ນທີ່ສະໂມສອນຄະນະວິສະວະກຳສາດ ມຊ ( ວິທະຍາເຂດໂສກປ່າຫຼວງ ) ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ດຣ. ສາຍຂອງ ສາຍນາສິນ ປະທານຄະນະກຳມະການຄັດເລືອກນັກສຶກສາ ຂອງຄະນະວິສະວະກຳ ສາດໃນໂຄງການHONDA Y-E-S Award 2015, ຮອງອະທິການບໍດີ ມຊ, ທ່ານ ສົມນຶກ ກຸສົນສະຫວັດ ຮອງຫົວໜ້າກົມກິດຈະກຳນັກສຶກສາ ກະຊວງສຶກສາທິການ ແລະ ກີລາ, ທ່ານ ດຣ. Taizo YAKUSHIJI ຜູ້ອຳນວຍການມູນນິທິຮອນດາ ປະເທດຍີ່ປຸ່ນ, ທ່ານ ຮີດີຢູກິ ໂອະນິຊິ ອຸປະທູດ ສະຖານທູດຍີ່ປຸ່ນ ປະຈຳ ສປປ. ລາວ, ທ່ານຜູ້ຕາງໜ້າ ຈາກອົງການໄຈກາ, ທ່ານຄະນະບໍດີ, ຜູ້ອຳນວຍການສະຖາບັນຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຝ່າຍລາວ ແລະຝ່າຍຍີ່ປຸ່ນ, ບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມ.
           ການມອບລາງວັນດັ່ງກ່າວໃນຄັ້ງນີ້, ແມ່ນໄດ້ມອບຫຼຽນລາງວັນຊະນະເລີດ ໃຫ້ແກ່ 2 ນ້ອງ ຄື: ທ້າວ ອະນຸລັກ ຫົງວັນທອງ ນັກສຶກສາປີ 3 ພາກວິຊາວິສະວະກຳໄຟຟ້າ ແລະນາງ ນາລິນ ທຸມມາລາ ນັກສຶກສາປີ 2 ພາກວິຊາວິສະວະກຳຄອມພິວເຕີ ແລະຂໍ້ມູນຂ່າວສານ ທີ່ຜ່ານການຄັດເລືອກຕາມຂັ້ນຕອນທຸກປະການ. ເຊິ່ງມອບໂດຍທ່ານ ດຣ. Taizo YAKUSHIJI ຜູ້ອຳນວຍການມູນນິທິຮອນດາ ໂຄງການ
HONDA YES Award ເຊິ່ງເປັນໂຄງການທີ່ເປັນປະໂຫຍດໃນການພັດທະນາຊັບພະຍາກອນນຸດ ເຊິ່ງປີນີ້ ເປັນປີ ທີ 8. ໃນຕະຫຼອດ 8 ປີ ຄັດເລືອກໄດ້ 16 ຄົນ, ຍິງ 9 ຄົນ. ໃນພິທີກ່ອນການມອບລາງວັນ ທ່ານ ຮສ.ດຣ. ສາຍຂອງ ສາຍນາສິນ ໄດ້ກ່າວສະແດງຄວາມຍິນດີ ແລະຊົມ ເຊີຍຕໍ່ນັກສຶກສາທັງ 2 ນ້ອງ ທີ່ໄດ້ຮັບລາງວັນປະຈຳປີ 2015 ນີ້, ທ່ານຍັງໄດ້ກ່າວຂອບໃຈຕໍ່ມູນນິທິຮອນດາ, ສະຖານທູດຍີ່ປຸ່ນປະຈຳລາວ, ກະຊວງສຶກສາທິການ ແລະກີລາ, ອົງການໄຈກາ, ບໍລິສັດຮອນດາປະຈຳລາວ ທີ່ໄດ້ອຸປະຖ້ຳ ແລະສົ່ງເສີມນັກສຶກສາ ຄະນະວິສະວະກຳສາດ ມຊ, ໂດຍສະເພາະແມ່ນຕໍ່ຜູ້ທີ່ຮຽນເກັ່ງ, ມີຄຸນສົມບັດດີ, ມີຫົວຄິດ ປະດິດສ້າງ ຊຶ່ງຈະກາຍເປັນນັກວິທະຍາສາດ ໃນອະນາຄົດ.
           ໂອກາດດຽວກັນທ່ານ ດຣ. Taizo YAKUSHIJI ກໍໄດ້ມອບຫຼຽນ ລາງວັນໃຫ້ແກ່ 2 ນ້ອງທີ່ໄດ້ຮັບລາງວັນດັ່ງກ່າວຢ່າງສົມກຽດ, ຊຶ່ງລາງວັນທີ່ໄດ້ຮັບໃນຄັ້ງນີ້ແມ່ນ ເປັນເງິນຜູ້ລະ 3,000 ໂດລາສະຫະລັດ ແລະຍັງໃຫ້ທຶນໄປຮຽນຕໍ່ທີ່ປະເທດຍີ່ປຸ່ນອີກດ້ວຍ.

 

ພາບບັນຍາກາດ

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.