ສະຖາບັນຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດພິທີສະຫຼຸບສົກຮຽນ 2014 – 2016 ແລະຜ່ານແຜນວຽກງານປະຈຳສົກຮຽນ 2015 – 2016

ຕອນບ່າຍວັນທີ 8 ຕຸລາ 2015 ນີ້, ສະຖາບັນຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຈັດພິທີສະຫຼຸບສົກຮຽນ 2014 – 2015 ແລະຜ່ານແຜນວຽກງານປະຈຳສົກຮຽນ 2015 – 2016 ຂຶ້ນຢ່າງເປັນທການ, ທີ່ຫ້ອງປະຊຸມ ຂອງສະຖາບັນຊັບ ພະຍາກອນມະນຸດ ລາວ-ຍີ່ປຸ່ນ, ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ຮສ.ດຣ.ພຸດ ສິມມາລາວົງ ຮອງອະທິການບໍດີ ມຊ, ມີ ທ່ານ ຮສ. ອາລຸນ ສີລັດຕະນະກຸນ ຜູ້ອໍານວຍການ ສະຖາບັນຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ຝ່າຍລາວ), ທ່ານ ຢາສຸຈິໂລະ ສຸຊຸກິ ຜູ້ອໍານວຍການ ສະຖາບັນຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ຝ່າຍຍີ່ປຸ່ນ), ມີບັນດາທ່ານ ຄະນະບໍດີ, ຫົວໜ້າຫ້ອງການ, ສູນ, ໂຮງຮຽນ, ໂຮງໝໍ, ແຂກຖືກເຊີນ, ພະນັກງານ-ຄູອາຈານ ສະຖາບັນດັ່ງກ່າວເຂົ້າຮ່ວມ.
ໃນພິທີ ທ່ານ ຮສ. ອາລຸນ ສີລັດຕະນະກຸນ ຜູ້ອໍານວຍການ ສະຖາບັນຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ຝ່າຍລາວ), ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈຳ ສົກສຶກສາ 2014 –2015 ແລະຜ່ານທິດທາງແຜນການ ໃນສົກປີ 2015-2016 ຕໍ່ທີ່ປະຊຸມ, ໃນນັ້ນທ່ານໄດ້ລາຍງານໃຫ້ຮູ້ເຖິງສະພາບຈຸດພິເສດ ແລະການຈັດຕັ້ງພະນັກງານພາຍໃນໃຫ້ຊາບ ເຊິ່ງປັດຈຸບັນ ສະຖາບັນຊັບ ພະຍາກອນມະນຸດ ລາວ-ຍີ່ປຸ່ນ ມີພະນັກງານ ຈຳນວນ 37 ຄົນ ຍິງ 24 ຄົນ, ໃນນັ້ນ ມີພະນັກງານລັດຖະກອນ 32 ຄົນ ຍິງ 22 ຄົນ, ພະນັກງານຮັບຈ້າງ 5 ຄົນ ຍິງ 2 ຄົນ. ການດຳເນີນວຽກງານວິຊາການ ແລະວຽກງານບໍລິຫານ, ແມ່ນພາຍໃຕ້ໂຄງການຮ່ວມມື ລາວ-ຍີ່ປຸ່ນ, ໂດຍມີທິດທາງສ້າງໃຫ້ສະຖາບັນດັ່ງກ່າວເປັນເຈົ້າຕົນເອງຮອບດ້ານ ແລະເພື່ອສົ່ງເສີມການ ພັດທະນາພາກທຸລະກິດໃນ ສປປ ລາວ, ໂດຍ ສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະກາງ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ. ໃນຕົວຈິງຕະຫຼອດໄລຍະນຶ່ງປີທີ່ຜ່ານມາສະຖາບັນດັ່ງກ່າວໄດ້ພ້ອມກັນເຄື່ອນໄຫວວຽກງານຢ່າງ ຫ້າວຫັນ, ໂດຍຖືເອົາວຽກ ງານ ແນວຄິດການເມືອງໄປຄ່ຽງຄູ່ກັບວິຊາສະເພາະ. ໃນນັ້ນທ່ານໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນແມ່ນໄດ້ຮ່ວມກັບຄະນະເສດຖະສາດ ແລະບໍລິຫານທຸລະກິດດຳເນີນສິດສອນຕາມຫຼັກສູດປະລິນຍາໂທພາກວິ ຊາບໍລິຫານທຸລະ ກິດຮຸ່ນທີ 7 ຈຳນວນ 31 ຄົນ ພ້ອມທັງກະກຽມເປີດຮຸ່ນທີ 8 ຕໍ່ໄປ. ນອກຈາກນັ້ນຍັງໄດ້ເປີດເຝິກອົບຮົມໄລຍະສັ້ນຈຳນວນ 13 ຄັ້ງກວມເອົາ 11 ຫົວຂໍ້, ມີຜູ້ເຂົ້າຮ່ວມ 164 ຄົນ, ຈັດເຝິກ ອົບຮົມສະເພາະດ້ານ 13 ຄັ້ງ ໃນ 12 ຫົວຂໍ້ ມີຜູ້ເຂົ້າຮ່ວມ 288 ຄົນ, ພິເສດໄດ້ຮ່ວມກັບຊ່ຽວຊານຍີ່ປຸ່ນ ລົງໃຫ້ຄຳປຶກສາແກ່ 6 ບໍລິສັດທີ່ເຮັດການຜະລິດ ຫຼືບໍລິການທີ່ນະຄອນຫຼວງວຽງຈັນ.
ໃນຕອນທ້າຍພິທີທ່ານ ຮສ.ດຣ. ພຸດ ສິມມາລາວົງ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍ -ຊົມເຊີຍ ຕໍ່ຜົນງານຕ່າງໆ ທີ່ທາງຄະນະນໍາ, ພະນັກງານ-ຄູອາຈານ ແລະນັກສຶກສາ ຂອງສະຖາບັນຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຍາດມາໄດ້ໃນ 1 ປີຜ່ານມາ, ພ້ອມທັງໄດ້ສະເໜີ ແລະຮຽກຮ້ອງໃຫ້ສະຖາບັນດັ່ງກ່າວ ຈົ່ງພ້ອມກັນສ້າງຂະບວນການການຕ້ອນຮັບວັນສ້າງຕັ້ງ ມຊ. ຄົບຮອບ 20 ປີ, ເອົາໃຈໃສ່ປະຕິບັດດ້ານແນວຄິດການເມືອງ, ຄວາມສາມັກຄີ ແລະ ເພີ່ມທະວີເອົາໃຈໃສ່ພັດທະນາ ມຊ ໃນດ້ານວິຊາການ, ດ້ານການຮຽນ-ການສອນ ໃຫ້ມີຄຸນນະພາບ ພ້ອມທັງການຮ່ວມມືກັບພາກ ສ່ວນຕ່າງໆທັງພາຍໃນ ແລະສາກົນໃຫ້ດີຂຶ້ນເລື່ອຍໆ.