ຕາງໜ້ານັກສຶກສາ ມຊ ຈັດພິທີອວຍພອນຄະນະນໍາ
ເນື່ອງໃນໂອກາດວັນຄູແຫ່ງຊາດລາວ ໄດ້ໝູນວຽນມາຄົບຮອບ 21 ປີ ຄື ( 7 ຕຸລາ 1994 – 7 ຕຸລາ 2015), ຕາງໜ້າ ນັກສຶກສາຄະນະວິຊາຕ່າງໆ ຂອງ ມຊ ໄດ້ນໍາ ເອົາຊໍ່ດອກໄມ້ເຂົ້າອວຍພອນຄະນະນໍາ ມະຫາວິທະຍາໄລແຫ່ງຊາດ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍມີ ທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີ ມຊ, ພ້ອມດ້ວຍທ່ານ ຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການ, ສູນ, ສະຖາບັນ, ຫໍສະໝຸດກາງ, ໂຮງໝໍ ແລະໂຮງຮຽນ ອ້ອມຂ້າງ ມຊ ໃຫ້ກຽດຮັບ ການອວຍພອນ.
ການເຂົ້າອວຍພອນຄະນະນໍາ ມຊ. ຂອງຕາງໜ້ານັກສຶກສາ ຄະນະວິຊາຕ່າງໆ ທີ່ສຶກສາຢູ່ ມຊ ໃນປີນີ້ ແມ່ນໄດ້ຈັດຂຶ້ນ ແບບລຽບງ່າຍ, ແຕ່ມີເນື້ອໃນຄວາມໝາຍ, ໂອ ກາດນີ້ຕາງໜ້ານັກສຶກໄດ້ກ່າວ ສະແດງຄວາມຮູ້ບຸນຄຸນ ຕໍ່ຄະນະນໍາ ມຊ. ກໍຄືຄະນະນໍາຂັ້ນຕ່າງໆ ຂອງ ມຊ. ທີ່ໄດ້ອຸດທິດເຫື່ອແຮງ, ສະຕິປັນຍາຊີ້ນໍາໆພາ ມຊ. ແລະສິດສອນ ພວກເຫລົ່າ ນິສິດນັກສຶກສາ ແລະສ້າງບຸກຄະລາກອນດ້ານຕ່າງໆ ໃຫ້ແກ່ສັງຄົມ ແລະປະເທດຊາດ ທັ້ງໃນອະດີດ ຈົນເຖິງປັດຈຸບັນ ກໍຄືອະນາຄົດ; ພ້ອມທັງກ່າວອວຍພອນ ໃຫ້ຄະນະນໍາ ມຊ. ກໍຄື ຄະນະນໍາຂັ້ນຕ່າງໆ ຂອງ ມຊ. ຈົ່ງມີຄວາມສຸກ, ມີສຸຂະພາບເຂັ້ມແຂງ ແລະມີຜົນສໍາເລັດໃນໜ້າທີ່ການງານຕະຫລອດໄປ. ໃນໂອກາດໃຫ້ກຽດຕ້ອນ ຮັບການເຂົ້າອວຍພອນ ຂອງຕາງໜ້ານັກສຶກສາຄັ້ງນີ້, ທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີ ມຊ. ໃນນາມ ຕາງໜ້າຄະນະນໍາ, ພະນັກງານ, ຄູ-ອາຈານ ມຊ. ກໍໄດ້ກ່າວຂອບໃຈ ທີ່ເຫລົ່າ ນິສິດນັກສຶກສາ ເຫັນໄດ້ຄວາມໝາຍ-ຄວາມສໍາຄັນ ຂອງຄູ, ທັງໄດ້ກ່າວອວຍພອນໃຫ້ຕາງໜ້ານັກສຶກສາ ແລະຜ່ານນັກສຶກສາ ທີ່ເຂົ້າອວຍພອນ ໄປຍັງນັກສຶກສາ ມຊ. ທຸກຄົນ ຈົ່ງມີຜົນສໍາເລັດ ໃນການສຶກສາຮໍ່າຮຽນ, ມີສຸຂະພາບເຂັ້ມແຂງ ແລະມີຜົນສໍາເລັດໃນໜ້າທີ່ການງານເຊັ່ນດຽວກັນ.