ທ່ານຮອງອະທິການບໍດີ ມຊ ຕ້ອນຮັບແຂກຈາກ ບໍລິສັດເດລີ່ກຣິນ ຈຳກັບ ປະເທດໄທ
ໃນຕອນບ່າຍວັນທີ 5 ຕຸລາ 2015 ນີ້, ທີ່ຫ້ອງຮັບແຂກຕຶກສໍານັກງານອະທິການບໍດີ ມຊ, ທ່ານ ຮສ. ດຣ. ພຸດ ສິມມາລາວົງ ຮອງອະທິການບໍດີ ມຊ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ດຣ. ພັນທະວະດີ ວົງປັນທະນັນ ຜູ້ອຳນວຍການບໍລິສັດ ເດລີ່ກຣິນ ຈຳກັບ ປະເທດໄທ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ຮສ. ດຣ. ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຄວາມຍິນດີຕໍ່ການມາຢ້ຽມຢາມ ມຊ ຂອງບັນດາທ່ານ ຈາກບໍລິສັດ ເດລີ່ກຣິນ ຄັ້ງນີ້. ຈຸດປະສົງໃນ ການມາຢ້ຽມຢາມແມ່ນເພື່ອປຶກສາຫາລືກ່ຽວກັບການຮ່ວມມື ແລະນຳສະເໜີຄວາມຮູ້, ແນວທາງການວິໄຈ ແລະຫຼັກການທີ່ກ່ຽວຂ້ອງກັບການປູກພຶດ ອິນທະຜາລຳ ຊຶ່ງລາຍລະ ອຽດແມ່ນຄະນະກະເສດສາດ ຈະໄດ້ເປັນຜູ້ປະສານງານໂດຍກົງກ່ຽວກັບການຮ່ວມມື ໃນອະນາຄົດ ອັນໃກ້ນີ້.
ຕອນທ້າຍທັງສອງຝ່າຍໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.