ມຊ ຮ່ວມກັບຄະນະກຳມະການໂອແລມປິກແຫ່ງຊາດລາວ, ກະຊວງສຶກສາທິການ ແລະກີລາ ຈັດກິດຈະກຳກີລາ ເນື່ອງໃນວັນສ້າງຕັ້ງຄະນະກຳມະການໂອແລມປິກສາກົນຄົບຮອບ 121 ປີ

IMG 3105

IMG 3105

ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2015, ມະຫາວິທະຍາໄລແຫ່ງຊາດພວກເຮົາ, ໄດ້ຮ່ວມກັບຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະກະຊວງສຶກສາທິການ ແລະກີລາ ຈັດກິດຈະກຳກີລາ (ຍ່າງ) ເພື່ອສະເຫຼີມ-ສະຫຼອງວັນສ້າງຕັ້ງຄະນະກຳມະການໂອແລມປິກສາກົນຄົບຮອບ 121 ປີ (ວັນທີ 23 ມິຖຸນາ 1894 ຫາ 23 ມິຖຸນາ 2015) ຂຶ້ນທີ່ສະໝາມກີລາກາງ ມຊ.

          ເປັນກຽດເຂົ້າຮ່ວມກິດຈະກຳອັນຍີ່ງໃຫຍ່ ດັ່ງກ່າວໂດຍ ພະນະ ທ່ານ ດຣ.ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງສຶກສາທິການ ແລະກີລາ ທັງເປັນປະທານຄະນະໂອແລມປິກແຫ່ງຊາດລາວ, ທ່ານ ລີຕູ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ ມີທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ອະທິການບໍດີ ພ້ອມດ້ວຍບັນດາທ່ານຮອງອະທິການບໍດີ ມຊ ແລະບັນດາທ່ານແຂກທີ່ກ່ຽວຂ້ອງ ຈາກກະຊວງສຶກສາ ທິການ ແລະກີລາ ພະນັກງານຄູ-ອາຈານ, ນັກສຶກສາ ລວມທັງປະຊາຊົນບ້ານອ້ອມຂ້າງ ມຊ ເຂົ້າຮ່ວມ 3000 ກວ່າຄົນ.

          ກ່ອນດຳເນີນກິດຈະກຳ, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະກີລາ ທັງເປັນປະທານເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດ ລາວໄດ້ກ່າວເປີດວ່າ: ການຈັດກິດຈະກຳດັ່ງກ່າວຢູ່ ມຊ. ໃນຄັ້ງນີ້ ນອກຈາກເປັນການສະເຫຼີມ-ສະຫຼອງວັນສ້າງຕັ້ງຄະນະກຳມະການໂອແລມປິກສາກົນຄົບຮອບ 121 ປີ ແລ້ວ, ຍັງເປັນການປຸກລະດົມໃຫ້ນັກສຶກສາ ແລະພະນັກງານ ຄູ-ອາຈານ ຕະຫຼອດຮອດປະຊາຊົນບັນດາບ້ານອ້ອມຂ້າງເຂົ້າຮ່ວມກິດຈະກຳເພື່ອສຸຂະພາບ ປາສະຈາກໂລກໄພໄຂ້ເຈັບ ແລະຫ່າງໄກຈາກສິ່ງມຶນເມົາທັງປວງ.

          ໂອກາດດຽວກັນທ່ານຍັງໄດ້ຮຽກຮ້ອງວ່າ: ພາຍຫຼັງເຄື່ອນໄຫວກິດຈະກຳໃນຄັ້ງນີ້ແລ້ວ, ຈົ່ງໄດ້ພ້ອມກັນສືບຕໍ່ຫັນມາອອກກຳລັງກາຍເພື່ອສຸຂະພາບຂອງທ່ານເອງໃຫ້ມີ ຄວາມເຂັ້ມແຂງທັງກາຍ ແລະໃຈ, ມີຄວາມສາມັກຄີຢ່າງກວ້າງຂວາງ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດຂອງພວກເຮົາໃຫ້ຈະເລີນຮຸ່ງ ເຮືອງຕາມທິດຊີ້ນຳຂອງພັກ ແລະລັດຂອງພວກເຮົາ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.