ຄະນະນໍາ ແລະພະນັກງານທີ່ກ່ຽວຂ້ອງ ຂອງ ມຊ ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ-ກິລາ ທົ່ວປະເທດ ປະຈຳປີ 2015
ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ມຊ ນໍາໂດຍທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ອະທິການບໍດີ ມຊ ໄດ້ຮັບກຽດເຂົ້າຮ່ວມກອງປະ ຊຸມ ຜູ້ບໍລິຫານການສຶກສາ ແລະກິລາ ທົ່ວປະເທດ ປະຈຳປີ 2015 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ມິຖຸນາ 2015, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ດຣ. ພັນຄຳ ວິພາວັນ ກໍາມະການ ກົມການເມືອງ ສູນກາງພັກ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະກີລາ, ມີບັນດາທ່ານລັດຖະມົນຕີຊ່ວຍວ່າການ ແລະຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ບັນດາແຂກຖືກເຊີນ ຈາກພາກສ່ວນຕ່າງໆ ອ້ອມຂ້າງນະຄອນຫຼວງວຽງຈັນ, ແຂວງ, ບັນດາມະຫາວິທະຍາໄລ, ວິທະຍາໄລພາກລັດ-ເອກະຊົນ, ບັນດາເຈົ້າເມືອງ ແລະນັກວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທັງໝົດ 250 ທ່ານ.
ໃນໂອກາດກ່າວເປີດພິທີ, ທ່ານ ດຣ. ພັນຄຳ ວິພາວັນ ກໍາມະການກົມການເມືອງ ສູນກາງພັກ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະກີລາ ໄດ້ກ່າວບາງຕອນວ່າ: ກອງປະຊຸມຜູ້ບໍລິຫານການສຶກສາ ແລະກີລາທົ່ວປະເທດປີນີ້, ເປັນກອງປະຊຸມປະຈຳປີທີ່ໄດ້ດໍາເນີນມາເປັນປົກກະຕິກໍຕາມ ແຕ່ເປັນກອງປະຊຸມທີ່ມີຄວາມໝາຍ ຄວາມສຳຄັນທີ່ ສຸດ; ຖ້າກອງປະຊຸມຄັ້ງນີ້ຫາກສະຫຼຸບຕີລາຄາຜົນສຳເລັດ, ຕີລາຄາສະພາບບັນດາສາຍເຫດຂອງບັນຫາການພັດທະນາການສຶກສາ ແລະກີລາໃນໄລຍະທີ່ຜ່ານມາບໍ່ຖືກກັບຄວາມ ເປັນຈິງ, ການວາງແຜນ, ການກຳນົດມາດຕະການ ແລະວິທີການແກ້ໄຂບັນຫາໃນຕໍ່ໜ້າ ໂດຍສະເພາະແມ່ນແຜນກິດຈະກຳທີ່ຈະປະຕິບັດສົກຮຽນ 2015-2016 ກໍຈະບໍ່ຖືກກັບ ຕົວຈິງ. ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຕາມຈຸດປະສົງ ແລະຄາດໝາຍທີ່ກ່າວມານັ້ນ ໃນນາມປະທານກອງປະຊຸມ ສະເໜີໃຫ້ຜູ້ແທນກອງປະຊຸມ ເປັນເຈົ້າການໃນການປະ ກອບຄຳຄິດ ຄຳເຫັນຕໍ່ກອງປະຊຸມໃຫ້ເລິກເຊິ່ງ, ເຖິງຖອງ ກົງໄປ-ກົງມາ, ຖືກກັບປະເດັນ, ເຈາະເລິກເຂົ້າເຖິງບັນຫາ ແລະເອົາຄວາມຈິງມາເວົ້າກັນຢ່າງພາວະວິໄສ ແນ່ໃສ່ຊຸກຍູ້ ສົ່ງ ເສີມຜົນສຳເລັດທີ່ຍາດມາໄດ້ໃນການພັດທະນາການສຶກສາ ແລະກີລາໄລຍະທີ່ຜ່ານມາໃຫ້ມີຄວາມຍືນຍົງ. ກຳນົດວິທີການ, ມາດຕະການແກ້ໄຂສະພາບບັນຫາທີ່ຄົງຄ້າງ ນັບທັງ ການຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມຕໍ່ໜ້າໃຫ້ມີຜົນສຳເລັດທີ່ໂດດເດັ່ນຂຶ້ນລວມທັງດ້ານປະລິມານ ແລະຄຸນນະພາບ.
ຂະນະດຽວກັນ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງເລຂາຄະນະພັກ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະກີລາ ກໍໄດ້ຂຶ້ນຜ່ານບົດສະຫຼຸບຜົນ ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາສົກຮຽນ 2014-2015 ແລະ ແຜນພັດທະນາການສຶກສາ ແລະ ກີລາ ສົກຮຽນ 2015-2016 ພ້ອມທັງໄດ້ລາຍງານ ແຜນພັດທະນາຂະແໜງການສືກສາ ແລະ ກີລາ 2016-2020 ຕໍ່ທີ່ປະຊຸມ ເພື່ອໃຫ້ຜູ້ແທນກອງປະຊຸມໄດ້ຮັບຊາບ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນງານ ແລະແຜນພັດທະນາການສຶກສາ ຂອງກະຊວງສຶກສາທິການ ແລະ ແລະກີລາ ວາງໄວ້.
ພາຍຫຼັງການດໍາເນີນກອງປະຊຸມມາເປັນເວລາ 2 ວັນ ກອງປະຊຸມໄດ້ຄົ້ນຄ້ວາລົງເລີກແຕ່ລະບັນຫາ ແລະ ເປັນເອກະພາບກັນ ຮັບຮອງເອົາມະຕິຂອງກອງປະຊຸມ ຊຶ່ງລ້ວນ ແຕ່ເປັນປະໂຫຍດຕໍ່ການປັບປຸງແຜນພັດທະນາການສືກສາ ແລະ ກີລາ 5 ປີ 2016-2020 ແລະ ແຜນປະຕິບັດຕົວຈີງສົກປີ 2015-2016, ຮັບຮອງເອົາວິໄສທັດການພັດທະນາ ການສືກສາ ແລະ ກີລາ ຮອດປີ 2030 ແລະ ຍຸດທະສາດຮອດປີ 2025, ຮັບຮອງເອົາຜົນການຕີລາຄາການຈັດຕັ້ງປະຕິບັດການພັດທະນາການສືກສາ ແລະ ກີລາແຕ່ປີ 2001-2015, ແຕ່ປີ 2011-2015 ແລະ ແຜນພັດທະນາຂະແໜງການສືກສາ ແລະ ກີລາໃນປີ 2016-2020, ຮັບຮອງເອົາຜົນການຕີລາຄາຈັດຕັ້ງປະຕິບັດການພັດທະນາການສືກ ສາ ແລະ ກີລາ ສົກຮຽນ 2014-2015 ແລະ ແຜນພັດທະນາການສືກສາ ແລະ ກີລາ ສົກຮຽນ 2015-2016, ຮັບຮອງເອົາຍຸດທະສາດການພັດທະນາການສືກສາ ແລະ ກີລາ ເປັນ ບູລິມະສິດສຳລັບສົກຮຽນ 2015-2016 ຄື: ເອົາໃຈໃສ່ຂະຫຍາຍການສືກສາກ່ອນໄວຮຽນໃຫ້ກ້ວາງຂວາງໂດຍສະເພາະແມ່ນຂະຫຍາຍໂຮງຮຽນອະນຸບານ ແລະ ສ້າງຫ້ອງຮຽນ ກຽມຢູ່ໂຮງຮຽນປະຖົມສືກສາ, ປັບປຸງຍົກສູງຄຸນນະພາບການສືກສາທຸກລະດັບໃຫ້ບັນລຸມາດຕະຖານຂອງພາກພື້ນ ແລະ ອາຊີ, ຮັບປະກັນໃຫ້ສະຖານສືກສາທຸກລະດັບໄດ້ຈັດ ຕັ້ງປະຕິບັດການຮຽນການສອນພາສາອັງກິດ ໂດຍສະເພາະຢູ່ໂຮງຮຽນສາມັນສືກສາໃຫ້ເອົາພາສາອັງກິດເປັນວິຊາບັງຄັບ ໂດຍເລີ່ມແຕ່ຊັ້ນປະຖົມປີທີ 3 (ປ 3), ສືບຕໍ່ປັບປຸງລະ ບົບກົງຈັກບໍລິຫານ ແລະ ຄຸ້ມການສືກສາໃຫ້ມີຄຸນະພາບ, ເອົາໃຈໃສ່ຜັນຂະຫຍາຍແຜນຍຸດທະສາດການພັດທະນາກີລາ-ກາຍະກຳໃຫ້ປາກົດຜົນເປັນຈີງ ໂດຍສະເພາະການພັດທະ ນາກີລາໃນໂຮງຮຽນ ແລະການຝຶກແອບນັກກີລາປະເພດຕ່າງໆ ນອກຈາກນັ້ນກໍຍັງໄດ້ຮັບຮອງເອົາມັດຕິຕ່າງໆ ເຊີ່ງເນື້ອໃນດັ່ງກ່າວຈະເປັນບ່ອນອີງໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ກີລາທຸກລະດັບ, ທຸກອົງການຈັດຕັ້ງທີກ່ຽວຂ້ອງທັງພາກລັດ-ເອກະຊົນ ໃນການຈັດຕັ້ງປະຕິບັດແຜນພັດທະນາການສືກສາໃນໄລຍະ 5 ປີ (2016-2020) ແລະ ແຜນປະ ຕິບັດຕົວຈີງ 2015-2016.