ກອງປະຊຸມ ນາໆຊາດ ເຄືອຂ່າຍຫໍສະໝຸດ ມະຫາວິທະຍາໄລອາຊຽນ ຄັ້ງທີ XI
ໃນຕອນເຊົ້າວັນທີ 27 ພຶດສະພາ 2015 ນີ້, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມນາໆຊາດ ເຄື່ອຂ່າຍຫໍສະໝຸດ ມະຫາວິ ທະຍາໄລອາຊຽນ ຄັ້ງທີ XI ຂຶ້ນທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ສປປ ລາວ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ດຣ. ສາຍຂອງ ສາຍ ນາສິນ ຮອງອະທິການບໍດີ ມຊ, ທ່ານ ໂມຮາເມດ ປີໂຊນກາຊາລີ ປະທານເຄືອຂ່າຍຫໍສະໝຸດ ມະຫາວິທະຍາໄລອາຊຽນ, ທ່ານ ດຣ. ຈົວສະຕີ ດີຣາທີຕີ ຄະນະອຳນວຍການ ມະຫາວິທະຍາໄລອາຊຽນ, ພ້ອມດ້ວຍບັນດາຜູ້ຕາງໜ້າ ມະຫາວິທະຍາໄລແຕ່ລະປະເທດສະມາຊິກອາຊຽນ, ຫົວໜ້າຫໍສະໝຸດຈາກ ບັນດາຄະນະວິຊາ ແລະສະຖາບັນຕ່າງໆ ອ້ອມຂ້າງມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ທີ່ປະຊຸມໄດ້ລາຍງານໃຫ້ຮູ້ວ່າ: ສຳລັບກອງປະຊຸມນາໆຊາດ ເຄືອຂ່າຍຫໍສະໝຸດ ມະຫາວິທະຍາໄລອາຊຽນຄັ້ງທີ I ແມ່ນໄດ້ຈັດຂຶ້ນທີ່ປະເທດສິງກະ ໂປ, ຄັ້ງທີ II ປະເທດມາເລເຊຍ, ຄັ້ງທີ III ປະເທດບູຣໄນ, ຄັ້ງທີ IV ປະເທດໄທ, ຄັ້ງທີ V ປະເທດຫວຽດນາມ, ຄັ້ງທີ VI ປະເທດອິນໂດເນເຊຍ, ຄັ້ງທີ VII ປະເທດຟີລິບປິນ, ຄັ້ງທີ VIII ສິງກາໂປ, ຄັ້ງທີ IX ມາເລເຊຍ, ຄັ້ງທີ X ປະເທດກຳປູເຈ້ຍ ແລະຄັ້ງທີ XI ນີ້ແມ່ນມະຫາວິທະຍາໄລແຫ່ງຊາດ ລາວ ພວກເຮົາເປັນເຈົ້າພາບ.
ໂອກາດນີ້, ທ່ານ ຮສ. ດຣ. ສາຍຂອງ ສາຍນາສິນ ໄດ້ກ່າວສະແດງຄວາມຍິນດີທີ່ໄດ້ຕ້ອນຮັບຄະນະຜູ້ແທນທີ່ມາຈາກບັນດາປະເທດອາຊຽນ ແລະປຶ້ມປິຕິຍິນດີເປັນຢ່າງຍີ່ງ ທີ່ມະຫາວິທະຍາໄລແຫ່ງຊາດ ສປປ ລາວ ໄດ້ເປັນເຈົ້າພາບເຊິ່ງເປັນຄັ້ງທຳອິດ ຫຼື ຄັ້ງປະຫວັດສາດກໍ່ວ່າໄດ້ ເພາະມັນຈະກາຍ ເປັນໃບໜ້າໃໝ່ໃຫ້ກັບວົງການຫໍສະໝຸດຂອງລາວ ໃນການປັງປຸງຄຸນນະພາບໃຫ້ດີຂຶ້ນເປັນກ້າວໆ ທຽບເທົ່າກັບບັນດາປະເທດໃນພາກພື້ນອາຊຽນ. ວຽກ ງານຫໍສະໝຸດ ແມ່ນເປັນວຽກງານເສນາທິການໃຫ້ແກ່ການສຶກສາຄົ້ນຄວ້າຂອງມະຫາວິທະຍາໄລ, ຊຶ່ງໃນຍຸກປັດຈຸບັນການນຳໃຊ້ເທັກໂນໂລຢີເຂົ້າໃນການ ບໍລິຫານ-ຈັດການວຽກງານຫໍສະໝຸດ ເພື່ອເຮັດໃຫ້ການບໍລິການມີປະສິດທິພາບ ແລະທັນສະໄໝນັ້ນ, ຈຶ່ງມີຄວາມຈຳເປັນ ແລະເປັນປັດໃຈຫຼັກ ເພື່ອຈະ ຊ່ວຍເຮັດໃຫ້ແຜນຍຸດທະສາດການສຶກສາຂອງມະຫາວິທະຍາໄລແຫ່ງຊາດປາກົດຜົນເປັນຈິງ.
ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອເປັນການນຳສະເໜີ ການນຳໃຊ້ເທັກໂນໂລຢີເຂົ້າໃນການບໍລິຫານ-ຈັດການວຽກງານຫ້ອງສະໝຸດ ເພື່ອເຮັດໃຫ້ ມີປະສິດທິພາບ ແລະທັນສະໄໝຍີ່ງໆຂຶ້ນ, ແນໃສ່ສົ່ງເສີມໃຫ້ນັກຮຽນ-ນັກສຶກສາຢາກເຂົ້າຄົ້ນຄວ້າຮ່ຳຮຽນໃນຫ້ອງສະໝຸດຫຼາຍຂຶ້ນພ້ອມທັງເປັນການອຳ ນວຍຄວາມສະດອກສະບາຍໃຫ້ຜູ້ທີ່ໃຊ້ບໍລິການ, ຊ່ວຍໃຫ້ການສຶກສາຄົ້ນຄວ້າມີການພັດທະນາ ແລະມີຄຸນນະພາບສູງຂຶ້ນ. ນອກຈາກນີ້ ໃນກອງປະຊຸມ ຍັງໄດ້ຮັບຟັງຄຳຄິດຄຳເຫັນຂອງປະທານເຄືອຂ່າຍຫ້ອງສະໝຸດ ມະຫາວິທະຍາໄລອາຊຽນ, ຄະນະອຳນວຍການ ມະຫາວິທະຍາໄລອາຊຽນ ແລະການລາຍ ງານຂອງບັນດາຜູ້ຕາງໜ້າມະຫາວິທະຍາໄລແຕ່ລະປະເທດສະມາຊິກອາຊຽນ, ເຊິ່ງກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 3 ວັນ ( 27-29 ພຶດສະພາ) ຈຶ່ງໄດ້ອັດລົງຢ່າງເປັນທາງການ.
ຂະນະດຽວກັນນີ້, ທ່ານຈັນສີ ພວງສຸເກດ ຜູ້ອຳນວຍການ ຫໍສະໝຸດກາງ ມຊ ໄດ້ໃຫ້ສຳພາດວ່າ: ປັດຈຸບັນ ຫໍສະໝຸດກາງ ກໍໄດ້ມີການບໍລິການ ດ້ວຍລະບົບເທັກໂນໂລຢີ;ແຕ່ຖ້າທຽບໃສ່ກັບບັນດາປະເທດສະມາຊິກອາຊຽນແລ້ວ ກໍ່ຍັງເຫັນວ່າບໍ່ທັນມີປະສິດິພາບ ແລະທັນສະໄໝເທົ່າທີ່ຄວນ. ສະນັ້ນ ໃນອານາຄົດອັນໄກ້ນີ້ຈະຕ້ອງໄດ້ມີການປັງປຸງ ໂດຍການນຳເອົາເທັກໂນໂລຢີເຂົ້າໃນວຽກງານດັ່ງກ່າວ ເພື່ອສາມາດເຊື່ອມໂຍງກັບປະເທດຕ່າງໆໃນອາຊຽນ ໄດ້ດີຂຶ້ນ.