ອາຈານຂອງມະຫາວິທະຍາໄລທຳມະສາດ ຢ້ຽມຢາມ ມຊ
ໃນຕອນເຊົ້າວັນທີ 22 ພຶດສະພາ 2015 ນີ້, ທີ່ຫ້ອງຮັບແຂກຕຶກສໍານັກງານອະທິການບໍດີ ມຊ ທ່ານ ອຈ ບຸນສົດ ໂພທິສານ ຮອງຫົວໜ້າຫ້ອງ ການພົວພັນຕ່າງປະເທດ ພ້ອມດ້ວຍອາຈານ ແລະນັກສຶກສາ ຈຳນວນ 35 ຄົນ. ໄດ້ຕ້ອນຮັບທ່ານ ຜູ້ຊ່ວຍ ດຣ. ສຸພັດ ສຸກສະລາໄຊ ຜູ້ອຳນວຍການສະ ຖາບັນການສຶກສາລະຫວ່າງປະເທດຂອງມະຫາວິທະຍາໄລທຳມະສາດ ປະເທດໄທ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ອຈ. ບຸນສົດ ໂພທິສານ ໄດ້ກ່າວສະແດງຄວາມຍິນດີຕໍ່ການມາຢ້ຽມຢາມ ມຊ ຂອງທ່ານ ຜູ້ຊ່ວຍ ດຣ. ສຸພັດ ສຸກສະລາໄຊ ພ້ອມດ້ວຍຄະນະຄັ້ງນີ້. ຈຸດປະສົງໃນການມາຢ້ຽມຢາມແມ່ນເພື່ອເຜີຍແຜ່ເອກະສານກ່ຽວກັບການໃຫ້ທຶນການສຶກສາລະດັບປະລິຍາໂທ ສາຂາ ອາຊີ-ປາຊີຟິກ, ສຶກສາທີ່ມະຫາວິທະຍາໄລທຳມະສາດ ປະເທດໄທ ແລະທັງແລກປ່ຽນຄວາມຄິດເຫັນກ່ຽວກັບການກ້າວເຂົ້າສູ່ ຍຸກສະໄໝເອເຊຍ ເພື່ອຄວາມພ້ອມກັບການກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ. ຕອນທ້າຍທັງສອງຝ່າຍໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.