ພິທີມອບໃບຍ້ອງຍໍ ແລະໃບກຽດຕິຄຸນ
IMG 0574

IMG 0574

          ໃນຕອນບ່າຍວັນທີ 21 ພຶດສະພາ 2015 ນີ້; ສະຫະພັນກຳມະບານ ມຊ ໄດ້ຈັດພິທິມອບໃບຍ້ອງຍໍ ແລະໃບກຽດຕິຄຸນໃຫ້ພາກສ່ວນຕ່າງໆທີ່ປະ ກອບສ່ວນເຂົ້າໃນກອງປະຊຸມໃຫຍ່ສະຫະພັນກຳມະບານ ມຊ ຄັ້ງທີ IV. ໂດຍເປັນກຽດມອບຂອງທ່ານ ຮສ. ພູມີ ດວງຈັນ ຄະນະພັກ ມຊ ທັງເປັນຜູ້ຊີ    ນຳວຽກງານສະຫະພັນກຳມະບານ ມຊ ,ມີທ່ານ ຮສ. ດຣ. ອານຸລົມ ວິໄລພອນ ປະທານສະຫະພັນກຳມະບານ ມຊ ມີບັນດາທ່ານຄະນະຮາກຖານບໍລິຫານ ງານກຳມະບານແຕ່ລະຮາກຖານ ທົ່ວ ມຊ ພ້ອມດ້ວຍຕ່າງໜ້າຈາກບໍລິສັດຕ່າງໆເຂົ້າຮ່ວມ.

 

          ໂອກາດນີ້, ທ່ານ ຮສ. ພູມີ ດວງຈັນ ໄດ້ມອບໃບຍ້ອງຍໍຈຳນວນ 6 ໃບ,ໃບກຽດຕິຄຸນ ຈຳນວນ 10 ໃບ, ໃບຊົມເຊີຍຈຳນວນ 20 ໃບໃຫ້ແກ່ບັນ ດາບໍລິສັດຫ້າງຮ້ານຕ່າງໆຄື: ບໍລິສັດ ໄຟຟ້າລາວ, ທະນະຄານການຄ້າຕ່າງປະເທດລາວ, ກຸ່ມບໍລິສັດໂຄລາວ ແລະແຕ່ລະຮາກຖານກຳມະບານທົ່ວ ມຊ. ເພື່ອເປັນການຈາລຶກຄຸນງາມຄວາມດີ, ສັນລະເສີນ ແລະຊົມເຊີຍຜົນງານ ພ້ອມທັງໄດ້ບັນທຶກໄວ້ໃນປຶ້ມຕິດຕາມຜົນງານຂອງ ມຊ.

 

ຄະນະດຽວກັນນັ້ນກອງປະຊຸມຍັງໄດ້ປຶກສາຫາລື ເພື່ອວ່າງແຜນໃນການສືບຕໍ່ເຄື່ອນໄຫວ ປະຕິບັດວຽກງານຂອງສະຫະພັນກຳມະບານ ມຊ ໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຍີ່ງໆຂຶ້ນ.

ພາບບັນຍາກາດ

 

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.