
ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມເຜີຍແຜ່ ແລະ ແນະນຳການຈັດຕັ້ງປະຕິບັດການແຈ້ງຊັບສິນ-ລາຍຮັບຂອງພະນັກງານ

ໃນວັນທີ 4 ພະຈິກ 2014 ນີ້, ຫ້ອງການກວດກາ ມຊ ໄດ້ຈັດກອງປະຊຸມ ເຜີຍແຜ່ ແລະ ແນະນຳການຈັດຕັ້ງປະຕິບັດ ການແຈ້ງຊັບສິນ-ລາຍຮັບຂອງພະນັກງານ ຂັ້ນມະຫາວິທະຍາໄລແຫ່ງຊາດຄຸ້ມຄອງ ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜເອກະສານດັ່ງກ່າວ ຂອງທ່ານ ສຈ.ດຣ ສົມສີ ຍໍພັນໄຊ ຮອງອະທິການບໍດີ ມຊ, ທ່ານ ຮສ. ໂພສີ ທິບດາວັນ ຫົວໜ້າຫ້ອງການກວດກາ ມຊ, ພ້ອມດ້ວຍພະນັກງານລັດຖະກອນ ຂັ້ນມະຫາວິທະຍາໄລແຫ່ງຊາດຄຸ້ມຄອງຈຳນວນ 1.433 ທ່ານ, ຍິງ 906 ທ່ານ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 3 ຕອນ ຄື ຕອນເຊົ້າວັນທີ 4 ພະຈິກ 2014 ປະກອບມີ 2 ຄະນະ, 1 ສະຖາບັນ ແລະ 12 ຫ້ອງການ ລວມມີທັງໝົດ 756 ທ່ານ, ຍິງ 428 ທ່ານ. ຕອນບ່າຍ ປະກອບມີ 7 ຄະນະ ແລະ 1 ສະຖາບັນ ລວມມີທັງໝົດ 677 ທ່ານ, ຍິງ 478 ທ່ານ. ແລະຕອນເຊົ້າວັນທີ 5 ພະຈິກ 2014 ປະກອບມີ 2 ຄະນະ.
ໃນໂອກາດດັ່ງກ່າວ ທ່ານ ຮສ. ໂພສີ ທິບດາວັນ ໄດ້ກ່າວໃຫ້ຮູ້ວ່າ: ການເຜີຍແຜລຳດັບວ່າດ້ວຍການແຈ້ງຊັບສິນຄັ້ງນີ້ ກໍ່ເພື່ອເປັນການຜັນຂະຫຍາຍດຳລັດຂອງລັດຖະບານ ວ່າດ້ວຍການແຈ້ງຊັບສິນ ໃຫ້ຖືກຕ້ອງເປັນເອກະພາບ, ມີປະສິດຕິຜົນ ແລະທົ່ວເຖິງທຸກເປົ້າໝາຍຕາມທີ່ໄດ້ກຳນົດໃນລຳດັບສະບັບດັ່ງກ່າວ, ເປັນບ່ອນອີງໃຫ້ແກ່ຄະນະພັກ, ອຳນາດການປົກຄອງ, ອົງການກວດກາພັກລັດ ແລະຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນໃຫ້ໄດ້ຮັບຮູ້, ເຂົ້າໃຈ, ມີຄວາມເປັນເອກະພາບ ແລະເປັນເຈົ້າການໃນການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ. ແນ່ໃສ່ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ໃນກົງຈັກການຈັດຕັ້ງຂອງພັກ-ລັດ ເພື່ອປະກອບສ່ວນເຂົ້າໃນການສ້າງສາ, ພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງສີວິໄລ.