ສະ​ຖາ​ບັນ​ຂົງຈື ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ແລະ ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ກວາງຊີ ສປ ຈີນ ​ແລກປ່ຽນວັດທະນະທຳ ລາວ-ຈີນ ສະຫລອງ​ ຄົບຮອບ 10 ປີ.

ເພື່ອ​ສ້າງ​ຂະ​ບວນການ​ສະຫລອງ​ວັນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຂົງຈື​ໂລກ ຄົບຮອບ 10 ປີ ໃນ​ຕອນ​ຄໍ່າ​ວັນ​ທີ 25 ຕຸລາ 2014 ນີ້, ສະ​ຖາ​ບັນ​ຂົງຈື ມຊ ​ໄດ້​ຈັດ​ງານ​ສະ​ແດງສິລະ​ປະ​ແລກປ່ຽນວັດທະນະທຳ ລະຫວ່າງ ສະ​ຖາ​ບັນ​ຂົງຈື ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ແລະ ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ກວາງຊີ ສປ.ຈີນ ຂຶ້ນ​ທີ່​ສະ​ໂມ​ສອນ​ໃຫຍ່ ມຊ, ໂດຍ​ການ​​ເຂົ້າ​ຮ່ວມເປັນ​ປະທານ​​ຂອງ​ ທ່ານ ສຈ.ດຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ອະທິການ​ບໍດີ ມຊ ພ້ອມ​ດ້ວຍ​ຄະນະນຳ ມຊ, ທ່ານ ສຈ.ດຣ ບາງກວາງ​ເຮີ ຮອງຄະນະບໍດີ ຄະນະ​ວັດທະນະທຳ​ການ​ສຶກສາ​ສາກົນ ມະຫາວິທະຍາ​ໄລ​ສ້າງ​ຄູກວາງ​ຊີ, ມີ​ບັນດາ​ທ່ານຄະນະບໍດີ, ຫົວໜ້າ ຫ້ອງການ, ຫົວໜ້າພະ​ແນ​ກ ​ແລະ​ຜູ້ອຳນວຍການ​ສະ​ຖາ​ບັນ​ຕ່າງໆ ​ເຂົ້າ​ຮ່ວມ​ຢ່າງ​ຫຼວງຫຼາຍ.

          ​ໂອກາດ​ນີ້, ທ່ານ ສຈ.ດຣ ບາງກວາງ​ເຮີ ກ່າວ​ວ່າ: ສະ​ຖາ​ບັນ​ຂົງຈື​ແຫ່ງ​ທຳ​ອິດ​ແມ່ນ​ໄດ້​ສະຖາປະນາ​ຂຶ້ນ​ໃນ​ວັນ​ທີ 21 ພະຈິກ 2004 ທີ່​ນະຄອນ​ໂຊລ ​ເກົາຫຼີ ​ແລະ​ມາ​ຮອດ​ເດືອນ​ ກັນຍາ 2014 ຫ້ອງ​ການ​ສົ່ງ​ເສີມ​ພາສາ​ຈີນ​ແຫ່ງ​ຊາດ​ຈີນ​ ກໍ​ໄດ້​ຮ່ວມ​ມື​ກັບ 122 ປະ​ເທດ​ໃນ​ທົ່ວ​ໂລກ ​ແລະ​ເປີດ​ສະ​ຖາ​ບັນ​ຂົງຈື ຈຳນວນ 457 ​ແຫ່ງ ​ແລ​ະຫ້ອງ​ຮຽນພາສາ​ຈີນ ຈຳນວນ 707 ຫ້ອງ. ​ໃນ 10 ປີຜ່ານມາ ສະ​ຖາ​ບັນ​ຂົງຈື​ແມ່ນ​ໄດ້​ກໍ່ສ້າງ​ຂຶ້ນ​ຢ່າງ​ໄວວາ ​ ແລ​ະ​ໄດ້​ກາຍ​ເປັນ​ສະ​ຖາ​ບັນ​ທີ່​ຮຽນພາສາ​ຈີນ ​ແລະ​ຮຽນຮູ້​ວັດທະນະທຳ​ຈີນ ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ຕ່າງໆ ​ໃນ​ທົ່ວ​ໂລກ ​ເປັນ​ເວທີ​ແລກປ່ຽນວັດທະນະທຳ ລະຫວ່າງ ຈີນ ກັບຕ່າງປະ​ເທດ ​ແລະ​ຂົວ​ຕໍ່​ໃນ​ການ​ເພີ່ມ​ທະວີ ມິດຕະພາບ ​ແລະ​ການ​ຮ່ວມ​ມື ລະຫວ່າງ​ປະຊາຊົນ​ຈີນ ກັບ​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ.

          ທ່ານ ສຈ.ດຣ ບາງກວາງ​ເຮີ ກ່າວ​ຕື່ມ​ວ່າ: ​ໃນ​ການສະ​ເຫຼີ​ມສະຫລອງ​ສະ​ຖາ​ບັນ​ຂົງຈື ຄົບຮອບ 10 ປີ ​ໃນ​ຄັ້ງ​ນີ້ ສຳນັກງານ​ໃຫຍ່​ສະ​ຖາ​ບັນ​ຂົງຈື ​ແຫ່ງ ສປ. ຈີນ ກໍ່​ໄດ້​ຈັດ​ຕັ້ງ​ຄະນະ​ສິລະ​ປະ 30 ຄະນະ ​ໄປສະ​ແດງສິລະ​ປະ​ໃນ​ຮູບ​ການ​ເຄື່ອນ​ທີ່ຢູ່​ສະ​ຖາ​ບັນ​ຂົງຈື​ໃນ​ທົ່ວ​ໂລກ ​ໂດຍ​ສະ​ເພາະ​ຢູ່ທີ່ ​ສປປ ລາວ. ​ລາຍການ​ສະ​ແດງ​ປະກອບ​ມີ ຟ້ອນ​ລຳ, ຮ້ອງ​ເພງ, ​ເສບ​ດົນຕີ​ທີ່​ມີ​ສີສັນ​ວັດທະນະທຳ​ຈີນ ​ແບບ​ດັ້ງ​ເດີມ ​ແລະ​ສີສັນ​ຊົນ​ເຜົ່າຂອງ​ກວາງຊີ ​ເພື່ອ​ສະ​ເຫຼີ​ມສະຫລອງ​ວັນ​ທີ່​ມີ​ຄວາມໜາຍທາງ​ປະຫວັດສາດ​ດັ່ງກ່າວ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.