
ທ່ານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຕ້ອນຮັບ ທ່ານອະທິການບໍດີ ມະຫາວິທະຍາໄລຈອນນານ ສປ. ເກົາຫຼີ

ໃນຕອນເຊົ້າວັນທີ 15 ກັນຍາ 2014 ນີ້, ທີ່ຫ້ອງຮັບແຂກຕຶກສຳນັກງານອະທິການບໍດີ ມຊ. ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ ອະທິການບໍດີ ມຊ ພ້ອມດ້ວຍຄະນະໄດ້ຕ້ອນຮັບທ່ານ ຈີ ບູຢອງ-ມູນ ອະທິການບໍດີ ມະຫາວິທະຍາໄລຈອນນານ ສປ. ເກົາຫຼີ, ທ່ານ ສຈ. ຮົງໂມຢາງ ຄະນະບໍດີວິທະຍາໄລວິທະຍາສາດກະເສດສາດ ແລະສິ່ງທີ່ມີຊີວິດ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວສະແດງຄວາມຍິນດີຕໍ່ການມາຢ້ຽມຢາມ ມຊ ຂອງທ່ານອະທິການບໍດີ ມະຫາວິທະຍາໄລຈອນນານ ສປ. ເກົາຫຼີ ພ້ອມດ້ວຍຄະນະ. ຂະນະດຽວກັນທັງສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບ ການຮ່ວມມືດ້ານວິຊາການ ໂດຍສະເພາະແມ່ນ ການໃຫ້ທຶນການສຶກສາ ແກ່ພະນັກງານ, ຄູ-ອາຈານ, ໃຫ້ທຶນແລກປ່ຽນນັກສຶກສາ ແລະ ຍັງໄດ້ປຶກສາຫາລືກ່ຽວກັບການເຊັນ MOU ຮ່ວມກັນໃນອະນາຄົດອັນໃກ້ນີ້. ຕອນທ້າຍທັງສອງຝ່າຍຍັງໄດ້ແລກປ່ຽນ ຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.