
ຄະນະພັກຮາກຖານ ສຳນັກງານອະທິການບໍດີ ມຊ ຈັດຕັ້ງພິທີມອບບັດໃຫ້ແກ່ ສະມາຊິກພັກສົມບູນ ທີ່ໄດ້ມາດຕະຖານ
ໂດຍປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການອອກບັດສະມາຊິກພັກສົມບູນໃຫ້ແກ່ສະມາຊິກພັກໃນທົ່ວປະເທດ.

ໃນວັນທີ 3 ຕຸລາ 2014 ຄະນະພັກຮາກຖານສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກໍໄດ້ຈັດຕັ້ງພິທີມອບບັດດັ່ງກ່າວໃຫ້ແກ່ ສະມາຊິກພັກສົມບູນ ທີ່ໄດ້ມາດຕະຖານຄັ້ງທີ I ຂຶ້ນຢ່າງສົມກຽດ ທີ່ສະໂມສອນຊັ້ນສອງຂອງ ມຊ .
ເປັນກຽດເຂົ້າຮ່ວມເປັນປະທານໃນພິທີດັ່ງກ່າວໃນຄັ້ງນີ້ ໂດຍທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ຄະນະປະຈຳອົງຄະນະພັກກະຊວງສຶກສາທິການ ແລະ ກິລາ, ອະທິການບໍດີ ມຊ, ມີທ່ານ ຮສ.ດຣ ສາຍຂອງ ສາຍນາສິນ ເລຂາອົງຄະນະພັກ, ຮອງອະທິການບໍດີ ມຊ ພ້ອມຄະນະ, ບັນດາສະຫາຍເລຂາ ຄະນະພັກຮາກຖານຈາກຄະນະວິຊາຕ່າງໆ, ພ້ອມດ້ວຍບັນດາສະຫາຍສະມາຊິກພັກສົມບູນດີເດັ່ນພາຍໃນສຳນັກງານອະທິການບໍດີເຂົ້າຮ່ວມຢ່າງພ້ອມພຽງ
ການຈັດຕັ້ງພິທີດັ່ງກ່າວໃນຄັ້ງນີ້ແມ່ນມີຈຸດປະສົງ ແລະ ຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງໂດຍສະເພາະແມ່ນຖືເປັນຄັ້ງປະຫວັດສາດຂອງພັກປະຊາຊົນປະຕິວັດລາວທີ່ໄດ້ອອກບັດສະມາຊິກພັກ ໃຫ້ແກ່ ສະມາຊິກພັກສົມບູນທີ່ໄດ້ມາດຕະຖານ. ທັງນີ້ກໍເພື່ອແນໃສ່ກະຕຸກຊຸກຍູ້ເຮັດໃຫ້ບັນດາສະຫາຍສະມາຊິກພັກສົມບູນ ທີ່ດີເດັ່ນ ແລະໄດ້ມາດຕະຖານມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະສືບຕໍ່ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນຕໍ່ໆໄປ, ດ້ານນຶ່ງກໍເພື່ອເຮັດໃຫ້ບັນດາສະຫາຍສະມາຊິກພັກທີ່ຍັງບໍ່ທັນໄດ້ມາດຕະຖານນັ້ນສືບຕໍ່ຕັ້ງໜ້າບຸກບືນເຝິກຝົນຕົນເອງໃຫ້ກາຍເປັນສະມາຊິກພັກ ທີ່ສົມບູນ ແລະ ໄດ້ມາດຕະຖານ, ເພື່ອປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະສ້າງສາປະເທດຊາດຂອງພວກເຮົາ.
ຜູ້ທີ່ໄດ້ຮັບບັດດັ່ງກ່າວໃນຄັ້ງທີ I ນີ້ ມີທັງໝົດ 212 ສະຫາຍ ແລະ ປັດຈຸບັນນີ້ໜ່ວຍພັກຮາກຖານຂອງຄະນະວິຊາຕ່າງໆໃນທົ່ວ ມຊ ກໍໄດ້ສືບຕໍ່ພ້ອມກັນຈັດຕັ້ງພິທີມອບ-ຮັບບັດດັ່ງກ່າວໃຫ້ແກ່ ບັນດາ ສະຫາຍສະມາຊິກພັກສົມບູນ ແລະໄດ້ມາດຕະຖານຂອງຕົນເກືອບຈະສຳເລັດທຸກໜ່ວຍແລ້ວ.