ຄືນຕົ້ນໄມ້ໃຫ້ດົງເດີມ ໃນຕອນບ່າຍຂອງວັນທີ 30 ພຶດສະພາ 2014 ໂດຍປະຕິບັດຕາມຄຳຂວັນຂອງ ມຊ

ໃນຕອນບ່າຍຂອງວັນທີ 30 ພຶດສະພາ 2014 ໂດຍປະຕິບັດຕາມຄຳຂວັນຂອງ ມຊ ທີ່ວ່າ: ອອກແຮງສ້າງວິທະຍາເຂດດົງໂດກໃຫ້ມີຄວາມສະອາດ, ສີຂຽວ ແລະສວຍງາມ ແລະຮ່ວມແຮງຮ່ວມໃຈກັນຄືນຕົ້ນໄມ້ໃຫ້ດົງເດີມ.

ຢູ່ທີ່ສຳນັກງານອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ໄດ້ຈັດຕັ້ງພິທີປູກຕົ້ນໄມ້ຂຶ້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດອະທິການບໍດີ, ທ່ານ ຮສ,ລຳໄມ ພິພັກຂະວົງ, ມີບັນດາທ່ານ ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຫໍສະມຸດກາງ, ສູນ, ໂຮງໝໍ ແລະໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລພ້ອມດ້ວຍ ພະນັກງານ, ຄູ-ອາຈານ ຈາກພາກສ່ວນຕ່າໆອອ້ມຂ້າງ ມຊ ເຂົ້າຮ່ວມ 806 ຄົນ. ຕາມຄະນະຈັດຕັ້ງພິທີປູກຕົ້ນໄມ້ດັ່ງກ່າວໃຫ້ຮູ້ວ່າ: ການປູກຕົ້ນໄມ້ທີ່ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ)ໃນປີນີ້, ແມ່ນໄດ້ດຳເນີນໄປຕາມແຜນການຄື: ມີເບ້ຍໄມ້ທີ່ປູກທັງໝົດ 300ຕົ້ນລວມມີ 10ແນວພັນ, ໃນນັ້ນມີເບ້ຍໄມ້ດູ່ຈຳນວນ100ຕົ້ນ, ໄມ້ແຕ້100ຕົ້ນ, ແລະໄມ້ອື່ນໆ. ການປູກແມ່ນໄດ້ປູກໃນເນື້ອທີ່ໃໝ່ ແລະໄດ້ປູກທົດແທນຄືນຈຳນວນເບ້ຍໄມ້ທີ່ຕາຍໄປໃນປີຜ່ານມາ.ພ້ອມດຽວກັນນີ້ ວິທະຍາເຂດຕາດທອງ, ນາບົງ, ໂສກປ່າຫລວງ ແລະດອນນົກຄຸ້ມ ກະໄດ້ຈັດພິທີປູກຕົ້ນໄມ້ເຊ່ນກັນ ຂະບວນການປູກຕົ້ນໄມ້ໃນປີນີ້ໄດ້ດຳເນີນໄປດ້ວຍບັນຍາກາດອັນຄຶກຄັກ ແລະໄດ້ຮັບຜົນສຳເລັດຕາມຄາດໝາຍຂອງແຜນການເປັນຢ່າງດີ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.