
ອະທິການບໍດີຮຽກຮ້ອງທຸກພາກສ່ວນອ້ອມຂ້າງ ມຊ ເຂົ້າຮ່ວມພິທີປູກຕົ້ນໄມ້ເພື່ອເປັນການສ້າງ ຂະບວນການຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ
ເພື່ອເປັນການສ້າງຂະບວນການຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ ປະຈຳປີ 2014 ທີ່ຈະມາເຖິງນີ້,ໃຫ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ ແລະກາຍເປັນໜ້າທີ່ຂອງໝົດທຸກຄົນ, ແນໃສ່ປູກຈິດສຳນຶກໃຫ້ນັກຮຽນນັກສຶກສາມີນ້ຳໃຈ ແລະຮູ້ຈັກຮັກສາສິ່ງແວດລ້ອມທຳມະຊາດ - ປ່າໄມ້ ຊຶ່ງເປັນຊັບພະຍາກອນອັນລ້ຳຄ່າຂອງຊາດ ໃຫ້ມີຄວາມອຸດົມສົມບູນ ແລະຍືນຍົງຕະຫລອດໄປ.
ຄາດວ່າໃນຕອນບ່າຍຂອງວັນທີ 30 ພຶດສະພາ 2014 ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ຈະໄດ້ຈັດຕັ້ງພິທີປູກຕົ້ນໄມ້ແຫ່ງຊາດຂຶ້ນຢ່າງເປັນທາງການ, ອະທິການບໍດີ ຂໍຮຽນເຊີນບັນດາທ່ານ ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຫໍສະມຸດກາງ, ສູນ, ໂຮງໝໍ ແລະໂຮງຮຽນພອນສະຫວັນ ແລະຊົນເຜົ່າ ພ້ອມດ້ວຍ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມນຳ, ຂະບວນການປູກຕົ້ນໄມ້ທີ່ມະຫາວິທະຍາໄລແຫ່ງຊາດຂອງພວກເຮົາແມ່ນໄດ້ມີຂຶ້ນໃນທຸກໆປີ ແລະຕາມຄາດໝາຍຂອງແຜນການປີນີ້ຈະປູກໃຫ້ໄດ້ຢ່າງໜ້ອຍ 300 ຕົ້ນ. ອີກເທື່ອ ໃນນາມ ອະທິການບໍດີ ຂໍຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໃຫ້ຄວາມຮ່ວມມືເຂົ້າຮ່ວມໃນວັນ ແລະເວລາດັ່ງກ່າວດ້ວຍ.